ຂ່າວສານ

ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 130 ປີີ ຄາດວ່າຈະດໍາເນີນໃນວັນທີ 17 ພຶດສະພາ

      ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄາດວ່າຈະດໍາເນີນໃນວັນທີ 17 ພຶດສະພາ.

 (ພາບປະກອບ)
      ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານໂຮ່ຈີມິນຄົບຮອບ 130 ປີ (19/5/1890 – 19/05/2020), ຢູ່ແຂວງເງະອານ ເຊິ່ງເປັນບ້ານເກີດເມືອງນອນຂອງທ່ານປະທານໂຮ່ຈີມິນ ຈະດໍາເນີນຫຼາຍເຫດການໃຫຍ່ສໍາຄັນ ແລະ ມີຄວາມໝາຍ. ໃນນັ້ນ, ມີ 2 ເຫດການພົ້ນເດັ່ນທີ່ສຸດແມ່ນ ພິທີສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄາດວ່າຈະດໍາເນີນໃນວັນທີ 17 ພຶດສະພາ; ກອງປະຊຸມຍ້ອງຍໍຊົມເຊີຍແບບຢ່າງກ້າວໜ້າໃນການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ແລະ ສະຫຼຸບການເຄື່ອນໄຫວຕາມຫົວເລື່ອງສະເພາະ “ປະຕິບັດຕາມຄໍາສັ່ງສອນຂອງລຸງໂຮ່ (ເຊິ່ງຄາດວ່າຈະດໍາເນີນໃນຕອນບ່າຍວັນທີ 16 ພຶດສະພາ ຢູ່ນະຄອນ ວິງ). ທ່ານ ບຸ່ຍດິ່ງລອງ, ຮອງປະທານຄະນະກໍາມະການປະຊາຊົນແຂວງເງະອານ, ໃຫ້ຮູ້ວ່າ:
        “ແຂວງເງະອານ ໄດ້ກໍານົດວ່າ ການສະເຫຼີມສະຫຼອງວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 130 ປີີ ແມ່ນເຫດການທີ່ມີຄວາມສໍາຄັນຍິ່ງຂອງແຂວງ ແລະ ທາງແຂວງ ກໍໄດ້ວາງແຜນຈັດຕັ້ງການເຄື່ອນໄຫວຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ຕໍ່ໜ້າສະພາບການປະສົບກັບຄວາມຫຍຸ້ງຍາກ ຍ້ອນໂລກລະບາດໂຄວິດ - 19, ແຂວງເງະອານ ໄດ້ສົມທົບກັບສູນກາງ ຕັດອອກບາງລາຍການ ແລະ ພຽງແຕ່ສຸມໃສ່ບາງກິດຈະກໍາຕົ້ນຕໍເທົ່ານັ້ນ. ຮອດຈຸດເວລານີ້, ພວກຂ້າພະເຈົ້າ ໄດ້ກະກຽມຢ່າງລອບຄອບຖີ່ຖ້ວນແລ້ວ.
 (ແຫຼ່ງຄັດຈາກ VOV)
 
 


top