ຂ່າວສານ

ພິທີສົມມະນາຄຸນຂອງພໍ່ແມ່ພີນ້ອງເຜົ່າບານາເມືອງ ກະບາງແຂວງ ຢາລາຍ

      ໃນຊ່ວງເວລາທ້າຍປີຖ້າມີໂອກາດມາຢາມໝູ່ບ້ານຂອງຊາວເຜົ່າບານາຢູ່ດິນແດນເຕິຍງວຽນທີ່ເຕັມໄປດ້ວຍລົມແດດຈະພົບເຫັນຮູບພາບຂອງຊາວເຜົ່າບານາພວມນັ່ງອ້ອມໄຫເຫຼົ້າຢູ່ສາລາບ້ານ. ເຂົາເຈົ້າພ້ອມກັນຮ່ວມມ່ວນຊື່ນ ແລະຝາກຝັງຄວາມຫວັງອັນດີງາມໃຫ້ແກ່ໝູ່ບ້ານແລະຊາວເຜົ່າບານາແຕ່ລະຄົນ. ນີ້ກໍ່ແມ່ນພິທີສົມມະນາຄຸນເທວະດາຟ້າແຖນຂອງພໍ່ແມ່ພີ່ນ້ອງເຜົ່າບານາຢູ່ແຫ່ງນີ້
ຊາວເຜົ່າບານາພວມນັ່ງອ້ອມໄຫເຫຼົ້າຢູ່ສາລາບ້ານ
      ຕາມປະເພນີແລ້ວ, ພິທີສົມມະນາຄຸນເທວະດາຟ້າແຖນຂອງຊາວເຜົ່າບານາ ຖືກຈັດຂຶ້ນຕາມສອງວິທີຄືຈັດພິທີມີລັກສະນະວົງຄະນາຍາດດ້ວຍການເຂົ້າຮ່ວມຂອງທັງໝູ່ບ້ານຫຼືດ້ວຍຂະໜາດນ້ອຍໃຫ້ແກ່ແຕ່ລະສ່ວນບຸກຄົນ. ລຸງດິງປລີຢູ່ເມືອງກະບາງແຂວງຢາລາຍຖືວ່າໂດຍທົ່ວໄປແລ້ວຊາວເຜົ່າບານາມີພິທີສົມມະນາຄຸນເທວະດາຟ້າແຖນ ເຊິ່ງໄດ້ປົກປິດ,ຊ່ວຍໃຫ້ແຕ່ລະຄົນເມື່ອເຂົາເຈົ້າເລີ່ມປະຕິບັດວຽກງານໃດໜຶ່ງ. ເມື່ອວຽກງານໄດ້ປະຕິບັດສຳເລັດເຊິ່ງບໍ່ເຮັດໃຫ້ເຈົ້າຂອງສີ້ນເບືອງເງິນທອງ,  ຊາວເຜົ່າບານາຈະເຮັດພິທີສົມມະນາຄຸນໃນຂອບເຂດຄອບຄົວ. ພິທີນີ້ປະຕິບັດຢ່າງງ່າຍດາຍພຽງແຕ່ໄຫວ້ບູຊາສົມມະນາຄຸນດ້ວຍພິທີຖວາຍເຄື່ອງຂອງບູຊາຄືເຫຼົ້າ, ໝາກໄມ້ ສຳລັບຊີ້ນໄກ່ ຊີ້ນໝູຖ້າຫາກມີກໍ່ຍິ່ງດີ. ລຸງດິງປລີໃຫ້ຮູ້ວ່າ:
       “ມັນປຽບເໝືອນກັບເລື່ອງຕ້ອງໄປເຮັດວຽກໃດໜຶ່ງ ຈາກເຮືອນໄປຮອດບ່ອນໃດໜຶ່ງ. ເຂົາເຈົ້າເດີນແມ່ນແລນສະດວກ ເມື່ອໃດເຮັດສຳເລັດກໍ່ກັບເມືອທຳພິທີສົມມະນາຄຸນເທວະດາຟ້າແຖນຢູ່ເຂດນັ້ນເພາະວ່າໄດ້ຊ່ວຍໃຫ້ຜູ້ກ່ຽວປະສົບກັບຄວາມໂຊກດີ, ວຽກງານໄດ້ປະສົບຜົນສຳເລັດ”.
     ໃນຂອບເຂດວົງຄະນາຍາດ, ພິທີສົມມະນາຄຸນເທວະດາຟ້າແຖນຂອງຊາວເຜົ່າບານາຈະມີຂອບຂະໜາດໃຫຍ່ກວ່າດ້ວຍການຮ່ວມແຮງຮ່ວມໃຈຂອງທຸກໆຄົນ ທຸກໆຄອບຄົວ. ເພື່ອກະກຽມໃຫ້ການຈັດພິທີ ກ່ອນໜ້ານັ້ນປະມານໜຶ່ງເດືອນ ທຸກຄົນໃນບ້ານໄດ້ປະຊຸມນຳກັນ ເພື່ອຈັດແບ່ງໜ້າທີ່ວຽກງານ. ສະເພາະວຽກງານໜັກຄືການສ້ອມແປງ, ປັດກວາດ, ປະດັບປະດາສາລາບ້ານກໍ່ຄືບັນດາວຽກງານກະກຽມພິທີຖວາຍເຄື່ອງຂອງບູຊາຄື ໄກ່ ໝູ ກໍ່ລ້ວນແຕ່ແມ່ນເພດຊາຍແບກຫາບ. ສ່ວນແມ່ຍິງກໍ່ເຮັດບັນດາວຽກງານທີ່ເບົາກວ່າ ຄືການກະກຽມຂອງກິນ, ເຄື່ອງຂອງຖວາຍບູຊາເທວະດາຟ້າແຖນ. ກ່ຽວກັບວັນເວລາຈັດຕັ້ງ,ເຈົ້າເຫຼົ່າຂອງໝູ່ບ້ານຈະປຶກສານຳບັນດາຄອບຄົວແລະບັນດາຜູ້ທີ່ທີອິດທິພົນໃນບ້ານເພື່ອໄປສູ່ຄວາມເປັນເອກະພາບກັນເພື່ອກຳນົດວັນທຳພິທີ.  