ຄົ້ນພົບ

ພິທີ ສະຫຼອງເຮືອນ ຣົງ ຫຼັງໃໝ່ ຂອງຊາວເຜົ່າ ບານາ

ສຳລັບຊາວເຜົ່າ ຢູ່ ທາງທິດເໜືອ ໄຕງວຽນ ເວົ້າລວມ, ພິທີ ສະຫຼອງເຮືອນ ຣົງ ຫຼັງໃໝ່ ໄດ້ຖືວ່າ ເປັນບຸນປາງໃຫຍ່ ທີ ສຸດ ຂອງຊາວເຜົ່າ ບານາ. ພິທີດັ່ງກ່າວ ໄດ້ຈັດຂຶ້ນ ຢູ່ເຮືອນ ຣົງ ຊຶ່ງເປັນບ່ອນວົງຄະນາຍາດ ຊາວເຜົ່າ ບານາ ທຳການ ເຄື່ອນໄຫວທາງດ້ານ ສິລະປະ, ວັດທະນະທຳ, ຫຼິ້ນກິ ລາ, ໂຮມຊຸມນຸມ, ທັງເປັນ ສະຖານທີ່ ໂຄສະນາເຜີຍແຜ່ ແຜນນະໂຍບາຍ ຕ່າງໆ ຂອງ ພັກ, ກົດໝາຍແຫ່ງລັດ, ກໍຄື ຄວາມກ້າວໜ້າ ທາງດ້ານເຕັກນິກ ໃນການຜະລິດ ເຖິງ ພໍ່ແມ່ປະຊາຊົນ ອີກດ້ວຍ. 
ພິທີ ສະຫຼອງເຮືອນ ຣົງ ຫຼັງໃໝ່ ຂອງຊາວເຜົ່າ ບານາ ເປັນ ໂອກາດ ເພື່ອໃຫ້ຊາວບ້ານທຸກຖ້ວນໜ້າ ປະຕິບັດ ຄຳໝັ້ນ ໝາຍ ແລະ ຕອບແທນບຸນຄຸນ ເທວະດາຟ້າແຖນ ທ່ີໄດ້ ຊ່ວຍເຫຼືອ ເບິ່ງແຍງ ວົງຄະນະຍາດ ຊາວບ້ານ.

ໃນເວລາທຳພິທີ, ເຈົ້າຈໍ້າ (ບອກ ກຣາ) ທີ່ເປັນ ເຈົ້າກົກເຈົ້າ ເຫລົ່າ ຂອງບ້ານ ຈະຂໍພອນ ເທວະດາຟ້າແຖນ ໃຫ້ສືບຕໍ່ ຊ່ວຍເຫຼືອ ທົ່ວວົງຄະນາຍາດ ມີສຸຂະພາບ ເຂັ້ມແຂງ, ມີ ຄວາມຢູ່ເຢັນເປັນສຸກ ແລະ ຜົນລະປູກໄດ້ຮັບຜົນດີ. ຕາມ ປົກກະຕິ, ຊາວບ້ານ ໃຊ້ໝູ 2 ໂຕ, ໄກ່ 3 ໂຕ ແລະ ເຫຼົ້າ 5-6 ໄຫ ເພື່ອການ ທຳພິທີບູຊາ. ໂດຍທົ່ວໄປແລ້ວ, ຄອບຄົວ ໜຶ່ງ ຈະປະກອບສ່ວນ ເຫຼົ້າ 1 ໄຫ ເພື່ອຮ່ວມມ່ວນ ຊື່ນ ກັບ ຊາວບ້ານດຽວກັນ.

