ຂ່າວສານ

ພິທີເລີ່ມເຄື່ອນໄຫວ “ໄວໜຸ່ມເພື່ອເຂດທະເລ,ໝູ່ເກາະແຫ່ງບ້ານເກີດເມືອງນອນ” ປີ 2019

ຕອນບ່າຍວັນທີ 20 ພຶດສະພາ, ຢູ່ທ່າກ່ຳປັ່ນສາກົນ ກາມແຣງ, ແຂງ ແຄ໊ງຮ່ວາ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ສົມທົບກັບເຫຼົ່າທັບເຮືອ ຈັດພິທີສົ່ງຄະນະ ເຄື່ອນໄຫວ “ໄວໜຸ່ມເພື່ອເຂດທະເລ,ໝູ່ເກາະແຫ່ງບ້ານເກີດເມືອງນອນ” ປີ 2019.


ພິທີເລີ່ມເຄື່ອນໄຫວ “ໄວໜຸ່ມເພື່ອເຂດທະເລ,ໝູ່ເກາະແຫ່ງບ້ານເກີດເມືອງນອນ” ປີ 2019

(ພາບ: doanthanhnien.vn)

ດ້ວຍການເຂົ້າຮ່ວມຂອງຜູ້ແທນ 70 ຄົນ ເຊິ່ງແມ່ນບັນດາໄວໜຸ່ມດີເດັ່ນຂອງຄະນະຊາວໜຸ່ມ, ສະມາຄົມຊາວໜຸ່ມ, ນັກທຸລະກິດໜຸ່ມ, ນັກສຶກສາ…

        ກ່າວຄຳເຫັນທີ່ພີທີເລີ່ມເຄື່ອນໄຫວໄປຢ້ຽມຢາມ ເຈື່ອງຊາ ຄັ້ງນີ້, ທ່ານປະທານສູນກາງສະມາຄົມນັກສຶກສາຫວຽດນາມ ບຸ່ຍກວາງຮຸຍ ເນັ້ນໜັກວ່າ: ການເດີນທາງ “ໄວໜຸ່ມເພື່ອເຂດທະເລ,ໝູ່ເກາະແຫ່ງບ້ານເກີດເມືອງນອນ” ໄດ້ປະກອບສ່ວນແຜ່ຂະຫຍາຍ, ສຶກສາມູນເຊື້ອຮັກຊາດ, ຈິດໃຈເອກອ້າງທະນົງໃຈຂອງຊາດ, ຄວາມຮັກຕໍ່ເຂດທະເລ, ໝູ່ເກາະ, ຄວາມຮັກຕໍ່ກຳລັງກອງທັບເຮືອປະຊາຊົນຫວຽດນາມ. ເຂົ້າຮ່ວມບັນດາການເຄື່ອນໄຫວໃນຄັ້ງນີ້, ຜູ້ແທນແຕ່ລະຄົນຈະມີຄວາມເຂົ້າໃຈກ່ຽວກັບຄວາມຫຍຸ້ງຍາກ, ລຳບາກ, ການເສຍສະຫຼະຂອງບັນດານັກຮົບຢູ່ເຂດເກາະທີ່ຫ່າງໄກຊອກຫຼີກ, ມີຄວາມເຂົ້າໃຈກ່ຽວກັບເຂດທະເລ, ໝູ່ເກາະແຫ່ງບ້ານເກີດເມືອນນອນຕື່ມອີກ, ຈາກນັ້ນຈະມີຄວາມເຄົາລົບ ແລະ ມີສະຕິຕໍ່ຄວາມຮັບຜິດຊອບຂອງຕົນໃນການປົກປັກຮັກສາອຳນາດອະທິປະໄຕເຂດທະເລ, ໝູ່ເກາະທີ່ສັກກະລະບຸຊາຂອງປະເທດຊາດກວ່າອີກ.

        ການເຄື່ອນໄຫວເລີ່ມແຕ່ວັນທີ 20 ພຶດສະພາ ແລະ ຄາດວ່າຈະສິ້ນສຸດລົງໃນວັນທີ 28 ພຶດສະພາ.

(ແຫຼ່ງຄັດຈາກ VOV)


top