ຂ່າວສານ

ພິທີປະດັບຫຼຽນໄຊຂອງລັດ ຫວຽດນາມ ແລະ ລາວ

      ກໍ່ທີ່ພິທີ, ທ່ານ ຈັນສະໜອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ກໍ່ໄດ້ປະດັບຫຼຽນໄຊຂອງ ລັດ ແລະ ກະຊວງປ້ອງກັນປະເທດ ລາວ ໃຫ້ກອງທັບປະຊາຊົນຫວຽດນາມ ແລະ ບັນດາການນຳ, ຜູ້ບັນຊາບັນດາ ອົງການ, ຫົວໜ່ວຍຂອງກະຊວງປ້ອງກັນປະເທດ ຫວຽດນາມ.

ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມກ່າວຄຳເຫັນທີ່ພິທີ
(ພາບ: QĐND)
      ຕອນເຊົ້າ ວັນທີ18 ກຸມພາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສົມທົບກັບ ກະຊວງປ້ອງກັນປະເທດ ລາວ ຈັດຕັ້ງພິທີປະດັບຫຼຽນໄຊຂອງລັດ ຫວຽດນາມ ແລະ ລັດ ລາວ, ທ່ານພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດປະດັບຫຼຽນໄຊອັນສູງສົ່ງຂອງ ລັດ ຫວຽດນາມ - ຫຼຽນໄຊເອກະລາດຊັ້ນໜຶ່ງ ໃຫ້ທ່ານພົນເອກ ຈັນສະໜອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນ ຫວຽດນາມ ໄດ້ຮັບຮູ້ຄຸນງາມຄວາມດີອັນໃຫຍ່ຫຼວງ, ຜົນງານດີເດັ່ນຂອງ ທ່ານພົນເອກ ຈັນສະໜອນ ຈັນຍາລາດ ໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ. ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ເນັ້ນໜັກວ່າ:
            ໃນປີ 2020 ແມ່ນປີ ຫວຽດນາມດຳລົງສອງຕຳແໜ່ງໃນລະດັບພາກພື້ນ ແລະ ທົ່ວໂລກ ນັ້ນແມ່ນເປັນປະທານອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 - 2021. ໃນນັ້ນກະຊວງປ້ອງກັນປະເທດ ຫວຽດນາມຈະເປັນປະທານຈັດຕັ້ງ 20ກວ່າເຫດການດ້ານການທະຫານ, ການປ້ອງກັນຊາດຂ້າພະເຈົ້າເຊື່ອໝັ້ນວ່າການຮ່ວມມືຢ່າງແໜ້ນແຟ້ນມີປະສິດທິຜົນຂອງ ກະຊວງປ້ອງກັນປະເທດ ລາວ ຈະປະກອບສ່ວນສຳຄັນເຂົ້າໃນຜົນມສຳເລັດຂອງ ຫວຽດນາມ, ຜ່ານນັ້ນປະກອບສ່ວນປັບປຸງຄວາມສາມັກຄີ ແລະ ສະໜິດຕິດພັນ ອາຊຽນຍົກສູງກຳລັງແຮງພາຍໃນຍູ້ແຮງວິວັດທະນາການສ້າງປະຊາຄົມ ອາຊຽນ ນັບມື້ນັບມີການຮ່ວມສຳພັນຢ່າງແໜ້ນແຟ້ນ ແລະ ເຂັ້ມແຂງ.
ກໍ່ທີ່ພິທີ, ທ່ານ ຈັນສະໜອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ກໍ່ໄດ້ປະດັບຫຼຽນໄຊຂອງ ລັດ ແລະ ກະຊວງປ້ອງກັນປະເທດ ລາວ ໃຫ້ກອງທັບປະຊາຊົນຫວຽດນາມ ແລະ ບັນດາການນຳ, ຜູ້ບັນຊາບັນດາ ອົງການ, ຫົວໜ່ວຍຂອງກະຊວງປ້ອງກັນປະເທດ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)


top