ຂ່າວສານ

ພິທີສະເຫຼີມສະຫຼອງວັນທີ 30/04 ໄດ້ຈັດຕາມຮູບແບບຖ່ອຍທອດສົດ ແລະ ຜ່ານທາງອອນລາຍ

      ຕອນເຊົ້າວັນທີ 30 ເມສາ, ຢູ່ຫໍປະຊຸມເອກະພາບ (ທົງເຍີດ) - ນະຄອນ ໂຮ່ຈີມິນ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2020). 
 

ຫໍປະຊຸມເອກະພາບ (ທົງເຍີດ) - ນະຄອນ ໂຮ່ຈີມິນ     
      ພິທີສະເຫຼີມສະຫຼອງໄດ້ຖ່າຍທອດສົດ ແລະ ຈັດຕັ້ງຜ່ານທາງອອນລາຍຢູ່ຫ້ອງຮັບແຂກ ແລະ ບໍລິເວນວາງສະແດງລົດຖັງໝາຍເລກ 390 ໃນຂອບເຂດຫໍປະຊຸມເອກະພາບ ແລະ ຢູ່ 45 ສະຖານທີ່ອື່ນໆໃນນະຄອນ ໂຮ່ຈີມິນ. ເຂົ້າຮ່ວມພິທີຢູ່ຫໍປະຊຸມເອກະພາບ ມີທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ; ທ່ານ ເຈືອງຮ່ວາບີງ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ; ທ່ານ ຫງວຽນທ້ຽນເຍິນ ເລຂາຄະນະພັກ ນະຄອນໂຮ່ຈີມິນ. ເຂົ້າຮ່ວມພິທີສະເຫຼີມສະຫຼອງຜ່ານທາງອອນລາຍຢູ່ບັນດາເມືອງ ມີບັນດາຜູ້ແທນເປັນນັກຮົບເກົ່າ, ກຳມະກອນ, ຊາວນາ, ຊາວໜຸ່ມ…
        ພາຍຫລັງເຂົ້າຮ່ວມພິທີສະເຫຼີມສະຫຼອງ 45 ປີແຫ່ງວັນປົກປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຢູ່ຫໍປະຊຸມເອກະພາບແລ້ວ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ລົງຢື້ຢາມຖາມຂ່າວແມ່ຫວຽດນາມວິລະຊົນ, ນັກວິລະຊົນກຳລັງປະກອບອາວຸດປະຊາຊົນໃນບໍລິເວນນະຄອນໂຮ່ຈີມິນ.
 (ແຫຼ່ງຄັດຈາກ VOV)


top