ຂ່າວສານ

ພິທີເປີດງານບຸນ ເມືອງລໍ່: ສິ່ງຍອດຍິ່ງຂອງ ແຊ່ວໄທ - ສີສັນຂອງເຂດຕາເວັນຕົກສຽງເໜືອ

ງານບຸນວັດທະນະທຳ ແລະ ທ່ອງທ່ຽວ ເມືອງລໍ່ ປີ 2026 ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 16 ຕຸລາ, ຢູ່ຕາແສງ ເງັ້ຍໂລ້, ແຂວງ ລາວກາຍ, ດ້ວຍຫົວຂໍ້ “ສິ່ງຍອດຍິ່ງຂອງ ແຊວ່ໄທ - ສີສັນຂອງເຂດຕາເວັນຕົກສຽງເໜືອ”.
ທີ່ງານບຸນ (ພາບ: VNA)
ງານບຸນ​ຈັດ​ຂຶ້​ນ​ເນື່ອງ​ໃນ​ໂອ​ກາດສະເຫຼີມສະຫຼອງວັນຄົບຮອບ 5 ປີ ທີ່ສິ​ລະ​ປະ ແຊ​່ວໄທ ໄດ້ຮັບການຮັບຮອງຈາກອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທຳຂອງ​ສະ​ຫະ​ປະ​ຊາ​ຊາດ (UNESCO) ​ຈົດ​ຊື່ວ່າເປັນມໍລະດົກ​ວັດ​ທະ​ນະ​ທຳທີ່ບໍ່​ເປັນ​ວັດ​ຖຸ​ຕາງ​ໜ້າຂອງມວນມະນຸດ. ງານບຸນ​ມຸ່ງ​ໄປ​ເຖິງ​ການ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ, ​ພິ​ເສດແມ່ນ​ສິ​ລະ​ປະ ແຊວ່ໄທ; ພ້ອມ​ກັນ​ນັ້ນ ກໍ່​ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານການທ່ອງທ່ຽວທ້ອງຖິ່ນ ແລະ ບັນ​ດາແຂວງ ຢູ່​ເຂດຕາ​ເວັນຕົກສຽງເໜືອ. ຈຸດເດັ່ນ​ໃນ​​ຄ່ຳຄືນເປີດງານແມ່ນລາຍການສິລະປະ "ແຊວ່ໄທ - ວົງວຽນແຫ່ງຄວາມຮັກ", ດ້ວຍ​ການ​ເຈົ້າ​ຮ່​ວມ​ຂອງນັກສິລະປິນ, ນັກສະແດງ ແລະ ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ເຜົ່າ​ຜູ້ໄທ ກວ່າ 2.000 ຄົນ, ສ້າງເປັນ​ເຂດວັດທະນະທຳຊຸມຊົນທີ່​ຟົດ​ຟື້ນ ແລະ ​ແຜ່​ກະ​ຈາຍ​ນ້ຳ​ໃຈສາມັກຄີ.

top