ຂ່າວສານ

ພິທີບູຊາເຈົ້າຊີວິດຮຸ່ງ-ງານບຸນວິຫານຮຸ່ງ 2021: ມີການເຄື່ອນໄຫວຕອບບຸນແທນຄຸນຫຼາຍຢ່າງຕໍ່ບັນພະບຸລຸດ, ມຸ່ງໄປເຖິງກົກເຄົ້າເຫງົ້າກໍ

      ຈຸດສຸມຂອງງານບຸນແມ່ນພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ຕາມປະເພນີທີ່ເປັນມູນເຊື້ອ ນັບແຕ່ເວລາ 7 ໂມງຂອງວັນທີ 21 ເມສາ (ກົງກັບວັນທີ 10 ມີນາ ໄລ່ຕາມຈັນທະປະຕິທິນ).
ພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ຕາມປະເພນີທີ່ເປັນມູນເຊື້ອ ຈະຈັດຂຶ້ນໃນວັນທີ 21 ເມສາ
(ພາບປະກອບ: TTXVN)
      ແຂວງ ຝູ໊ທໍ້ ຈະຈັດສະຖານທີ່ຍິງບັ້ງໄຟດອກໄລຍະສູງໃນຕອນຄ່ຳວັນທີ 20 ເມສາ (ກົງກັບວັນທີ 03 ມີນາ ໄລ່ຕາມຈັນທະປະຕິທິນ) ຢູ່ນະຄອນ ຫວຽດຈີ, ເນື່ອງໃນໂອກາດຈັດພິທີບູຊາເຈົ້າຊີວິດຮຸ່ງ ປີ 2021. ຈຸດສຸມຂອງງານບຸນແມ່ນພິທີຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດຮຸ່ງ ຕາມປະເພນີທີ່ເປັນມູນເຊື້ອ ນັບແຕ່ເວລາ 7 ໂມງຂອງວັນທີ 21 ເມສາ (ກົງກັບວັນທີ 10 ມີນາ ໄລ່ຕາມຈັນທະປະຕິທິນ). ນອກນັ້ນ, ຍັງມີການເຄື່ອນໄຫວຄື: ລາຍການສະແດງສິລະປະ; ງານແຂ່ງຂັນລອຍນ້ຳນະຄອນ ຫວຽດຈີ ເປີດກວ້າງປີສະຫຼູ; ງານແຂ່ງຂັນຫໍເຂົ້າຕົ້ມ, ເຂົ້າໜົມໄຢ່... ຄະນະຈັດຕັ້ງພິທີບູຊາເຈົ້າຊີວິດຮຸ່ງ ແຂວງ ຝູ໊ທໍ້ ໄດ້ສ້າງບັນດາແຜນການເພື່ອຮັບປະກັນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຕາມຂໍ້ກຳນົດຂອງຂະແໜງສາທາລະນະສຸກ.
(ແຫຼ່ງຄັດຈາກ VOV)


top