ຂ່າວສານ

ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ

ໃນ 30 ປີຜ່ານມາ, ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໄດ້ເຂົ້າຮ່ວມຫຼາຍເນື້ອໃນປັບປຸງ, ເພີ່ມເຕີມໃນລັດຖະທຳມະນູນປີ 1992, ສ້າງລັດຖະທຳມະນູນປີ 2013, ພິເສດແມ່ນບັນດາລະບຽບການກ່ຽວກັບການປ້ອງກັນຊາດ, ສ້າງກຳລັງປະກອບອາວຸດ.

ໃນ 30 ປີຜ່ານມາ, ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໄດ້ເຂົ້າຮ່ວມຫຼາຍເນື້ອໃນປັບປຸງ, ເພີ່ມເຕີມໃນລັດຖະທຳມະນູນປີ 1992, ສ້າງລັດຖະທຳມະນູນປີ 2013, ພິເສດແມ່ນບັນດາລະບຽບການກ່ຽວກັບການປ້ອງກັນຊາດ, ສ້າງກຳລັງປະກອບອາວຸດ.

   

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກັບບັນດາຜູ້ແທນ (ພາບ:TTXVN)

ຕອນບ່າຍວັນທີ 23 ກັນຍາ, ທີ່ສຳນັກງານສະພາແຫ່ງຊາດ, ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ. ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ມີທ່ານ ຫງວຽນຊວນຟຸກ, ປະທານປະເທດ ຫວຽດນາມ, ປະທານສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ; ທ່ານ ເວືອງດິ່ງເຫວະ, ປະທານສະພາແຫ່ງຊາດ ຫວຽດນາມ.

        ໃນ 30 ປີຜ່ານມາ, ກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບໄດ້ເຂົ້າຮ່ວມຫຼາຍເນື້ອໃນປັບປຸງ, ເພີ່ມເຕີມໃນລັດຖະທຳມະນູນປີ 1992, ສ້າງລັດຖະທຳມະນູນປີ 2013, ພິເສດແມ່ນບັນດາລະບຽບການກ່ຽວກັບການປ້ອງກັນຊາດ, ສ້າງກຳລັງປະກອບອາວຸດ, ສະພາປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ. ໂດຍຊົມເຊີຍບັນດາໝາກຜົນຂອງກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບບັນລຸໄດ້ໃນ 30 ປີຜ່ານມາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ ໃນໄລຍະຈະມາເຖິງ, ກຳມາທິການ ຄວນເປັນເຈົ້າການປະຕິບັດກ່ອນໂດຍໄວ, ຈາກທາງໄກໃນການສ້າງ, ສ້າງບັນດາກົດໝາຍ, ມະຕິ, ລັດຖະດຳລັດ… ໃຫ້ສົມບູນແບບ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ປາດຖະໜາວ່າ:

        “ໄລຍະຈະມາເຖິງ, ດ້ວຍຈິດໃຈເປັນເຈົ້າການ, ກຳມາທິການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ພ້ອມກັບບັນດາກຳມາທິການອື່ນໆຈະເສີມຂະຫຍາຍນ້ຳໃຈຄວາມຮັບຜິດຊອບ, ພູມປັນຍາຂອງບັນດາສະມາຊິກກຳມາທິການ, ຄົ້ນຄ້ວາ, ເປັນເຈົ້າການຍື່ນສະເໜີ ຮ່າງກົດໝາຍ, ມະຕິທີ່ຂຶ້ນກັບຂົງເຂດທີ່ຕົນຮັບຜິດຊອບຕໍ່ສະພາແຫ່ງຊາດ. ຜ່ານນັ້ນ, ປະກອບສ່ວນເພື່ອສ້າງລະບອບໃຫ້ສົມບູນແບບ - ເຊິ່ງເປັນໜຶ່ງ ໃນ 3 ຂອດບຸກທະລຸຍຸດທະສາດທີ່ໄດ້ກຳນົດໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ”.

(ແຫຼ່ງຄັດຈາກ VOV)


top