ຄົ້ນພົບ

ພິທີກຳ ລ້ຽງ ເຈົ້າປ່າເຈົ້າເຂົາ ຂອງຊາວເຜົ່າ ມົ້ງ

ແຕ່ລະປີ, ເມື່ອບຸນປີໃໝ່ວຽນມາເຖິງ, ຊາວເຜົ່າ ມົ້ງ ຢູ່ເມືອງ ວິ ຊວຽນ, ແຂວງ ຮ່າຢາງ ພ້ອມກັບບັນດາຄອບຄົວຊາວເຜົ່າ ມົ້ງ ທີ່ອາໄສ ຢູ່ໝູ່ບ້ານ ວັດທະນະທຳ-ທ່ອງທ່ຽວ ບັນດາ ຊົນເຜົ່າ ຫວຽດນາມ (ຮ່າໂນ້ຍ) ໄດ້ຈັດພິທີ ລ້ຽງ ເຈົ້າປ່າ ເຈົ້າເຂົາ. 
ຊາວເຜົ່າ ມົ້ງ ຖືວ່າ ປ່າແຕ່ລະແຫ່ງ ຈະໄດ້ຮັບການຄຸ້ມຄອງຈາກ ເຈົ້າປ່າ ເຈົ້າເຂົາ. ການທໍາພິທີກໍາ ລ້ຽງເຈົ້າປ່າ ເຈົ້າເຂົາ ແມ່ນ ເພື່ອໃຫ້ຊາວບ້ານ ມີສຸຂະພາບແຂງແຮງ, ລະດູການຜະລິດ ເກັບ ກ່ຽວໄດ້ຜົນ ແລະ ພິເສດ ແມ່ນເພື່ອຍົກສູງຈິດສໍານຶກ ກ່ຽວກັບການປົກປັກຮັກສາປ່າ-ບ່ອນທີ່ລ້ຽງຊີບຂອງ ຊາວບ້ານທຸກຄົນ. 

ຊາວເຜົ່າ ມົ້ງ ຈັດພິທີກຳລ້ຽງ ເຈົ້າປ່າເຈົ້າເຂົາ ໃນຕົ້ນປີໃໝ່, ເຂົາ ເຈົ້າຖືວ່າ ນັ້ນແມ່ນມື້ທີ່ດີທີ່ສຸດ ຂອງປີ. ໃນມື້ທຳພິທີກຳ, ຊາວ ບ້ານທຸກຄົນ ຈະຖືເຄື່ອງເສັ້ນໄຫວ້ ມາຍັງສະຖານທີ່ ຈັດພິທີ. ສະ ຖານທີ່ດັ່ງກ່າວ ໝໍເຢົາ ເປັນຜູ້ເລືອກ ເພາະເປັນຜູ້ທີ່ມີອິດທິພົນ, ມີຄວາມຮູ້ກ່ຽວກັບຮີດຄອງປະເພນີ ຂອງຊາວເຜົ່າ ມົ້ງ. ເຄື່ອງ ເສັ້ນໄຫວ້ ລວມມີ: ແບ້, ໄກ່, ເຕົ້າຮູ້ ແລະ ເຂົ້າຕົ້ມ. 


ໝໍເຢົາ ຈຸດເຈ້ຍ ໃນພິທີກໍາລ້ຽງເຈົ້າປ່າ ເຈົ້າເຂົາ. ພາບ: ຫວຽດເກື່ອງ/VNP


ໃນພິທີເສັ້ນໄຫວ້ດິບ, ໝໍເຢົາ ຈະເຜົາຂົນຂອງ ສັດທ່ີຖືກທໍາ ການບູຊາ. ພາບ: ຫວຽດເກື່ອງ/VNP


ໄກ່ ເປັນສັດ ທີ່ມີບົດບາດ, ມີຄວາມໝາຍສຸດທີ່ສຳຄັນ ເປັນ ສິ່ງທີ່ຂາດບໍ່ໄດ້ ໃນບັນດາການເຄື່ອນໄຫວທາງຈິດວິນຍານ ຂອງ ຊາວເຜົ່າ ມົ້ງ. ພາບ: ຫວຽດເກື່ອງ/VNP


ພິທີ ໝໍເຢົາ ຖອກເຫຼົ້າລົງດິນ. ພາບ: ຫວຽດເກື່ອງ/VNP


ຍິງສາວເຜົ່າ ມົ້ງ ພວມກະກຽມເຄື່ອງທໍາພິທີກໍາ. ພາບ: ຫວຽດເກື່ອງ/VNP



ພິທີກຳລ້ຽງ ເຈົ້າປ່າ ເຈົ້າເຂົາ ແມ່ນພິທີສຳຄັນໃນຊີວິດ ການ ເປັນຢູ່ ຂອ ງຊາວເຜົ່າ ມົ້ງ. ຊາວເຜົ່າມົ້ງ ຖືວ່າ: ປ່າໃຫ້ຂອງ ກິນ, ປ່າຮັກສານໍ້າ, ໃຫ້ການປົກປ້ອງ ຊີວິດເຂົາເຈົ້າ. ພາບ: ຫວຽດ ເກື່ອງ/VNP

