ຂ່າວສານ

ພິທີປະກາດລ້ານລາຍເຊັນເພື່ອຫຼັກອະນາໄມດ້ານສະບຽງອາຫານ

      ກະຊວງອຸດສາຫະກຳ ການຄ້າ ແມ່ນໜຶ່ງໃນ 3 ຫົວໜ່ວຍໄດ້ຮັບການມອບໝາຍຈາກລັດຖະບານໃນການຜັນຂະຫຍາຍວຽກງານແຫ່ງລັດກ່ຽວກັບຫຼັກອະນາໄມດ້ານສະບຽງອາຫານ.
     
      ຕອນຄ່ຳວັນທີ 21 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດຕັ້ງພິທີປະກາດ 1 ລ້ານລາຍເຊັນເພື່ອຫຼັກອະນາໄມດ້ານສະບຽງອາຫານ - ເຊິ່ງເປັນເຫດການສຳຄັນນອນໃນຂອບເຂດໂຄງການກະທຳເພື່ອຫຼັກອະນາໄມດ້ານສະບຽບອາຫານ. ກ່າວຄຳເຫັນທີ່ພິທີ, ທ່ານ ໂດ໋ຖັ໋ງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ກະຊວງອຸດສາຫະກຳ ການຄ້າ ແມ່ນໜຶ່ງໃນ 3 ຫົວໜ່ວຍໄດ້ຮັບການມອບໝາຍຈາກລັດຖະບານໃນການຜັນຂະຫຍາຍວຽກງານແຫ່ງລັດກ່ຽວກັບຫຼັກອະນາໄມດ້ານສະບຽງອາຫານ. ໄປຄຽງຄູ່ກັບການປະຕິບັດບັນດາໜ້າທີ່ຄຸ້ມຄອງແຫ່ງລັດແລ້ວ, ກະຂວງອຸດສາຫະກຳ ການຄ້າ ໄດ້ ແລະ ພວມຕັ້ງໜ້າໃນການຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍໃຫ້ວິສາຫະກິດ, ຮາກຖານຜະລິດ, ດຳເນີນທຸລະກິດ, ຈຳໜ່າຍສະບຽງອາຫານ, ຈາກການໃຫ້ຄຳປຶກສາສ້າງຮູບແບບບັນດາລະບົບຮ້ານຂາຍສິນຄ້າ, ຮາກຖານດຳເນີນທຸລະກິດຮັບປະກັນຫຼັກອະນາໄມດ້ານສະບຽງອາຫານ…ຕະຫຼອດຮອດການໃຫ້ຄຳປຶກສາໜູນຊ່ວຍບັນດາທ້ອງຖິ່ນ ແລະ ວິສາຫະກິດສ້າງຮູບແບບທົດລອງຕະຫຼາດຮັບປະກັນຫລັກອະນາໄມດ້ານສະບຽງອາຫານ.
 (ແຫຼ່ງຄັດຈາກ VOV)
 

top