ເຫດການ ແລະ ບັນຫາ

ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ໄດ້ຮັບການຈັດຂຶ້ນຢ່າງສົມກຽດ

ແຕ່ວັນທີ 17-18 ກໍລະກົດ 2022, ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ສອງປະເທດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (ວັນທີ 5 ກັນຍາ 1962 / ວັນທີ 5 ກັນຍາ 2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 / 18 ກໍລະກົດ 2022).

ແຕ່ວັນທີ 17-18 ກໍລະກົດ 2022, ພັກ, ລັດ, ລັດຖະບານ ແລະ ປະຊາຊົນ ສອງປະເທດ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (ວັນທີ 5 ກັນຍາ 1962 / ວັນທີ 5 ກັນຍາ 2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 / 18 ກໍລະກົດ 2022).

ກົກເຄົ້າເຫງົ້າກໍຂອງສາຍພົວພັນແບບພິເສດ

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນ ທາງການທູດ ຫວຽດນາມ - ລາວ ແລະ 45 ປີ ແຫ່ງວັນເຊັນ ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ. ກ່າວຄຳປາໄສທີ່ພິທີ, ສະຫາຍ ທອງລຸນ ສີສຸລິດ  ເລຂາທິການໃຫຍ່, ປະທານປະເທດ ໄດ້ທວນຄືນມູນເຊື້ອ ສະໜິດຕິດພັນ, ສັດຊື່ບໍລິສຸດທີ່ມີມາແຕ່ດົນນານ ຂອງສອງ ປະເທດບ້ານໃກ້ເຮືອນຄຽງ, ພິເສດແມ່ນນັບແຕ່ການກຳເນີດ ຂອງພັກ ກອມມູນິດ ອິນດູຈີນ ແລະ ປະຫວັດສາດ ສອງປະເທດ ເປັນພັນທະມິດ ຕໍ່ສູ້ ຕ້ານການຮຸກຮານ ຈາກພາຍນອກເພື່ອຍາດໄດ້ເອກະລາດ; ພ້ອມກັນນັ້ນ, ສະຫາຍຍັງເນັ້ນໜັກວ່າ, ໃນຕະຫຼອດໄລຍະຕໍ່ສູ້ອັນຍາວນານ, ດ້ວຍຄວາມຫຍຸ້ງຍາກລຳບາກນາໆ ປະການ, ປະຊາຊົນ ສອງປະເທດ ລາວ ແລະ ຫວຽດນາມ ໄດ້ມີຄວາມອົງອາດ ກ້າແກ່ນ, ພິລະອາດຫານ, ຄຽງບ່າຄຽງໄຫຼ່, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເດັດດ່ຽວຕໍ່ສູ້, ພ້ອມແລ້ວທີ່ຈະເສຍສະຫຼະເພື່ອກັນ. ນັ້ນແມ່ນກົກເຄົ້າເຫງົ້າກໍຂອງສາຍພົວພັນພິເສດ, ເປັນແບບຢ່າງ ແລະ ຫາຍາກໃນໂລກ, ເປັນປັດໄຈຕັດສິນຜົນສຳເລັດ ແລະ ໄຊຊະນະ ຂອງການປະຕິວັດ ຂອງແຕ່ລະປະເທດ. ບໍ່ວ່າໃນສະພາບການໃດ, ພັກ, ລັດ ແລະ ປະຊາຊົນ ລາວ ຍາມໃດກໍປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ແລະ ຄວາມສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດ ໃຫ້ປະຊາຊົນ ແຕ່ລະປະເທດ.

ສະຫາຍ ຫວໍວັນເຖືອງ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ ກ່າວຄໍາເຫັນທີ່ພິທີ. ພາບ: ຟ້າມກຽນ/VNA 
ພາບລວມຂອງພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ ລາວ-ຫວຽດນາມ. ພາບ: ຟ້າມກຽນ/VNA 
ສະຫາຍ ຫວໍວັນເຖືອງ, ກໍາມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການ ໃນພິທີປະດັບຫຼຽນໄຊ ໃຫ້ ສະຫາຍ ພັນຄໍາ ວິພາວັນ, ກໍາມະການກົມການເມືອງ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ໄຊສົມພອນ ພົມວິຫານ, ກໍາມະການ ກົມການເມືອງ, ປະທານສະພາແຫ່ງຊາດ ລາວ. ພາບ: ໂດ໊ບ໋າແທ່ງ/VNA 

