ຂ່າວສານ

ພິທີອາໄລຫາ 50 ປີແຫ່ງວັນມໍລະນະກຳຂອງປະທານໂຮ່ຈີມິນ

      ຕອນເຊົ້າວັນທີ 21ສິງຫາ, ຢູ່ເຂດປູສະນີຍະສະຖານພິເສດແຫ່ງຊາດກີມລຽນ ຢູ່ຕາແສງກີມລຽນ ເມືອງນາມດ່ານ ແຂວງເງະອານ, ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ແຂວງເງະອານ ພ້ອມດ້ວຍປະຊາຊົນທ້ອງຖິ່ນໄດ້ຈັດຕັ້ງພິທີອາໄລຫາ 50 ປີແຫ່ງວັນມໍລະນະກຳຂອງປະທານໂຮ່ຈີມິນ (1969 – 2019).

ຄະນະຜູ້ແທນກູບາ
ພາບ: https://dantri.com.vn/
      ເຂົ້າຮ່ວມພິທີມີຄະນະຜູ້ແທນຂອງຄະນະກຳມະການຮັກສາການປະຕິວັດກູບາ ໂດຍທ່ານ Carlos Rafael Miranda Martinez ກຳມະການຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານຄະນະກຳມະການຮັກສາການປະຕິວັດກູບາເປັນຫົວໜ້າຄະນະ.
  ພິທີອາໄລຫາ 50 ປີແຫ່ງວັນມໍລະນະກຳຂອງປະທານໂຮ່ຈີມິນ ໄດ້ຮັບການຈັດຕັງຂຶ້ນຢ່າງເຄັ່ງຂຶມ, ປະຢັດ ຕາມຮີດຄອງປະເພນີຂອງທ້ອງຖິ່ນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ພະນັກງານ, ປະຊາຊົນບັນດາທ້ອງຖິ່ນພາຍໃນ ແລະ ນອກແຂວງເງະອານ ສະແດງຄວາມຮູ້ບຸນຄຸນ, ອາໄລຫາຄຸນງາມຄວາມດີຂອງປະທານໂຮຈີມິນ.
 (ແຫຼ່ງຄັດຈາກ VOV)


top