ຊີ້ນຳພິທີບູຊາສະຫຼອງເຮືອນ ຣົງ ຫຼັງໃໝ່ ຂອງຊາວເຜົ່າ ບານາ ແມ່ນບັນດາຜູ້ເຖົ້າຜູ້ແກ່ທີ່ມີຄວາມເຊື່ອຖືໃນບ້ານ ໂດຍ ເຈົ້າຈໍ້າ ເປັນຜູ້ນຳພາ. ຊາວບ້ານເຊື່ອວ່າ ເຈົ້າຈໍ້າ ເປັນຄົນ ທີ່ຖືກຮັບຮອງຈາກ ເທວະດາຟ້າແຖນ ແລ້ວ, ໄດ້ມອບໜ້າທີ່ ອັນສຳຄັນໃຫ້ແນະນຳພໍ່ແມ່ພີ່ນ້ອງ ໃນບ້ານ ເພາະສະ ນັ້ນ ຈຶ່ງເປັນຜູ້ມີອິດທິພົນສູງ.


ເມື່ອສຽງຄ້ອງ ສົ່ງສັນຍານດັງຂຶ້ນ, ປະຊາຊົນ ທຸກເພດ ທຸກໄວໃນບ້ານ ຕ່າງກໍມາເຕົ້າໂຮມກັນ ຢູ່ເຂດເຮືອນ ຣົງ ເພື່ອ ກຽມເຂົ້າຮ່ວມທຳພິທີບູຊາ. 


ບັນດາຜູ້ເຖົ້າ ພາຍໃນບ້ານ ກະກຽມເຄື່ອງທຳພິທີ ສຳລັບ ພິທີ ສະຫຼອງເຮືອນ ຣົງ ຫຼັງໃໝ່ ຂອງຊາວເຜົ່າ ບານາ.


ຕົ້ນກະຖິນ ຖືກປຸກຢູ່ຕໍ່ໜ້າປະຕູເຮືອນ ຣົງ ເພື່ອກະກຽມ ໃຫ້ ພິທີບູຊາ. 


ເຄື່ອງທຳພິທີ ທີ່ໄດ້ກະກຽມ ຢູ່ຕໍ່ໜ້າ ເຮືອນ ຣົງ. 


ບັນດາຜູ້ເຖົ້າ ດຳເນີນການທຳພິທີບູຊາ.


ເຫຼົ້າໄຫ ແລະ ຊີ້ນ ໄດ້ກະກຽມ ຢູ່ພາຍໃນເຮືອນ ຣົງ. 


ບ່ອນທຳພິທີ ພາຍໃນເຮືອນ ຣົງ. 


ບັນດາຜູ້ເຖົ້າ ທຳພິທີບູຊາໃນເຮືອນ ຣົງ ແລະ ປະຕິບັດພິທີ ດື່ມເຫຼົ້າໄຫ. 


ໜ່ວຍຄ້ອງ ເດັກນ້ອຍ ຊາວເຜົ່າ ບານາ ທັງຕີຄ້ອງ ທັງຍ່າງ ອ້ອມຂ້າງ ບັນດາຜູ້ເຖົ້າ ໃນເວລາທຳພິທີບູຊາ ສະຫຼອງ ເຮືອນ ຣົງ ຫຼັງໃໝ່ ກຳລັງການດຳເນີນ. 


ເຈົ້າຈໍ້າ ທໍາພິເສກມົນ ໃສ່ບັນດາວັດຖຸສິ່ງຂອງ ໃນເຮືອນ ຣົງ. 


ຫຼັງຈາກສຳເລັດ ພິທີບູຊາ ສະຫຼອງ ພາຍໃນເຮືອນ ຣົງ ຫຼັງ ໃໝ່, ຊາວບ້ານທຸກຄົນ ກໍເຕົ້າໂຮມກັນ ຢູ່ຕໍ່ໜ້າເຮືອນ ເພື່ອ ສືບຕໍ່ທຳພິທີກຳອື່ນໆ ອີກ. 


ບັນດານັກສິລະປິນເດັກ ພາກັນຕີຄ້ອງ. 


ບັນດາຜູ້ເຖົ້າ ແລະ ຊາວບ້ານ ພ້ອມກັນ ດື່ມເຫຼົ້າໄຫ ຢູ່ຕໍ່ໜ້າ ເຮືອນ ຣົງ. 


ໜ່ວຍສິລະປະຕີຄ້ອງ ຈະສະແດງ ຕະຫຼອດເວລາ ໃນເວລາ ທໍາພິທີສະຫຼອງເຮືອນ ຣົງ ຫຼັງໃໝ່. 

