ຂ່າວສານ

ພິທີສະເຫຼີມສະຫຼອງ 20 ປີແຫ່ງບັ້ນຊາວໜຸ່ມອາສາສະໝັກ

      ຕອນຄ່ຳວັນທີ 17 ສິງຫາ, ຢູ່ນະຄອນໂຮ່ຈີມິນ, ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງບັ້ນຊາວໜຸ່ມອາສາສະໝັກ (2000-2019) ໂດຍສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດຕັ້ງຂຶ້ນ.

ພາບ: https://www.qdnd.vn
      ພາຍຫຼັງໄດ້ຜັນຂະຫຍາຍມາເປັນເວລາ 20 ປີ, ບັ້ນຊາວໜຸ່ມອາສາສະໝັກໄດ້ດຶງດູດການເຂົ້າຮ່ວມຂອງຊາວໜຸ່ມອາສາສະໝັກ 70 ລ້ານເທື່ອຄົນ. ມາຮອດປະຈຸບັນ, ມີເສັ້ນທາງຊົນນະບົດເກືອບ 287 ພັນກີໂລແມັດໄດ້ສ້ອມແປງ ແລະ ກໍ່ສ້າງໃໝ່; ເຮືອນກ່ວາ 250 ພັນຫຼັງໄດ້ຮັບການກໍ່ສ້າງໃໝ່ ແລະ ສ້ອມແປງຄືນ; ປະຊາຊົນ 15 ລ້ານຄົນໄດ້ຮັບການປິ່ນປົວພະຍາດ, ຫ້ອງຮຽນລົບລ້າງການກືກໜັງສືກ່ວາ 25 ພັນຫ້ອງໄດ້ຈັດຂຶ້ນ…. ມີໂຄງການຊາວໜຸ່ມຂັ້ນຕ່າງໆທັງໝົດເກືອບ 673 ພັນໂຄງການໄດ້ປະຕິບັດດ້ວຍຍອດມູນຄ່າເກືອບ 4 ພັນຕື້ດົ່ງ. ໄປຄຽງຄູ່ນັ້ນ, ບັນດາການເຄື່ອນໄຫວສ້າງແບບແຜນການດຳລົງຊີວິດຢູ່ເຂດຕົວເມືອງ; ປົກປັກຮັກສາສິ່ງແວດລ້ອມ, ຕອບບຸນແທນຄຸນ ແລະ ມຸ່ງໄປເຖິງເຂດຊາຍແດນ ໝູ່ເກາະ, ບັນດາການເຄື່ອນໄຫວອາສາສະໝັກສາກົນຢູ່ລາວ, ກຳປູເຈຍ ກໍ່ໄດ້ຈັດຕັ້ງຂຶ້ນເຊັ່ນດຽວກັນ.
   ກ່າວຄຳເຫັນທີ່ພິທີ, ທ່ານເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ໄດ້ສະເໜີວ່າ:
       ໃນໄລຍະຈະມາເຖິງ, ຕ້ອງນຳບັນດາຖັນແຖວເຂົ້າເຄື່ອນໄຫວຢູ່ 93 ເມືອງທຸກຍາກ, ຢູ່ບັນດາຕາແສງ, ເມືອງໃນໂຄງການ 135 ຂອງລັດຖະບານ; ບັນດາໝູ່ເກາະຊາວໜຸ່ມ ຫຼືບັນດາຕາແສງທຸກຍາກທີ່ຢູ່ລຽບຕາມເສັ້ນທາງໂຮ່ຈີມິນ ເພື່ອປ່ຽນແປງໂສມໜ້າ, ພື້ນຖານໂຄງລ່າງ. ຄຽງຂ້າງນັ້ນ, ຕ້ອງເພີ່ມທະວີບໍລິເວນການເຄື່ອນໄຫວອາສາສະໝັກສາກົນເພື່ອສະແດງໃຫ້ເຫັນບົດບາດ, ອິດທິພົນຊື່ສຽງຂອງຫວຽດນາມ ໃນພາກພື້ນຢ່າງຈະແຈ້ງ, ພິເສດໃນຂະນະທີ່ພວກເຮົາກຽມດຳລົງຕຳແໜ່ງເປັນປະທານອາຊຽນ 2020.
 (ແຫຼ່ງຄັດຈາກ VOV)
 


top