ຂ່າວສານ

ພິທີປຸກລະດົມສັບປະດາທະເລ ແລະ ເຂດໝູ່ເກາະຫວຽດນາມ

      ວັນທີ 1 ມິຖຸນາ, ຢູ່ນະຄອນບາກລຽວ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງບາກລຽວ ຈັດພິທີປຸກລະດົມສັບປະດາທະເລ ແລະ ເຂດໝູ່ເກາະຫວຽດນາມ, ເດືອນກະທຳເພື່ອສິ່ງແວດລ້ອມ ຕອບສະໜອງວັນມະຫາສະມຸດໂລກ ແລະ ວັນສິ່ງແວດລ້ອມໂລກ 2019.


ລາຍການສະແດງສິລະປະທີ່ພິທີປຸກລະດົມ
 (ພາບ: TTXVN )
      ກ່າວຄຳເຫັນຊີ້ນຳທີ່ພິທີປຸກລະດົມ, ທ່ານຮອງນາຍົກລັດຖະມົນຕີ ຈິງດິງຢູ້ງ ເນັ້ນໜັກວ່າ: ຫວຽດນາມ ສືບຕໍ່ພ້ອມກັບປະຊາຄົມໂລກ ປົກປັກຮັກສາສິ່ງແວດລ້ອມ, ຮັກສາສີຟ້າຂອງທະເລ. ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນເພື່ອປົກປັກຮັກສາສິ່ງແວດລ້ອມ, ທະເລ ແລະ ໝູ່ເກາະໃນລະດັບສາກົນ, ພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ຈິງດິງຢູ້ງ ເວົ້າວ່າ:
   ສົ່ງເສີມບັນດາວິສາຫະກິດ, ປະຊາຊົນຜະລິດ ແລະ ນຳໃຊ້ຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມ; ຍ້ອງຍໍຊົມເຊີຍຢ່າງທັນການ, ເຊີດຊູ, ມອບລາງວັນບັນດາແບບຢ່າງດີເດັ່ນ, ຮູບແບບດີ, ວິທີເຮັດທີ່ດີ, ຂໍລິເລີ່ມທີ່ມີຄນຄ່າໃນການນຳໃຊ້ຊັບພະຍາກອນຢ່າງມີປະສິດທິຜົນ, ອະນຸລັກຮັກສາຊີວະນານາພັນ, ສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງ, ພິເສດແມ່ນບັນດາທ້ອງຖິ່ນທີ່ມີທະເລຕ້ອງເອົາໃຈໃສ່ເປັນປະຈຳ, ມີບັນດາມາດຕະການກວມລວມ ໃນການໜູນຊ່ວຍເງື່ອນໄຂທີ່ຈຳເປັນເພື່ອຮັບປະກັນການທຳມາຫາກິນໃຫ້ແກ່ປະຊາຊົນເຂດໝູ່ເກາະທະເລ, ຍົກສູງຊີວິດການເປັນຢູ່ຂອງ ປະຊາຊົນເຂດໝູ່ເກາະທະເລ.
 (ແຫຼ່ງຄັດຈາກ VOV)

top