ຂ່າວສານ

ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ ຢູ່ບາງປະເທດ

      ບັນດາຄະນະຜູ້ແທນຫວຽດນາມ ຄຽງຂ້າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງອື່ນໆຢູ່ເຊີແນວ ທີ່ຕາງໜ້າໃຫ້ແກ່ພັກ ແລະ ລັດ ໄດ້ ແລະ ພວມຍູ້ແຮງການພົວພັນຕ່າງປະເທດຂອງຫວຽດນາມ

(ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ ຢູ່ສ.ເຊັກໂກ)
      ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດປະເທດແຫ່ງສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2020), ວັນທີ 01 ກັນຍາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນອື່ນຢູ່ເຊີແນວ, ປະເທດສະວິດ ໄດ້ຈັດພິທີສະເຫຼີມສະຫຼອງຂຶ້ນຢ່າງສົມກຽດຢູ່ສຳນັກງານຄະນະຜູ້ແທນ. ເນື່ອງໃນໂອກາດນີ້, ທ່ານນາງເອກອັກຄະລັດຖະທູດ ເລທິຕ໊ວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ຢູ່ເຊີແນວ, ຢືນຢັນວ່າ, ບັນດາຄະນະຜູ້ແທນຫວຽດນາມ ຄຽງຂ້າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງອື່ນໆຢູ່ເຊີແນວ ທີ່ຕາງໜ້າໃຫ້ແກ່ພັກ ແລະ ລັດ ໄດ້ ແລະ ພວມຍູ້ແຮງການພົວພັນຕ່າງປະເທດຂອງຫວຽດນາມ, ຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບ, ຫຼາຍຝ່າຍໃນການພົວພັນກັບຕ່າງປະເທດ; ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເປັນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຊຸກຍູ້ການຮ່ວມມືກັບບັນດາປະເທດບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແກ້ໄຂບັນດາຄວາມແຕກຕົນໂດຍສັນຕິວິທີ ອີງໃສ່ກົດໝາຍສາກົນ.
          ຢູ່ອີຢິບ, ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດເຫດການໂຄສະນາວັດທະນະທຳ ແລະ ພາບພົດກ່ຽວກັບປະເທດຊາດ ແລະ ຊາວຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອນມິດອີຢິບ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອີຢິບ ເຈິ່ນແທັ່ງກົງ, ໄດ້ເປັນປະທານການພົບປະກັບສື່ມວນຊົນ ແລະ ແນະນຳກ່ຽວກັບບັນດາຈຸດຄວາມງາມທາງດ້ານວັດທະນະທຳ, ອາຫານການກິນຂອງຫວຽດນາມ ເຖິງສື່ມວນຊົນ ແລະ ເພື່ອມມິດອີຢິບ.
          “ບັນດາການພົວພັນທີ່ໄດ້ຮັບການສ້າງຕັ້ງຂຶ້ນໂດຍອີງໃສ່ບັນດາຊ່ອງວັດທະນະທຳ, ໂຄສະນາຂໍ້ມູນຂ່າວສານ. ພິເສດໃນສະພາບການໃນປະຈຸບັນ, ເພື່ອໃຫ້ຫຍັບມໍ່ເຂົ້າໃກ້ກັນກວ່າ, ບັນດາຊ່ອງໂຄສະນາພາບພົດຂອງແຕ່ລະປະເທດຜ່ານພາຫະນະສື່ມວນຊົນແມ່ນມີຄວາມສຳຄັນທີ່ສຸດ. ຍ້ອນເຫດນັ້ນ, ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າໄດ້ຊຸກຍູ້ການສາຍຟິມຮູບເງົາແນະນຳກ່ຽວກັບອາຫານການກິນຂອງຫວຽດນາມ, ບັນດາວາດຟ້ອນ, ບົດເພງຂອງຫວຽດນາມ ເພື່ອໃຫ້ຊາວອີຢິບ ສາມາດເຂົ້າໃຈແຈ້ງກວ່າກ່ຽວກັບພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມ ກວ່າ.”

(ງານວາງສະແດງພາບຖ່າຍ 130 ແຜ່ນກ່ຽວກັບການຮ່ວມມືລະຫວ່າງລາວ - ຫວຽດນາມ)
      ວັນທີ 01 ກັນຍາ, ທີ່ຫໍວັດທະນະທຳລາວ ຢູ່ນະຄອນຫຼວງວຽງຈັນ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ໄດ້ສົມທົບກັບສະຖານທູດຫວຽດນາມ ປະຈຳລາວ ຈັດງານວາງສະແດງພາບຖ່າຍ 130 ແຜ່ນກ່ຽວກັບການຮ່ວມມືລະຫວ່າງລາວ - ຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກະລາດ, ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ 2 ປະເທດ. ງານວາງສະແດງຈະອັດລົງໃນວັນທີ 03 ກັນຍາ.
 (ແຫຼ່ງຄັດຈາກ VOV)


top