ຫຼັງຈາກພິທີບູຊາ ສະຫຼອງ ເຮືອນ ຣົງ ຫຼັງໃໝ່ ສິ້ນສຸດລົງ, ບັນດາຜູ້ເຖົ້າຜູ້ແກ່ພາຍໃນບ້ານ, ສິລະປິນຕີຄ້ອງ
ແລະ ນັກທ່ອງທ່ຽວຈະເຂົ້າຮ່ວມກັນດື່ມເຫຼົ້າໄຫ ແລະ  ຟ້ອນລຳທຳ ເພງ ຮ່ວມກັນ ຢ່າງມ່ວນຊື່ນ. 

ຫຼັງຈາກຊາວບ້ານ ໂຮມແຮງກັນສ້າງເຮືອນຣົງ ສຳເລັດ, ເຈົ້າຈໍ້າ ຈະເຕົ້າໂຮມບັນດາພໍ່ແກ່ແນວໂຮມພາຍໃນບ້ານ ຂຶ້ນເຮືອນຣົງ ເພື່ອປຶກສາຫາລືກັນ ໃນການເລືອກເຟັ້ນ ເຄື່ອງທຳພິທີ ແລະ ເວລາທີ່ເໝາະສົມ ເພື່ອການທຳ ພິທີ ສະຫຼອງເຮືອນ ຣົງ ຫຼັງໃໝ່.

ຕາມຮີດຄອງປະເພນີຂອງບ້ານ, ເຈົ້າຈໍ້າ ແລະ ຜູ້ຊ່ວຍວຽກ ຈຳນວນໜຶ່ງຂອງບ້ານ ຈະສ້າງຖານບູຊາ ນ້ອຍ ຢູ່ໃຕ້ ຕີນ ຂອງເຮືອນ ຣົງ ເພື່ອ ທຳພິທີ ບອກຂ່າວ ກັບປູ່ຍ່າຕາຍາຍ ກ່ຽວກັບວັນເວລາ ພິທີສະຫຼອງເຮືອນ ຣົງ ຫຼັງໃໝ່ທີ່ ຈະໄດ້ ຈັດຂຶ້ນ. ເຄື່ອງທໍາພິທີ ລວມມີໝູ 2 ໂຕ, ໄກ່ 3 ໂຕ ແລະ ເຫຼົ້າ 6 ໄຫ.

ຫຼັງຈາກ ຜູ້ເຖົ້າ ຜູ້ມີອິດທິພົນ ທັງ 3 ອ່ານບົດສູດເຖິງ ປູ່ຍ່າຕາຍາຍ, ຜູ້ເຖົ້າໃຫຍ່ ຈະເອົາເລືອດໄກ່ ປົນກັບເຫຼົ້າບູຊາ ຢູ່ຕີນເສົາ ເຮືອນ ຣົງ. ໃນເວລານັ້ນ, ຊາວໜຸ່ມໃນບ້ານ ກໍ ກະກຽມທຽນ, ຊີ້ນ, ຈອກເຫຼົ້າທອງ ແລະ ຈັດວາງຕາມການ ຊີ້ນຳຂອງ ຜູ້ເຖົ້າ. ໄຫເຫຼົ້າ ສຳລັບບູຊາ ຈະຈັດວາງ ຢູ່ເສົາ ກາງເຮືອນຣົງ, ຊຶ່ງເປັນບ່ອນສຳຄັນສຸດ. ເຫຼົ້າໄຫ ທີ 2 ໄດ້ ວາງ ຢູ່ບ່ອນຕັ້ງ ຕົ້ນກະຖິນ. ສ່ວນ ເຫຼົ້າໄຫ ຂອງ ບັນດາ ຄອບຄົວ ຈະໄດ້ ວາງຢູ່ຕາມເສົາອ້ອມຂ້າງ.

