ຂ່າວສານ

ພິທີຖະຫວາຍບັນແຕດເພື່ອບູຊາເຈົ້າຊີວິດຮຸ່ງ ແລະ ຖະຫວາຍບູຊາພະອໍລະຫັນ ຫງວຽນຮີ້ວແກງ

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຫວຽດນາມ ປີຈໍ 2018, ວັນທີ 12 ກຸມພາ ກົງກັບວັນທີ 27 ເດືອນ 12 ປີ ຣະກາໄລ່ຕາມຈັນທະປະຕິທິນ, ຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດນະຄອນ ໂຮ່ຈິມິນ ໄດ້ຈັດ ພິທີຖະຫວາຍບັນແຕດເພື່ອບູຊາເຈົ້າຊີວິດຮຸ່ງ ແລະ ຖະຫວາຍບູຊາພະອໍລະຫັນ ຫງວຽນຮີ້ວແກງທີ່ກຸ່ມເຂດປູຊະນີຍະສະຖານບັນດາເຈົ້າຊີວິດຮຸ່ງທີ່ຂຶ້ນກັບສວນສາທາລະນະປະຫວັດສາດວັດທະນະທຳຊົນຊາດ ທີ່ເມືອງ 9 ນະຄອນໂຮ່ຈິມິນ.
 
ພິທີຖະຫວາຍບັນແຕດເພື່ອບູຊາເຈົ້າຊີວິດຮຸ່ງ

ພິທີຖະຫວາຍບັນແຕດເພື່ອບູຊາເຈົ້າຊີວິດຮຸ່ງ ໄດ້ຖືກດຳເນີນດ້ວຍຫຼາຍພິທີກຳທີ່ເປັນປະເພນີ ເຂັ້ມຂົ້ນໄປດ້ວຍສີສັນຊາດ. ບັນແຕດທີ່ຖະຫວາຍບູຊາເຈົ້າຊີວິດຮຸ່ງ ທີ່ຖືກເລືອກເຟັ້ນນັ້ນ ແມ່ນອາຫານທີ່ແຊບນົວ, ມີຮູບງາມ ພ້ອມກັບບັນດາເຍື່ອງອາຫານພິເສດຂອງເຂດພາກໃຕ້.

    ພິທີຖະຫວາຍບັນແຕດເພື່ອບູຊາເຈົ້າຊີວິດຮຸ່ງ ແລະ ຖະຫວາຍບູຊາພະອໍລະຫັນ ຫງວຽນຮີ້ວແກງ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ເປັນມູນເຊື້ອຂອງນະຄອນ ຖືກຈັດຂຶ້ນໃນໂອກາດບຸນເຕັດ, ທັງເປັນການຢັ້ງຢືນຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາເຈົ້າຊີວິດຮຸ່ງໃນການສ້າງສາປະເທດຊາດ.

 (ແຫຼ່ງຄັດຈາກ VOV)



top