ຂ່າວສານ

ພິທີປິດວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາ ຄັ້ງທີ 5 ປີ 2019

      ໃນຂອບເຂດວັນບຸນ ໄດ້ດໍາເນີນເຫດການ ວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວທີ່ເປັນເອກະລັກ ອັນໄດ້ສະແດງໃຫ້ເຫັນມູນເຊື້ອວັດທະນະທໍາທີ່ມີສີສັນຫຼາກຫຼາຍຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາໃນທົ່ວປະເທດ.

ລາຍການສະແດງສິລະປະໃນພິທີປິດ  
      ຕອນຄໍ່າວັນທີ 21 ສິງຫາ, ຢູ່ສະໜາມຫຼວງ ວັນທີ 01 ເມສາ (ນະຄອນຕຸຍຮວ່າ, ແຂວງຝູອຽນ), ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງຝູອຽນ ຈັດຕັ້ງພິທີປິດ ວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາ ຄັ້ງທີ 5 ປີ 2019 ທີ່ມີຫົວຂໍ້: “ອະນຸລັກຮັກສາວັດທະນະທໍາຂອງຊົນເຜົ່າຈໍາ ຕິດພັນກັບການພັດທະນາການທ່ອງທ່ຽວ”. ໃນຂອບເຂດວັນບຸນ ໄດ້ດໍາເນີນເຫດການ ວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວທີ່ເປັນເອກະລັກ ອັນໄດ້ສະແດງໃຫ້ເຫັນມູນເຊື້ອວັດທະນະທໍາທີ່ມີສີສັນຫຼາກຫຼາຍຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາໃນທົ່ວປະເທດ. ບັນດາການເຄື່ອນໄຫວດ້ານວັດທະນະທໍາລວມມີ: ຂັບລໍາພື້ນເມືອງ, ສະແດງຊຸດອາພອນທີ່ເປັນເອກະລັກສະເພາະຂອງຊາວເຜົ່າຈໍາຢູ່ທ້ອງຖິ່ນ ແລະ ເຂດພາກ... ທ່ານດັ້ງຮຸ່ງ ນັກສິລະປິນປະຊາຊົນ, ປະທານສະພາປະເມີນຜົນ ວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາ ຄັ້ງທີ 5 ປີ 2019 ຢືນຢືນວ່າ:
        “ວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາ ໄດ້ປະກອບສ່ວນເຮັດໃຫ້ວັດທະນະທໍາແຜ່ຂະຫຍາຍໄປທົ່ວທຸກບ່ອນຂອງການດໍາລົງຊີວິດ. ປະກອບສ່ວນກໍ່ສ້າງພື້ນຖານວັດທະນະທໍາກິລາ ແລະ ທ່ອງທ່ຽວ ຂອງ 54 ຊົນເຜົ່າອ້າຍນ້ອງໃນມະຫາຄອບຄົວຂອງຊາດຫວຽດນາມ ໄດ້ພັດທະນາຍິ່ງໆຂຶ້ນ. ວັນບຸນດັ່ງກ່າວ ເໝືອນດັ່ງສວນດອກໄມ້ທີ່ມີສີສັນຫຼາກຫຼາຍ, ເໝືອນດັ່ງຮູບພາບລວມທີ່ມີຄວາມອຸດົມສົມບູນ, ເອກະລັກສະເພາະຂອງຊາວເຜົ່າຈໍາ”.
        ທີ່ພິທີປິດ, ຄະນະຈັດຕັ້ງໄດ້ມອບທຸງຜັດປ່ຽນກັນເປັນເຈົ້າການຈັດຕັ້ງວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຂອງພໍ່ແມ່ພີ່ນ້ອງຊາວເຜົ່າຈໍາ ຄັ້ງທີ 6 ປີ 2022 ໃຫ້ແກ່ແຂວງນິງທ້ວນ. 
 (ແຫຼ່ງຄັດຈາກ VOV)


top