ເມື່ອວຽກງານການກະກຽມສຳເລັດ, ບັນດາຜູ້ເຖົ້າ ທີ່ມີອິດທິພົນ ພາຍໃນບ້ານ ກໍ່ເລີ່ມຕົ້ນ ທຳພິທີບູຊາ ແຈ້ງຂ່າວເຖິງ ປູ່ຍ່າຕາຍາຍ. ບັນດາຜູ້ເຖົ້າ ຫັນໜ້າສູ່ ທາງທິດຕາເວັນ ອອກ, ພ້ອມກັນອ່ານຄຳສາບານເປັນສຽງດຽວກັນ, ຫຼັງ ຈາກ ນັ້ນ ເຈົ້າຈໍ້າ ເອົາເຫຼົ້າປົນກັບເລືອດໄກ່ ຖອກໃສ່ ເສົາເຮືອນ ຣົງ ແຕ່ລະເສົາ, ທັງອ່ານ ຄຳສາບານ ພ້ອມກັບ ບັນດາຜູ້ເຖົ້າ ພ້ອມກັນຜູ້ດື່ມເຫຼົ້າກ່ອນ.

ຫຼັງຈາກທຳພິທີ ຢູ່ເດີ່ນ ບັນດາຜູ້ເຖົ້າ ຈຶ່ງກ້າວເຂົ້າ ທຳພິທີ ຢູ່ພາຍໃນເຮືອນຣົງ. ຜູກໄຫເຫຼົ້າ 1 ໄຫ ເຂົ້າກັບຕົ້ນກະຖິນ ທີ່ຈັດວາງຢູ່ກາງເຮືອນ ຕໍ່ໜ້າປະຕູເຂົ້າ-ອອກ. ໃນເວລາດຽວກັນນັ້ນ, ໜ່ວຍສິລະປະ ກໍເລີ່ມການສະແດງ ໂດຍການ ຟ້ອມ 3 ຮອບອ້ອມເຮືອນ ຣົງ.

ຫຼັງຈາທຳພິທີບູຊາ ພາຍໃນເຮືອນຣົງ, ບັນດາຜູ້ເຖົ້າ ກໍ່ຈະ ເລີ່ມທຳພິທີ ມີລັກສະນະພິທີການຕໍ່ໄປ. ເຫຼົ້າປະສົມເລືອດ ເພື່ອທຳການເສາະລ້າງ ບັນດາວັດທີ່ຖືວ່າ ສັກສິດ (ເອົາ ເຫຼົ້າ ປົນ ເລືອດທາໃສ່ແຕ່ລະເສົາເຮືອນ ຣົງ) ຫຼັງຈາກນັ້ນ ໝາກນໍ້າເຕົ້າ ທ່ີໃສ່ເຫຼົ້າ ປົນກັບເລືອດ ຈະຖືກເກັບຮັກສາ ໄວ້ ໃນເຮືອນ ຣົງ.

ພິທີສະຫຼອງເຮືອນ ຣົງ ຫຼັງໃໝ່ ຂອງຊາວເຜົ່າ ບານາ ກັບ ການມ່ວນຊື່ນລື້ນເລີງ ຈະດຳເນີນໄປ ຕະຫຼອດເວລາ 3 ວັນ.

ປັດຈຸບັນ, ເຖິງວ່າຊີວິດ ໄດ້ມີການປ່ຽນແປງຫຼາຍຢ່າງ ແຕ່ພິ ທີ ສະຫຼອງເຮືອນ ຣົງ ຫຼັງໃໝ່ ຂອງຊາວເຜົ່າ ບານາ ຍັງຄົງ ໄດ້ຈັດຂຶ້ນ ຊຶ່ງປະກອບສ່ວນ ໃນການອະນຸລັກ ຮັກສາ ແລະ ໂຄສະນາເຜີຍແຜ່ ຄວາມຈົບງາມ ດ້ານ ວັດທະນະ ທຳ ມູນເຊື້ອ ໃນຊີວິດການເປັນຢູ່ ຂອງ ບັນດາຊົນເຜົ່າ ຢູ່ ເຂດໄຕງວຽນ.
ປະຕິດບັດ: ກົງດາດ

top