ລຸງດິງປລີໃຫ້ຮູ້ວ່າ:
      “ເພື່ອທຳພິທີສົມມະນາຄຸນເທວະດາຟ້າແຖນ ເຮົາຕ້ອງເປັນເອກະພາບກັບພໍ່ແມ່ພີ່ນ້ອງຊາວບ້ານ, ເຂົາເຈົ້າປຶກສາຫາລືແລ້ວໆ ຈຶ່ງຈັດຕັ້ງປະຊຸມຊາວບ້ານເພື່ອກຳນົດວັນເວລາທຳພິທີ. ເຮົາຕ້ອງສັບຊ້ອນມື້ໃດທີ່ແທດເໝາະແລະສະດວກທີ່ສຸດ, ເມື່ອພໍ່ແມ່ພີ່ນ້ອງມີເວລາຫວ່າງເຮົາກໍ່ຖືເອົາວັນນັ້ນເລີຍ”.
       ໃນການປະຊຸມ, ເຄື່ອງຂອງຖວາຍບູຊາເທວະດາຟ້າແຖນໄດ້ຮັບຄວາມສົນໃຈເປັນພິເສດຈາກພໍ່ແມ່ພີ່ນ້ອງຊາວບ້ານ. ຕາມປະເພນີແລ້ວ ໃນແຕ່ລະປີຈະແມ່ນໄກ່ ໝູ ຫຼືແບ້. ແຕ່ຖ້າຫາກກ່ອນນັ້ນທາງບ້ານໄດ້ທຳພິທີສວດມົນພາວະນາຂໍໃຫ້ມີຄວາມຢູ່ເຢັນເປັນສຸກແລ້ວກໍ່ພາຍຫຼັງໄລຍະໜຶ່ງກໍ່ຈະທຳພິທີສົມມະນາຄຸນດ້ວຍເຄື່ອງຂອງຖວາຍບູຊາທີ່ພິເສດທີ່ສຸດນັ້ນແມ່ນຖວາຍ ຄວາຍ. ພ້ອມກັນນັ້ນເຄື່ອງຂອງຖວາຍທຸກຢ່າງກໍ່ຈະປະກອບສ່ວນຕາມເງື່ອນໄຂຂອງແຕ່ລະຄອບຄົວ. ພິທີສົມມະນາຄຸນເທວະດາຟ້າແຖນ ຖືກຊາວເຜົ່າບານາ ດຳເນີນໃນເດືອນ 12 ແຕ່ລະປີເມື່ອວຽກງານເຮັດໄຮ່ໄຖນາໄດ້ສຳເລັດ, ເຂົ້າ ສາລີໄດ້ຖືກເກັບມ້ຽນຢ່າງລະອຽດໃນສາງ. ໃນຕອນເຊົ້າຂອງມື້ທຳພິທີ ເຈົ້າເຫຼົ່າຂອງບ້ານ ຕາງໜ້າໃຫ້ຊາວບ້ານໄດ້ນົບໄຫວ້ເທວະດາຟ້າແຖນ ເຊື້ອເຊີນມາຮ່ວມພິທີ. ລຸງດິງຕິງຢູ່ເມືອງກະບາງແຂວງຢາລາຍ ໃຫ້ຮູ້ວ່າ:
      “ເຮົາໄຫວ້ບູຊາເທວະດາຟ້າແຖນເພື່ອພາວະນາໃຫ້ໝູ່ບ້ານບໍ່ມີໃຜຖືກເຈັບເປັນ.ຖ້າຫາກຜູ້ໃດຖືກເຈັບເປັນ ກໍ່ລ້ວນແຕ່ ໄຫວ້ບູຊາເທວະດາຟ້າແຖນເພື່ອໃຫ້ອາການເຈັບເປັນຫາຍດີ.  ຫຼືມີວຽກງານໃດທີ່ສຳຄັນໃນຄອບຄົວໃນໝູ່ບ້ານກໍ່ລ້ວນແຕ່ໄຫວ້ບູຊາເທວະດາຟ້າແຖນ”.
     ພິທີສົມມະນາຄຸນເທວະດາຟ້າແຖນຂອງຊາວເຜົ່າບານາຖືກຈັດຂຶ້ນໃນຕອນເຊົ້າ ຂັ້ນຕອນທຳພິທີແກ່ຍາວປະທານ 1 ຊົ່ວໂມງດ້ວຍການໄຫວ້ບູຊາເທວະດາຟ້າແຖນ, ຝາກຝັງຄວາມມຸ່ງຫວັງໃຫ້ໝູ່ບ້ານມີຄວາມຢູ່ເຢັນເປັນສຸກ, ອີ່ມໜຳສຳລານ.  
(ແຫຼ່ງຄັດຈາກ VOV)


top