ໃນພິທີກຳລ້ຽງ ເຈົ້າປ່າເຈົ້າເຂົາ, ຊາວບ້ານທຸກຄົນ ສາມາດເຂົ້າ ຮ່ວມໄດ້, ມີພຽງຜູ້ຊາຍ ຈຶ່ງໄດ້ເຂົ້າຮ່ວມໂດຍກົງ ໃນພິທີກໍາໄຫວ້ ບູຊາ ເທົ່ານັ້ນ. ພິທີກຳ ໄດ້ແຍກເປັນ 2 ສ່ວນ, ຊາວເຜົ່າ ມົ້ງ ເອີ້ນ ວ່າ ເສັ້ນໄຫວ້ ເຄື່ອງດິບ ແລະ ເສັ້ນໄຫວ້ ເຄື່ອງສຸກ. ການເສັ້ນ ໄຫວ້ ເຄື່ອງດິບ ແມ່ນລ້ຽງ ເຈົ້າປ່າເຈົ້າເຂົາ ບັນດາສັດລ້ຽງທີ່ຍັງ ມີຊີວິດ ແລະ ຕ້ອງຂ້າສັດຢູ່ຕໍ່ໜ້າຮ້ານບູຊາ ເຈົ້າປ່າເຈົ້າເຂົາ, ເຂົາເຈົ້າຈຶ່ງໄດ້ຮັບວິນຍານ ຂອງເຄື່ອງເສັ້ນໄຫວ້. ໃນເສັ້ນໄຫວ້ ເຄື່ອງດິບ, ຫຼັງຈາກໄຕ້ທູບ, ທຽນ, ໝໍເຢົາ ຈະເຜົາຂົນສັດ  ທີ່ເອົາ ມາເສັ້ນໄຫວ້ ດ້ວຍທູບທີ່ຈູດເທິງຮ້ານບູຊາ ແລ້ວຂ້າສັດ ທີ່ເອົາ ມາເສັ້ນໄຫວ້. ຫຼັງຈາກນັ້ນ, ໝໍເຢົາ ຈະອັນເຊີນ ເຈົ້າປ່າເຈົ້າເຂົາ ມາ ຮັບວິນຍານ ເຄື່ອງເສັ້ນໄຫວ້. ສິ້ນສຸດການເສັ້ນໄຫວ້ເຄື່ອງ ດິບ, ເຄື່ອງເສັ້ນໄຫວ້ ຈະໄດ້ເອົາໄປປຸງແຕ່ງ ໃຫ້ສຸກ ເພື່ອທໍາ ພິທີກໍາ ຄັ້ງທີສອງ. 

ໃນການທໍາພິທີກໍາ, ໝໍເຢົາ ຈະເຊີນ ​ເຈົ້າປ່າເຈົ້າເຂົາ ມາຮັບ ເຄື່ອງເສັ້ນໄຫວ້ ແລະ ອ່ານບັນດາຄຳມຸ່ງຫວັງ ຂອງ ຊາວບ້ານ. ພິທີກຳ ລ້ຽງເຈົ້າປ່າເຈົ້າເຂົາສິ້ນສຸດ ເມື່ອໝໍເຢົາ ຈຸດເຈ້ຍ ທີ່ີມີ ເລືອດ ຂອງສັດນໍາມາເສັ້ນໄຫວ້ ແລະ ຫົດເຫຼົ້າໃສ່ຕົ້ນໄມ້ ສັກ ສິດ, ບ່ອນຕັ້ງຮ້ານບູຊາ ເຈົ້າປ່າເຈົ້າເຂົາ.  

ຫຼັງຈາກທຳພິທີກໍາ, ໝໍເຢົາ ຈະເລົ່າເລື່ອງລາວຕ່າງໆ ແຕ່ບູຮານ ນະການ ຊາວບ້ານທຸກຄົນ ໄດ້ຮັບຟັງ, ເຊິ່ງມີຄວາມເລິກລັບ ກ່ຽວ ກັບສິ່ງສັກສິດ ຂອງປ່າ. ທຸກຄົນມີຄວາມເຊື່ອວ່າ ເຈົ້າປ່າເຈົ້າ ເຂົາ ຈະໃຫ້ການປົກປ້ອງຄຸ້ມຄອງ ເຂົາເຈົ້າ.
 
ປະຕິບັດ: ຫວຽດເກື່ອງ

top