ຂ່າວສານ

ພິທີສາບານຕົວເຂົ້າດຳລົງຕຳແໜ່ງປະທານາທິບໍດີ ອາເມລິກາຢ່າງເປັນທາງການ

      ວັນທີ 20 ມັງກອນ (ຕາມເວລາ ອາເມລິກາ) ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຂົ້າພິທີສາບານຕົວດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາຢ່າງເປັນທາງການ, ຫຼັງຈາກນັ້ນ ທ່ານໄດ້ກ່າວສູນທອນບພົດທຳອິດໃນຖານະຕຳແໜ່ງເປັນປະທານາທິບໍດີຄົນທີ 46 ຂອງ ອາເມລິກາ ດ້ວຍສານທີ່ຮຽກຮ້ອງໃຫ້ປະຊາຊົນສາມັກຄີກັນ.
ທ່ານ Joe Biden ໄດ້ເຂົ້າພິທີສາບານຕົວດຳລົງຕຳແໜ່ງເປັນປະທານາທິບໍດີ ອາເມລິກາ
(ພາບ: ANDREW HARNIK/AP)
      ພິທີສາບານຕົວເຂົ້າດຳລົງຕຳແໜ່ງ ຂອງທ່ານ ປະທານາທິບໍດີ Joe Biden ແລະ ທ່ານນາງ ຮອງປະທານາທິບໍດີ Kamala Harris  ໄດ້ດຳເນີນຢູ່ນະຄອນຫຼວງ ວໍຊິງຕັນໃນສະພາບການປ້ອງກັນຄວາມສະຫງົບໄດ້ຮັບການຮັດກຸ່ມ ແລະ ຂອບຂະໜາດເຫດການໄດ້ຮັດແຄບເຂົ້າ ຍ້ອນໂລກລະບາດໂຄວິດ - 19 ແລະ ການຂາດສະຖຽນລະພາບດ້ານຄວາມໝັ້ນຄົງ.
        ໃນ ສູນທອນພົດຂອງຕົນພາຍຫຼັງພິທີສາບານຕົວເຂົ້າດຳລົງຕຳແໜ່ງ, ທ່ານປະທານາທິບໍດີ Joe Biden ໄດ້ຮຽກຮ້ອງໃຫ້ປະຊາຊົນ ອາເມລິກາສາມັກຄີກັນກ່ວາອີກຕໍ່ໜ້າສິ່ງທ້າທາຍເຊິ່ງ ປະເທດອາເມລິກາພວມປະເຊີນໜ້າ. ທ່ານກ່າວວ່າ:
        ມື້ນີ້ ແມ່ນມື້ຂອງປະເທດອາເມລິກາ. ນີ້ແມ່ນວັນແຫ່ງປະຊາທິປະໄຕ, ວັນແຫ່ງປະຫວັດສາດ ແລະ ເຕັມໄປດ້ວຍຄວາມຫວັງ, ເປັນວັນຂອງການປ່ຽນແປງໃໝ່ ແລະ ຄວາມຕັດສິນໃຈ. ຫຼາຍປີຜ່ານມາ, ອາເມລິກາ ອີກຄັ້ງໜຶ່ງ ໄດ້ທົດສອບ ແລະ ຕ້ອງປະເຊີນໜ້າກັບສິ່ງທ້າທາຍດັ່ງກ່າວ. ມື້ນີ້, ພວກເຮົາສະເຫຼີມສະຫຼອງໄຊຊະນະ, ບໍ່ພຽງແຕ່ຂອງຜູ້ສະໝັກເລືອກຕັ້ງປະທານາທິບໍດີ ເທົ່ານັ້ນ ຫາກຍັງແມ່ນຂອງວິວັດທະນາການປະຊາທິປະໄຕອີກດ້ວຍ.
        ໃນສະພາບການຄືໃນປັດຈຸບັນ, ທ່ານປະທານາທິບໍດີ Joe Biden ໄດ້ຮັບຮູ້ວ່າ ຍາກທີ່ຈະ ການແບ່ງແຍກໃນການດຳລົງຊີວິດ - ສັງຄົມຂອງ ອາເມລິກາຍາກທີ່ຈະກັບຄືນສູ່ຄວາມເປັນປົກກະຕິໄດ້ໃນທັນທີ, ເຖິງຢ່າງໃດກໍ່ຕາມ ທ່ານກໍ່ຖືວ່າມີພຽງແຕ່ຄວາມສາມັກຄີເທົ່ານັ້ນຈຶ່ງສາມາດຊ່ວຍປະເທດອາເມລິກາຜ່ານຜ່າຄວາມຫຍຸ້ງຍາກຕ່າງໃນປັດຈຸບັນໄດ້.
        ພາຍຫຼັງຮັບດຳລົງຕຳແໜ່ງ, ທ່ານ ປະທານາທິບໍດີ Joe Biden ໄດ້ລົງນາມໃນລັດຖະດຳລັດບໍລິຫານ 15 ສະບັບ ເພື່ອແນໃສ່ແກ້ໄຂໂລກລະບາດໂຄວິດ - 19, ການປ່ຽນແປງຂອງດິນຟ້າອາກາດ ແລະ ການຂາດຄວາມສະເໝີພາບລະຫວ່າງເຊື້ອຊາດຜິດພັນ.
(ແຫຼ່ງຄັດຈາກ VOV)


top