ຂ່າວສານ

ພິທີເປີດສະໜອງວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ເຊິ່ງເປັນຂອງຂວັນຂອງລັດຖະບານ ຫວຽດນາມ

ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD.
ກິດຈະກຳວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ (ພາບ: TTXVN)

ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນຫຼວງວຽງຈັນ, ທ່ານລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ ລາວ ວິໄລ ລາຄຳຟອງ ໄດ້ເປັນປະທານພິທີມອບ-ຮັບກິດຈະກຳວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ, ເຊິ່ງເປັນຂອງຂວັນຂອງໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ສິງຫາ ປີ 2022, ມີເນື້ອທີ່ 6,5 ເຮັກຕາ, ດ້ວຍຈຳນວນເງິນລົງທຶນກວ່າ 10 ລ້ານ USD. ໂຄງການດັ່ງກ່າວໄດ້ຕອບສະໜອງພື້ນຖານດ້ານວັດທຸ, ບຳລຸງສ້າງ, ສິດສອນ ແລະ ຮ່ຳຮຽນດ້ວຍຂອບຂະໜາດ 150 ພະນັກງານ, ຄູອາຈານ ແລະ 1,200 ນັກສຶກສາຕໍ່ປີ. ກະຊວງຕຳຫຼວດ ຫວຽດນາມ ຈະສົມທົບກັບກະຊວງຕຳຫຼວດ ລາວ ສ້າງຫຼັກສູດການສອນ ແລະ ສົ່ງນັກຊ່ຽວຊານມາຊ່ວຍວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ໃນໄລຍະຈະມາເຖິງ. ວັນທີ 26 ກັນຍາ, ວິທະຍາຄານການເມືອງປ້ອງກັນຄວາມສະຫງົບ ລາວ ໄດ້ເປີດສົກຮຽນທຳອິດ.


top