ສ່ວນສະຫາຍ ຫວໍວັນເຖືອງ, ກໍາມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ໄດ້ເນັ້ນໜັກວ່າ, ການສ້າງຕັ້ງສາຍພົວພັນທາງການທູດ ຂອງສອງປະເທດເມື່ອ 60 ປີກ່ອນ ແລະ ການລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື 45 ປີກ່ອນ ແມ່ນບັນດາເຫດການ ທາງປະຫວັດສາດ, ຂີດໝາຍສຳຄັນໃນປະຫວັດສາດ ແຫ່ງການພົວພັນ ລະຫວ່າງສອງພັກ ສອງລັດ, ຢືນຢັນຄວາມຜູກພັນໄມຕີ ຊາຕາກຳ ຂອງສອງ ປະເທດ, ສ້າງເງື່ອນໄຂຊຸກຍູ້ສາຍພົວພັນຮ່ວມມື ໃນແຕ່ລະໄລຍະການປະຕິວັດ, ສ້າງລະດັບສູງໃໝ່ ໃຫ້ແກ່ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ, ແມ່ນພື້ນຖານດ້ານການເມືອງ ແລະ ກົດໝາຍທີ່ສຳຄັນ, ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນຂະບວນການປ່ຽນແປງໃໝ່, ປົົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງສອງປະເທດ ຫວຽດນາມ - ລາວ.

 

 ສະຫາຍ ຫວໍວັນເຖືອງ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນງານ ອັນໃຫຍ່ຫຼວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ທີ່ພັກ, ລັດ ແລະ ປະຊາຊົນ ລາວ ຍາດມາໄດ້ພາຍຫຼັງ 35 ປີ ແຫ່ງການ ປ່ຽນແປງໃໝ່  ແລະ ບັນດາໝາກຜົນສຳຄັນທີ່ຍາດມາໄດ້ ພາຍຫຼັງກວ່າ 1 ປີແຫ່ງການປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI; ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ຊີ້​ນຳ ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໂດຍ​ສະຫາຍ ທອງ​ລຸນ ສີ​ສຸ​ລິດເປັນຜູ້ນຳ, ການຊີ້ນຳ ບໍລິຫານຂອງລັດຖະບານ, ການຕິດຕາມກວດກາ ຂອງ ສະພາແຫ່ງຊາດ, ປະຊາຊົນ ລາວອ້າຍນ້ອງຈະປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ XI ​ໃຫ້​ສຳ​ເລັດ​ຜົນ, ກໍ່ສ້າງປະເທດ ລາວ​ສັນຕິພາບ, ເອກະລາດ, ປະຊາທິປະ​ໄຕ, ​ເປັນ​ເອກະ​ພາບ ​ແລະ ວັດທະນາ​ຖາວອນ ​ຕາມ ​ເປົ້າ​ໝາຍ​ສັງຄົມ​ນິຍົມ, ຍົກ​ສູງຊື່ສຽງ ​ແລະ ທີ່​ຕັ້ງ​ຂອງປະເທດ ສປປ ລາວ ​ໃນ​ພາກ​ພື້ນ ​ແລະ ສາກົນ.

 

