ຂ່າວສານ

ພິທີສະເຫຼີມສະຫຼອງ 113 ປີແຫ່ງວັນແມ່ຍິງສາກົນ

ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກຍິງຕຳຫຼວດປະຊາຊົນ ມານະພະຍາຍາມຝຶກຝົນຫຼໍ່ຫຼອມ, ຮໍ່າຮຽນ, ຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດໃນທຸກດ້ານ.
  ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ບັນດາ ສະມາຊິກຍິງຕຳຫຼວດປະຊາຊົນ  

ເນື່ອງໃນໂອກາດສະເຫຼີມສະຫຼອງ 113 ປີແຫ່ງວັນແມ່ຍິງສາກົນ (08 ກັນຍາ) ແລະ 40 ປີແຫ່ງວັນສ້າງຕັ້ງສະມາຄົມແມ່ຍິງກະຊວງຕຳຫຼວດ ຫວຽດນາມ (08 ມີນາ1983 – 08 ມີນາ 2023), ຕອນບ່າຍວັນທີ 06 ມີນາ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບຄະນະຜູ້ຕາງໜ້າແມ່ຍິງຕຳຫຼວດປະຊາຊົນ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ, 40 ປີຜ່ານມາ, ສະມາຄົມແມ່ຍິງກະຊວງຕຳຫຼວດ ໄດ້ພັດທະນາໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ຈາກລະບົບການຈັດຕັ້ງ, ກົນໄກການເຄື່ອນໄຫວ ຕະຫຼອດຮອດດ້ານຈຳນວນ, ຄຸນນະພາບສະມາຊິກ ແລະ ພັດທະນາບັນດາຂະບວນການຂອງແມ່ຍິງ. ໃນໄລຍະຈະມາເຖິງ, ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ພະນັກງານ, ສະມາຊິກຍິງຕຳຫຼວດປະຊາຊົນ ມານະພະຍາຍາມຝຶກຝົນຫຼໍ່ຫຼອມ, ຮໍ່າຮຽນ, ຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດໃນທຸກດ້ານ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ຄະນະປະຈຳສະພາແຫ່ງຊາດຈະສືບຕໍ່ສຳຫຼວດກວດຄືນ, ຄົ້ນຄວ້າເພື່ອປະກາດໃຊ້ເອກະສານກຳນົດດ້ານກົດໝາຍ ເພື່ອສ້າງເງື່ອນໄຂ, ກາລະໂອກາດໃຫ້ແມ່ຍິງ ແລະ ເພດຊາຍມີຄວາມສະເໝີພາບໃນການເຂົ້າຮ່ວມປະກອບສ່ວນເຂົ້າທຸກຂົງເຂດຂອງຊີວິດສັງຄົມ, ຊຸກຍູ້ການພັດທະນາໄວ, ຍືນຍົງຂອງປະເທດຊາດ.

 


top