ຂ່າວສານ

ພິທີສະເຫຼີມສະຫຼອງລະດັບຊາດວັນຄ້າຍວັນເກີດຂອງພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 77 ປີ

      ພົນເອກ ຫວໍງວຽນຢາບ ແມ່ນຜູ້ບັນຊາການສູງສຸດຄົນທຳອິດຂອງກອງທັບປະຊາຊົນ ຫວຽດນາມ ແມ່ນນັກການທະຫານຜູ້ດີເດັ່ນ, ການນຳຜູ້ຍິ່ງໃຫຍ່ທີ່ມີອິດທິພົນຊື່ສຽງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ.
ພິທີສະເຫຼີມສະຫຼອງລະດັບຊາດວັນຄ້າຍວັນເກີດຂອງພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ
ແລະ ວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ
77 ປີ
      ຕອນເຊົ້າວັນທີ 22 ທັນວາ, ຢູ່ແຂວງ ກວາງບິງ, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ແຂວງ ກວ໋າງບິ່ງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຄ້າຍວັນເກີດຂອງພົນເອກ ຫວໍງວຽນຢາບ ຄົບຮອບ 110 ປີ ຂຶ້ນຢ່າງສົມກຽດ (25/8/1911 – 25/8/2021). ນີ້ແມ່ນພິທີສະເຫຼີມສະຫຼອງລະດັບຊາດ, ເຊິ່ງໄດ້ຈັດຂຶ້ນພ້ອມກັບການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 77 ປີ (22/12/1944 – 22/12/2021) ແລະ ວັນບຸນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 32 ປີ (22/12/1989 – 22/12/2021). ການຈັດພິທີສະເຫຼີມສະຫຼອງແມ່ນເພື່ອແນໃສ່ເຊີດຊູ ແລະ ຈາລຶກຄຸນງາມຄວາມດີ ແລະ ການປະກອບສ່ວນຂອງພົນເອກ ຫວໍງວຽນຢາບ ທີ່ມີຕໍ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)
      ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຫວນຄືນບັນດາຂີດໝາຍສຳຄັນ ໃນຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງພົນເອກ ຫວໍງວຽນຢາບ, ທີ່ຕິດພັນກັບພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ພົນເອກ ຫວໍງວຽນຢາບ ແມ່ນຜູ້ບັນຊາການສູງສຸດຄົນທຳອິດຂອງກອງທັບປະຊາຊົນ ຫວຽດນາມ ແມ່ນນັກການທະຫານຜູ້ດີເດັ່ນ, ການນຳຜູ້ຍິ່ງໃຫຍ່ທີ່ມີອິດທິພົນຊື່ສຽງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ.
        “ໂດຍໄດ້ດຳລົງຕຳແໜ່ງສຳຄັນເມື່ອມີອາຍຸຫາກພຽງ 37 ປີ, ແຕ່ດ້ວຍເຈດຈຳນົງ ແລະ ຄວາມຕັດສິນໃຈອັນແຮງກ້າ, ການສູ້ຊົນຢ່າງບໍ່ຢຸດຢັ້ງ, ພົນເອກ ຫວໍງວຽນຢາບ ໄດ້ປະຕິບັດສຳເລັດໜ້າທີ່ຢ່າງດີເລີດ, ສົມກັບຄວາມເຊື່ອໝັ້ນຂອງພັກ, ປະທານໂຮ່ຈີມິນຜູ້ຍິ່ງໃຫຍ່ ແລະ ຂອງປະຊາຊົນ ຫວຽດນາມ. ໃນບາດລ້ຽງປະຫວັດສາດຂອງການປະຕິວັດ ຫວຽດນາມ, ທ່ານພົນເອກ ຫວໍງວຽນຢາບ ໄດ້ປະກອບສ່ວນເຂົ້າໃນການສ້າງໄຊຊະນະອັນຍິ່ງໃຫຍ່, ກາຍເປັນນາຍພົນແຫ່ງເທບນິຍາຍ, ເປັນນັກການທະຫານທີ່ມີຄວາມປີຊາສາມາດ… ແລະ ໄດ້ຮັບການເຄົາລົບນັບຖືຈາກປະມຸກລັດຫຼາຍປະເທດ, ນັການເມືອງ, ນັກຮຽນຮູ້ຫຼາຍຄົນ ກໍຄືປະຊາຊົນໃນທົ່ວໂລກ”.
        ໂດຍໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບໜ້າທີ່ປົກປັກຮັກສາປະເທດຊາດຂອງກອງທັບປະຊາຊົນ ຫວຽດນາມ ໃນສະພາບການໃໝ່, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:
        “ໂດຍເສີມຂະຫຍາຍມູນເຊື້ອທີ່ສະຫງ່າງາມຂອງກອງທັບວິລະຊົນ, ຮ່ຳຮຽນຕາມແບບຢ່າງຂອງພົນເອກ ຫວໍງວຽນຢາບ, ພະນັກງານ, ນັກຮົບໃນທົ່ວກອງທັບ ຕ້ອງຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ລັດ, ປະຊາຊົນ ແລະ ລະບອບສັງຄົມນິຍົມ; ຕັດສິນໃຈປະຕິບັດພັນທະໜ້າທີ່ຂອງກອງທະຫານຕໍ່ສູ້, ກອງທະຫານປະຕິບັດງານ ແລະ ກອງທະຫານອອກແຮງງານທຳການຜະລິດໄດ້ຢ່າງມີໄຊ; ເປັນກຳລັງດ້ານການເມືອງພິເສດ, ກຳລັງຕໍ່ສູ້ທີ່ມີຄວາມຈົງຮັກພັກດີ, ເປັນກຳລັງຫຼັກແຫຼ່ງແກ່ນສານພ້ອມກັບທົ່ວປວງຊົນທັງຊາດປົກປັກຮັກສາຄວາມໝັ້ນຄົງຂອງປະເທດ ຫວຽດນາມ ສັງຄົມນິຍົມ ໄວ້ໃຫ້ໝັ້ນຄົງຕະຫຼອດການ.”
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນເຂົ້າຢ້ຽມຊົມງານວາງສະແດງ
ກ່ຽວກັບຊີວິດ ແລະ ພາລະກິດຂອງພົນເອກ ຫວໍງວຽນຢາບ
      ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນໄດ້ເຂົ້າຢ້ຽມຊົມງານວາງສະແດງກ່ຽວກັບຊີວິດ ແລະ ພາລະກິດຂອງພົນເອກ ຫວໍງວຽນຢາບ.
 (ແຫຼ່ງຄັດຈາກ VOV)
 


top