ສາຍພົວພັນ ທີ່ມີໜຶ່ງບໍ່ມີສອງ ໃນປະຫວັດສາດຂອງໂລກ

ກ່າວ​ຄຳ​ປາໄສ​ທີ່​ພິທີ, ສະຫາຍ​ ຫງວຽນ​ຝູ໋ຈ້ອງ ເລຂາທິການ​ໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດ ຫວຽດນາມ ​ເນັ້ນ​ໜັກ​ວ່າ: ການ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ​ໄດ້​ບັນດາສະຫາຍຜູ້ນຳທີ່ຍິ່ງໃຫຍ່ ຄື: ປະທານ ​ໂຮ່ຈີ​ມິນ, ປະທານ​ໄກສອນ ພົມວິຫານ, ປະທານ​ປະ​ເທດ ສຸພາ​ນຸວົງ ​ວາງ​ຮາກ​ຖານ, ໄດ້ກໍ່ສ້າງ, ຮັກສາ, ເພີ່ມພູມຄູນສ້າງ ​ດ້ວຍກຳລັງ​ເຫື່ອ​ແຮງ ແລະ ​ເລືອດ​ເນື້ອ​ຂອງ​ນັກຮົບ ​ແລະ ປະຊາຊົນສອງປະ​ເທດຫຼາຍລຸ້ນຄົນ, ​ໄດ້​ກາຍ​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ ແລະ ກາຍເປັນສາຍ​ພົວພັນ​ມີໜຶ່ງບໍ່ມີສອງ​ໃນ​ປະຫວັດສາດ​ໂລກ. ສະຫາຍ ເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ ຢືນຢັນວ່າ, ຄວາມສາມັກຄີ, ຮ່ວມມື ແລະ ຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ລະຫວ່າງ ຫວຽດນາມ - ລາວ ແມ່ນກົດເກນ ພາວະວິໄສ, ເປັນປັດໄຈມີຄວາມໝາຍເປັນ-ຕາຍ ຂອງແຕ່່ລະພັກ, ແຕ່ລະປະເທດ; ພ້ອມກັນນັ້ນ ກໍແມ່ນຊັບສົມບັດລວມອັນລ້ຳຄ່າ ແລະ ເປັນພື້ນຖານ ເພື່ອໃຫ້ສອງປະເທດພວກເຮົາ ພ້ອມກັນ ເສີມຂະຫຍາຍ ໃນໄລຍະປະຫວັດສາດຕໍ່ໄປ. ຫວຽດນາມ ແລະ ລາວ ບໍ່ພຽງແຕ່ເປັນສອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ ແຕ່ຍັງແມ່ນສອງປະເທດອ້າຍນ້ອງ, ເປັນ ສະຫາຍອີກດ້ວຍ.

 
 
 

ຕາງໜ້າໃຫ້ພັກ, ລັດ ແລະ ປະຊາຊົນບັນດາເຜົ່າລາວ, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຂອບອົກຂອບໃຈ ຢ່າງຈິງໃຈຕໍ່ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນ ໃນພາລະກິດ ຕໍ່ສູ້ ປົດປ່ອຍຊາດ ໃນໄລຍະຜ່ານມາ ກໍຄືໃນຂະບວນວິວັດແຫ່ງການ ປົກປັກຮັກສາ ແລະ ສ້າງສາ, ພັດທະນາປະເທດຊາດໃນປະຈຸບັນ. ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ບັນດາຜົນງານອັນໃຫຍ່ຫຼວງ ແລະ ຮອບດ້ານ ທີ່ ຫວຽດນາມ ຍາດມາໄດ້ໃນໄລຍະທີ່ຜ່ານມາ, ສ້າງພື້ນຖານ ແລະ ຖ່ວງທ່າ ພັດທະນາປະເທດໃໝ່ ຢ່າງໝັ້ນແກ່ນ ຕາມເປົ້າໝາຍສັງຄົມນິຍົມ; ຖືວ່າເປັນບົດຮຽນອັນລ້ຳຄ່າ, ເປັນການລະດົມກຳລັງ ທາງດ້ານ ຈິດໃຈ ໃຫ້ແກ່ປະຊາຊົນ ລາວໃນຂະບວນວິວັດແຫ່ງການ ປົກປັກຮັກສາ ແລະ ສ້າງສາ, ພັດທະນາປະເທດຊາດຂອງຕົນ; ພ້ອມກັນນັ້ນກໍເຊື່ອໝັ້ນວ່າ, ພາຍໃຕ້ການນຳພາອັນຖືກຕ້ອງ, ເດັດດ່ຽວ, ໄຫວພິບ ແລະ ມີຫົວຄິດປະດິດສ້າງ ຂອງພັກກອມມູນິດ ຫວຽດນາມ ຊຶ່ງໄດ້ສືບທອດຈາກແນວຄິດ ແລະ ພາລະກິດ ຂອງປະທານ ໂຮ່ຈີມິນ, ຫວຽດນາມ ຈະບັນລຸໄດ້ບັນດາເປົ້າໝາຍ ທີ່ພັກວາງອອກ.

ບົດ: VNP ສັງລວມ - ພາບ: VNA - ແປໂດຍ: ບິກລຽນ  


top