ຂ່າວສານ

ພິທີມອບລາງວັນດີເດັ່ນບັ້ນແຂ່ງຂັນບົດປະດິດແຕ່ງບົດເພງຄວາມສາມັກຄີສູ້ຮົບລະຫວ່າງສາມປະເທດຫວຽດນາມ-ລາວ-ກຳປູເຈຍ

     ຕອນເຊົ້າວັນທີ 20 ມີນາ ທີ່ກະຊວງປ້ອງກັນປະເທດລາວ ຢູ່ ນະຄອນຫລວງວຽງຈັນ ໄດ້ດຳເນີນພິທີມອບລາງວັນດີເດັ່ນໃນບັ້ນແຂ່ງຂັນປະດິດແຕ່ງບົດເພງ, ບົດປະພັນວັນນະຄະດີ ກ່ຽວກັບ “ຄວາມສາມັກຄີສູ້ຮົບລະຫວ່າງສາມປະເທດ ຫວຽດນາມ - ລາວ -ກຳປູເຈຍ” ໃຫ້ແກ່ບັນດານັກແຕ່ງຂອງລາວ. 

ພົນຈັດຕະວາ ວັນທອງ ກອງມະນີ, ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວມອບລາງວັນ A
ຫ້ແກ່ນັກແຕ່ງ. ພາບ:vov
      ບັ້ນແຂ່ງຂັນດັ່ງກ່າວ ໄດ້ດຶງດູດເກືອບ 800 ຄົນເຂົ້າຮ່ວມ ດ້ວຍ 1.700 ບົດປະພັນວັນນະຄະດີ, ບົດເພງ, ວິຈິດສິນ, ພາບຖ່າຍ ແລະ ຟີມເອກະສານ. ຄະນະຈັດຕັ້ງໄດ້ມອບ 133 ລາງວັນໃຫ້ບັນດານັກແຕ່ງທີ່ມີບົດປະພັນດີເດັ່ນຂອງສາມປະເທດ. ພົນຈັດຕະວາ ວັນທອງ ກອງມະນີ, ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ລາວ ໃຫ້ຮູ້ວ່າ: ພິທີມອບລາງວັນຄັ້ງນີ້ແມ່ນນອນໃນຂອບເຂດປີສາມັກຄີມິດຕະພາບຫວຽດນາມ - ລາວ, ນີ້ແມ່ນການເຄື່ອນໄຫວສະແດງໃຫ້ເຫັນຈິດໃຈ “ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳ”ຂອງປະຊາຊົນ, ກອງທັບສອງປະເທດ ລາວ ແລະຫວຽດນາມ. ບັນດາບົດເພງ, ບົດກາບກອນ, ພາບແຕ້ມ, ພາບຖ່າຍທີ່ສວຍງາມ ແລະ ມີຊີວິດຊີວາເຫຼົ່ານັ້ນ ລ້ວນແຕ່ສະແດງໃຫ້ເຫັນຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ຄວາມຮັກແພງບໍລິສຸດຜຸດຜ່ອງຂອງສອງພັກ, ສອງກອງທັບ, ປະຊາຊົນສອງຊາດພວກເຮົາໃນຕະຫຼອດໄລຍະຕໍ່ສູ້ປະຕິວັດປົດປ່ອຍປະເທດຊາດ ກໍຄືໃນໄລຍະສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ”.
 (ແຫຼ່ງຄັດຈາກ VOV)

top