ຂ່າວສານ

ພິທີຊັກທຸງສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ

      ຕອນເຊົ້າວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດພິທີຊັກທຸງສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ 25 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອົງການນີ້ຢ່າງເປັນທາງການ.

ພິທີຊັກທຸງອາຊຽນ (ພາບ: nhandan.com.vn)
      ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິນມິນ ເປັນປະທານພິທີ. ເຂົ້າຮ່ວມພິທີຍັງມີຜູ້ຕາງໜ້າບັນດາກະຊວງ ຂະແໜງການທີ່ກ່ຽວຂ້ອງ; ເອກອັກຄະລັດຖະທູດ, ອຸປະທູດຊົ່ວຄາວບັນດາປະເທດອາຊຽນ ແລະ ຄູ່ຮ່ວມມືຂອງອາຊຽນ ປະຈຳຮ່າໂນ້ຍ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິນມິນ ກ່າວວ່າ:
  ຂ້າພະເຈົ້າຢາກເນັ້ນໜັກວ່າ ອະນາຄົດຂອງອາຊຽນ ແມ່ນຈະມີຄວາມສົດໃສທີ່ສຸດ. ດ້ວຍທິດນຳທີ່ວ່າ “ຈິນຕະນາການປະຊາຄົມ, ການກະທຳຂອງປະຊາຄົມ”, ຫວຽດນາມ ຈະສືບຕໍ່ສົມທົບກັບບັນດາປະເທດອາຊຽນ ຢ່າງແໜ້ນແຟ້ນ ກໍ່ຄືບັນດາປະເທດຄູ່ຮ່ວມມື ແລະ ປະຊາຄົມສາກົນ ພ້ອມກັນສ້າງປະຊາຄົມອາຊຽນ ແຫ່ງຄວາມສາມັກຄີ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
(ແຫຼ່ງຄັດຈາກ VOV)


top