ຕອນເຊົ້າວັນທີ 15/5, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄດ້ເປີດກອງປະຊຸມ ຄັ້ງທີ 10 ຊຶ່ງລວມມີເນື້ອໃນ ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາແຫ່ງຊາດ ຊຶ່ງຄາດວ່າຈະໄຂຂຶ້ນ ໃນວັນທີ 22/5 ທີ່ຈະມາເຖິງ
(ພາບປະກອບ/vietnam+)
ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດໃຫ້້ຄຳເຫັນໃສ່ບົດລາຍງານ, ຕີລາຄາເພີ່ມເຕີມໝາກຜົນຂອງການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານແຫ່ງລັດ ປີ 2016; ໃຫ້ຄຳເຫັນກ່ຽວກັບວຽກງານກະກຽມແກ່ກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາແຫ່ງຊາດ; ຮ່າງບົດລາຍງານລວບລວມຄຳເຫັນ, ຄຳສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນ ແລະ ຫຼາຍເນື້ອໃນສຳຄັນອື່ນອີກ.
(ແຫຼ່ງຄັດຈາກ VOV)