ຂ່າວສານ

ພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ

      ຕອນເຊົ້າວັນທີ 06 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ (2008 - 2018).
(ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ພິທີ)      
      ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ຄະນະກຳມະການສຸມໃສ່ໄຈ້ແຍກ, ຕີລາຄາສະພາບການ, ໂດຍສະເພາະແມ່ນບັນດາຄວາມສ່ຽງທີ່ຊ້ອນແຝງຂອງຕະຫຼາດການເງິນ, ບັນດາການເຄື່ອນໄຫວຂອງທະນາຄານ… ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ.
        “ພະນັກງານຂອງຄະນະກຳມະການຕ້ອງເປັນເຈົ້າການກວ່າ, ທັນການກວ່າໃນການເປັນເສນາທິການສະເໜີບັນດາມາດຕະການແກ້ໄຂລະບົບການເງິນ, ເງິນຕາໃຫ້ສະຖຽນລະພາບ; ສ້າງໂຄງປະກອບລະບົບບັນດາອົງການສິນເຊື່ອຄືນໃໝ່ ຕິດພັນກັບການແກ້ໄຂໜີ້ເສຍ; ນຳໃຊ້ບັນດາມາດຕະຖານສາກົນ ແລະ ທຳນຽມສາກົນ. ພ້ອມທັງ, ອັບເດັດ, ໄຈ້ແຍກ, ລາຍງານສະພາບການການເງິນສາກົນຢູ່ພາຍໃນປະເທດ, ທັງບັນດາຕະຫຼາດການເງິນ, ອະສັງຫາລິມະຊັບ, ປະກັນໄພ; ສະເໜີເປັນເສນາທິການໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີຢ່າງທັນການ.”
 (ແຫຼ່ງຄັດຈາກ VOV)
 


top