ຂ່າວສານ

ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ

ວັນທີ 12 ມີນາ ນີ້, ການນຳ 2 ທ່ານຈະນຳໜ້າຄະນະຜູ້ແທນຂັ້ນສູງຂອງ 2 ປະເທດດຳເນີນການພົບປະເຈລະຈາ
(ທີ່ພິທີຕ້ອນຮັບ)

ຕາມນັກຂ່າວສຳນັກຂ່າວສານ ຫວຽດນາມ ແລ້ວ, ຕອນເຊົ້າວັນທີ 12 ມີນາ (ຕາມເວລາທ້ອງຖິ່ນ), ຢູ່ຫໍສະພາແຫ່ງຊາດ ສິງກະໂປ, ທ່ານນາຍົກລັດຖະມົນຕີ ສ.ສິງກະໂປ, ເລຂາຄະນະພັກເຄື່ອນໄຫວປະຊາຊົນ ສິງກະໂປ (PAP) Lawrence Wong ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ຢ້ຽມຢາມທາງລັດຖະກິດຢູ່ ສິງກະໂປ.

ພາຍຫຼັງພິທີຕ້ອນຮັບ, ກ່ອນທີ່ເຂົ້າຫ້ອງພົບປະ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ, ເລຂາຄະນະພັກເຄື່ອນໄຫວປະຊາຊົນ ສິງກະໂປ Lawrence Wong ໄດ້ແນະນຳຄະນະຜູ້ແທນເປັນທາງການຂອງ 2 ປະເທດ. ຕາມລາຍການ, ວັນທີ 12 ມີນາ ນີ້, ການນຳ 2 ທ່ານຈະນຳໜ້າຄະນະຜູ້ແທນຂັ້ນສູງຂອງ 2 ປະເທດດຳເນີນການພົບປະເຈລະຈາ; ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມື; ກ່າວຄຳເຫັນຕໍ່ສື່ມວນຊົນ; ເຂົ້າຮ່ວມງານລ້ຽງຢ່າງເປັນທາງການ.

ໃນວັນດຽວກັນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປຖະຫວາຍດອກໄມ້ອາໄລຫາປະທານ ໂຮ່ຈີມິນ ຢູ່ຮູບປັ້ນ ແລະ ແຜນສີລາຈາລຶກປະທານ ໂຮ່ຈີມິນ, ໃນເຂດສວນຫໍພິພິດຕະພັນສີວິໄລອາຊີ, ສິງກະໂປ.


top