ທີ່ພິທີສະເຫຼີມສະຫຼອງ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນປະຫວັດສາດອັນສະຫງ່າອົງອາດຂອງຊາດ ຫວຽດນາມ ດ້ວຍບັນດາຂີດໝາຍອັນສະຫງ່າລາສີຂອງວັນທີ 02 ກັນຍາ 1945, ກໍ່ຄືບັນດາຜົນງານອັນໃຫຍ່ຫຼວງເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະ 80 ປີຜ່ານມາ.
ຕອນຄ່ຳວັນທີ 22 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ ທີ 2 ກັນຍາ (02 ກັນຍາ 1945 – 02 ກັນຍາ 2025). ເຂົ້າຮ່ວມພິທີສະເຫຼີມສະຫຼອງມີ ທ່ານນາງ ຫວໍທິແອັງຊວັນ, ຮອງປະທານປະເທດ ແຫ່ງ ສສ.ຫວຽດນາມ, ທ່ານນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີລາວ, ພ້ອມກັບການເຂົ້າຮ່ວມຂອງການນຳບັນດາກະຊວງ, ຂະແໜງການຂອງລາວ, ຫົວໜ້າບັນດາອົງການຜູ້ຕາງໜ້າສາກົນປະຈຳລາວ, ສະຖານທູດ ຫວຽດນາມ ປະຈຳລາວ ແລະ ປະຊາຄົມຊາວ ຫວຽດນາມ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ລາວ…
ທີ່ພິທີສະເຫຼີມສະຫຼອງ, ບັນດາຜູ້ແທນໄດ້ພ້ອມກັນຫວນຄືນປະຫວັດສາດອັນສະຫງ່າອົງອາດຂອງຊາດ ຫວຽດນາມ ດ້ວຍບັນດາຂີດໝາຍອັນສະຫງ່າລາສີຂອງວັນທີ 02 ກັນຍາ 1945, ກໍ່ຄືບັນດາຜົນງານອັນໃຫຍ່ຫຼວງເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະ 80 ປີຜ່ານມາ. ບັນດາຜູ້ແທນກໍ່ແບ່ງປັນຄວາມເອກອ້າງທະນົງໃຈຕໍ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ທີ່ພວມນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ.