ຂ່າວສານ

ພິທີອາໄລເພາະບຸນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດ - ລາວ

      ຕອນຄ່ຳວັນທີ 22 ກໍລະກົດ, ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດ - ລາວ ເມືອງ ແອງເຊີນ ແຂວງ ເຫງະອານ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ແຂວງ ເຫງະອານ

ພິທີອາໄລເພາະບຸນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດ - ລາວ (ພາບ: VTV)
      ໄດ້ຈັດຕັ້ງພິທີອາໄລເພາະບຸນໃຫ້ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ. ສຸສານ ຫວຽດ - ລາວ ແມ່ນສຸສານຝັງສົບຂອງນັກຮົບ, ທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ກ່ວາ 11 ພັນຄົນ ທີ່ເສຍສະຫຼະຊີວິດຢູ່ສະໜາມຮົບ ລາວ. ທີ່ພິທີ ບັນດາພຸດທະສາສະນິກກະຊົນ, ປະຊາຊົນທົ່ວທຸກແຫ່ງ ໄດ້ຖະຫວາຍດອກໄມ້, ທູບທຽນອາໄລຫາເຖິງວີນຍານນັກຮົບເສຍສະຫຼະຊີວິດເພື່ອຊາດ ສະແດງໃຫ້ເຫັນນ້ຳໃຈສະແດງຄວາມຮູ້ບຸນຄຸນຂອງສາສະໜາພຸດ, ສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ຂອງຊາດ ຫວຽດນາມ. 
 (ແຫຼ່ງຄັດຈາກ VOV)

top