ຂ່າວສານ

ພິທີຊັກທຸງຂຶ້ນ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງ ອາຊຽນ

ຜ່ານໄລຍະ 55 ປີແຫ່ງການສ້າງສາ ແລະ ພັດທະນາ, ປະຈຸບັນ, ອາຊຽນ ແມ່ນໜຶ່ງໃນບັນດາອົງການພາກພື້ນສຳຄັນ, ມີອິດທິພົນຊື່ສຽງ ແລະ ປະສົບຜົນສຳເລັດໃນໂລກ, ແມ່ນຊາຍຄາລວມຂອງປະຊາຊົນກ່ວາ 650 ລ້ານຄົນໃນ 10 ປະເທດສະມາຊິກທີ່ມີພື້ນຖານວັດທະນະທຳທີ່ມີຫຼາຍຮູບຫຼາຍແບບ.

ຜ່ານໄລຍະ 55 ປີແຫ່ງການສ້າງສາ ແລະ ພັດທະນາ, ປະຈຸບັນ, ອາຊຽນ ແມ່ນໜຶ່ງໃນບັນດາອົງການພາກພື້ນສຳຄັນ, ມີອິດທິພົນຊື່ສຽງ ແລະ ປະສົບຜົນສຳເລັດໃນໂລກ, ແມ່ນຊາຍຄາລວມຂອງປະຊາຊົນກ່ວາ 650 ລ້ານຄົນໃນ 10 ປະເທດສະມາຊິກທີ່ມີພື້ນຖານວັດທະນະທຳທີ່ມີຫຼາຍຮູບຫຼາຍແບບ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ (8/8/1967 – 8/8/2022) ແລະ 27 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (28/7/1995 – 28/7/2022), ຕອນເຊົ້າວັນທີ 8 ສິງຫາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ໄດ້ຈັດພິທີຊັກທຸງ ອາຊຽນ ຂຶ້ນ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ເປັນເຈົ້າພາບພິທີ ດ້ວຍການເຂົ້າຮ່ວມຂອງ ເອກອັກຄະລັດຖະທູດ ບັນດາປະເທດ ອາຊຽນ, ການນຳບັນດາກະຊວງ, ຂະແໜງການ.

        ວັນທີ 8 ສິງຫາ 1967, ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຮັບການສ້າງຕັ້ງ, ເປີດສາກໃຫ້ແກ່ການຮ່ວມສຳພັນອັນເລິກເຊິ່ງ, ກ້ວາງຂວາງເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ພາກພື້ນ. ຜ່ານໄລຍະ 55 ປີແຫ່ງການສ້າງສາ ແລະ ພັດທະນາ, ປະຈຸບັນ, ອາຊຽນ ແມ່ນໜຶ່ງໃນບັນດາອົງການພາກພື້ນສຳຄັນ, ມີອິດທິພົນຊື່ສຽງ ແລະ ປະສົບຜົນສຳເລັດໃນໂລກ, ແມ່ນຊາຍຄາລວມຂອງປະຊາຊົນກ່ວາ 650 ລ້ານຄົນໃນ 10 ປະເທດສະມາຊິກທີ່ມີພື້ນຖານວັດທະນະທຳທີ່ມີຫຼາຍຮູບຫຼາຍແບບ, ເປັນປະຊາຄົມເສດຖະກິດໃຫຍ່ອັນດັບ 5 ຢູ່ໃນໂລກ, ແມ່ນຄູ່ຮ່ວມມືໄວ້ເນື້ອເຊື່ອໃຈ ແລະ ສຳຄັນຂອງຫຼາຍປະເທດ, ສວມບົດບາດໃຈກາງຂອງບັນດາວິວັດການເຈລະຈາ, ຮ່ວມມື ແລະ ຮ່ວມສຳພັນທີ່ສຳຄັນຢູ່ພາກພື້ນ.

    

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ

ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ມີບົດຂຽນ “55 ປີ ອາຊຽນ - ວິໄສທັດໜຶ່ງ, ສີສັນໜຶ່ງ, ປະຊາຄົມໜຶ່ງ”

        ໃນບົດຂຽນ,ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນວ່າ: ອາຊຽນ ຮັກສາທີ່ຕັ້ງສຳຄັນໃນນະໂຍບາຍການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ. ການເຂົ້າຮ່ວມ ອາຊຽນ ໃນປີ 1995 ແມ່ນລັດຖະນະໂຍບາຍມີລັກສະນະຍຸດທະສາດຂອງພັກ ແລະ ລັດ ຫວຽດນາມ, ປະກອບສ່ວນສ້າງໂສມໜ້າໃໝ່ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະ ການພັດທະນາຂອງປະເທດຊາດ, ປັບປຸງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຍາດແຍ່ງແຫຼ່ງກຳລັງພາຍນອກເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ ກໍ່ຄືຍົກລະດັບອິດທິພົນຊື່ສຽງ, ທີ່ຕັ້ງບົດບາດຂອງປະເທດຊາດ.

        ດ້ວຍທິດນຳເປັນເຈົ້າການ, ຕັ້ງໜ້າ, ຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບ, ຫວຽດນາມ ສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ພ້ອມກັບ ອາຊຽນ ສືບຕໍ່ປະຕິບັດການສ້າງປະຊາຄົມ ອາຊຽນ ໃຫ້ສຳເລັດຜົນ, ປະກອບສ່ວນສຳຄັນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ຢູ່ໃນໂລກ.

(ແຫຼ່ງຄັດຈາກ VOV)


top