ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.

ທ່ານ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມພິທີ
ຕອນເຊົ້າວັນທີ 31 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ (31/1/1968 – 31/1/2018) ຢ່າງສົມກຽດ. ເຂົ້າຮ່ວມພິທີມີທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ.
ລາຍການສິລະປະທີ່ພິທີ
ໃນສູນທອນພົດສະເຫຼີມສະຫຼອງ 50 ປີແຫ່ງວັນບຸກໂຈມຕີ ແລະ ລຸກຮື້ຂຶ້ນຄັ້ງໃຫຍ່ໃນລະດູບານໃໝ່ປີວອກ 1968, ທ່ານ ຫງວຽນທ້ຽນເຍີນ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ຫວນຄືນບຸນປີໃໝ່ປີວອກ 1968, ກອງທັບ ແລະ ປະຊາຊົນ ຫວຽດນາມ ໄດ້ບຸກໂຈມຕີ ແລະ ລຸກຮື້ຂຶ້ນຢູ່ທົ່ວພາກໃຕ້ໃນພາບດຽວໂດຍບັງເອີນ, ພິເສດແມ່ນບັນດາຕົວເມືອງໃຫຍ່ຄື: ເຫ້ວ, ດ່ານັ້ງ, ໄຊງ່ອນ, ເກີນເທີ. ໃນໄລຍະເວລາອັນສັ້ນນັ້ນ, ທະຫານ ແລະ ປະຊາຊົນ ຫວຽດນາມ ໄດ້ບຸກຕີເຂົ້າແນວຫຼັງຢູ່ທຸກໆແຂວງ, ນະຄອນຢ່າງແຮງເຊິ່ງກ່ອນນັ້ນ ເກືອບຄືວ່າ ແມ່ນບັນດາບ່ອນອີງປອດໄພຂອງສັດຕູ. ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ, ເນັ້ນໜັກວ່າ:
“ໄຊຊະນະຕັດສິນຊີ້ຂາດມີລັກສະນະຍຸດທະສາດປີ 1968 ເຮັດໃຫ້ມີການຫັນປ່ຽນສະພາບການສົງຄາມຢ່າງວ່ອງໄວ ແລະ ແຂງແຮງ, ຍົກສູງອິດທິພົນຊື່ສຽງຂອງແນວໂຮມປົດປ່ອຍພາກໃຕ້ ຫວຽດນາມ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ໄຊຊະນະນີ້ໄດ້ເຮັດໃຫ້ເຈດຈຳນົງຮຸກຮານສັ່ນຄອນ, ທຳລາຍຍຸດທະສາດສົງຄາມຢູ່ພາຍໃນຂອງຈັກກະພັດ ອາເມລິກາ ແລະ ລູກແລ້ງຕີນມື, ບັງຄັບໃຫ້ພວກມັນຕ້ອງຍອມຮັບການເຈລະຈາໂດຍກົງກັບພວກເຮົາທີ່ກອງປະຊຸມປາຣີ”
(ແຫຼ່ງຄັດຈາກ VOV)