ຂ່າວສານ

ພິທີເລີ່ມລົງມືກໍ່ສ້າງໂຄງການທ່າກ່ຳປັ່ນ ລຽນຈຽວ

ເລື່ອງເລີ່ມລົງມືກໍ່ສ້າງໂຄງການດັ່ງກ່າວຈະຕອບສະໜອງຄວາມຕ້ອງການຂົນສົ່ງສິນຄ້າ 5,0 ລ້ານໂຕນ/ປີ ໃນໄລຍະທຳອິດ ແລະ ພັດທະນາບັນດາທ່າກ່ຳປັ່ນໃນໄລຍະຕໍ່ໄປ.
  ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາວ່າ ພາກສ່ວນພື້ນຖານໂຄງລ່າງນຳໃຊ້ລວມແມ່ນສຳຄັນ  

ຕອນເຊົ້າວັນທີ 14 ທັນວາ, ຢູ່ ດ່ານັ້ງ, ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງໂຄງການທ່າກ່ຳປັ່ນ ລຽນຈຽວ, ພາກສ່ວນພື້ນຖານໂຄງລ່າງນຳໃຊ້ລວມ.

ເຂົ້າຮ່ວມ, ອອກຄຳສັ່ງເລີ່ມລົງມືກໍ່ສ້າງ ແລະ ກ່າວຄຳເຫັນທີ່ພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ, ເລື່ອງເລີ່ມລົງມືກໍ່ສ້າງໂຄງການດັ່ງກ່າວຈະຕອບສະໜອງຄວາມຕ້ອງການຂົນສົ່ງສິນຄ້າ 5,0 ລ້ານໂຕນ/ປີ ໃນໄລຍະທຳອິດ ແລະ ພັດທະນາບັນດາທ່າກ່ຳປັ່ນໃນໄລຍະຕໍ່ໄປ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຖືວ່າ, ທ່າກ່ຳປັ່ນ ລຽນຈຽວ ໄດ້ຕີລາຄາວ່າ ມີຄວາມສາມາດບົ່ມຊ້ອນກາຍເປັນທ່າກ່ຳປັ່ນແຖວໜ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

“ທ່າກ່ຳປັ່ນ ລຽນຈຽວ ຈະແມ່ນຈຸດປະດິດສ້າງບຸກທະລຸ ບໍ່ພຽງແຕ່ສຳລັບຂະແໜງຂົນສົ່ງ, logistics ເທົ່ານັ້ນ, ຫາກຍັງສຳລັບຂະແໜງທ່ອງທ່ຽວ ແລະ ການບໍລິການ ດ່ານັ້ງ ກໍ່ຈະໄດ້ຮັບຜົນປະໂຫຍດ, ສ້າງເປັນເຄືອຂ່າຍການຄ້າຫຼາຍສົ້ນ, ອຸດົມສົມບູນ, ເປີດກວ້າງຂົງເຂດພັດທະນາ ບໍ່ພຽງແຕ່ໃຫ້ແກ່ ດ່ານັ້ງ ເທົ່ານັ້ນ ຫາກຢູ່ທັງເຂດພາກກາງ ອີກດ້ວຍ; ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ສິ່ງດັ່ງກ່າວຈະປະກອບສ່ວນຍົກສູງທີ່ຕັ້ງຂອງອ່າວ ດ່ານັ້ງ ໃນແຜນທີ່ບັນດາອ່າວທະເລຂອງ ຫວຽດນາມ ແລະ ພາກພື້ນ”.


top