ຂ່າວສານ

ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາ ປາຣີ

ສັນຍາສັນຕິພາບ ປາຣີ ໄດ້ສ້າງຂີດໝາຍສຳຄັນຍິ່ງໃນປະຫວັດສາດຂອງ ຫວຽດນາມ
  ສັນຍາສັນຕິພາບ ປາຣີ ໄດ້ສ້າງຂີດໝາຍສຳຄັນຍິ່ງໃນປະຫວັດສາດຂອງ ຫວຽດນາມ (ພາບ: TTXVN)  

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາ ປາຣີ (21 ມັງກອນ 1973 – 27 ມັງກອນ 2023), ວັນທີ 14 ມັງກອນ, ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ສົມທົບກັບນະຄອນ Verrières-le-Buisson, ຊານນະຄອນ ປາຣີ, ຈັດພິທີສະເຫຼີມສະຫຼອງເຫດການດັ່ງກ່າວ. ນີ້ແມ່ນເຫດການເປີດສາກໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນເຊັນສົນທິສັນຍາປະຫວັດສາດ ເປີດຊ່ອງທາງໃຫ້ແກ່ວິວັດການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່.

ກ່າວຄຳເຫັນທີ່ພິທີ, ທ່ານ François Guy Trébulle, ເຈົ້າຄອງນະຄອນ Verrières-le-Buisson, ໜັກວ່າ: “ສັນຍາສັນຕິພາບ ປາຣີ ໄດ້ສ້າງຂີດໝາຍສຳຄັນຍິ່ງໃນປະຫວັດສາດຂອງ ຫວຽດນາມ, ພ້ອມທັງກໍ່ແມ່ນໂອກາດສຳຄັນສຳລັບນະຄອນVerrières-le-Buisson, ບໍ່ພຽງແຕ່ໃນມື້ນີ້, ຫາກໃນອະນາຄົດອີກດ້ວຍ…” ຜ່ານນັ້ນ, ທາງນະຄອນຈະສິດສອນໃຫ້ລຸ້ນໜຸ່ມ ກ່ຽວກັບຄຸນຄ່າຂອງສັນຕິພາບ.

ສ່ວນທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ດິງຕວານທັງ ຕີລາຄາສູງບົດບາດຂອງນະຄອນ, ຊື່ງຍາມໃດກໍ່ແບ່ງປັນກັບ ຫວຽດນາມບັນດາຄຸນຄ່າລວມກ່ຽວກັບສັນຕິພາບ ແລະ ຄວາມສາມັກຄີໃນຈຸດເວລາປະຫວັດສາດ. ສິ່ງດັ່ງກ່າວໄດ້ພິສຸດໃຫ້ເຫັນວ່າ, ຜ່ານເວລາເຄິ່ງສະຕະວັດ, ຄວາມສົງຈຳກ່ຽວກັບສັນຕິພາບຍັງມີພະລັງຊີວິດ ແລະ ມີຊີວິດຊີວາເໝືອນເດີມ.


top