ຂ່າວສານ

ພາ​ຍຸ Kalmaegi ກໍ່​ຜົນ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ຢູ່ແຂວງ ຢາ​ລາຍ ແລະ ດັກ​ລັກ

ໃນເວລາເຄື່ອນເຂົ້າມາເຂດແຕ່ແຂວງ ກວ໋າງຫງາຍ ໄປຮອດ ຢາລາຍ ຂອງ ຫວຽດນາມ ໃນຕ່ອນບ່າຍວັນທີ 6 ພະຈິກ, ພາຍຸ Kalmaegi ໄດ້ເຮັດໃຫ້ມີຝົນຕົກໜັກ ແລະ ກໍ່ຜົນເສຍຫາຍຫຼາຍຕໍ່ກັບພື້ນຖານໂຄງລ່າງ.
ພາບປະກອບ: VOV

ໃນນັ້ນ ຢາລາຍ, ດັກລັກແມ່ນສອງທ້ອງຖິ່ນຖືກຜົນເສຍຫາຍຢ່າງໜັກໜ່ວງທີ່ສຸດ ໂດຍມີເຮືອນຫຼາຍຫຼັງຖືກພັງຖະຫຼົ່ມລົງ, ລົມພັດຫຼັງຄາເຮືອນເປີດ, ຊັບສິນຖືກເປ່ເພ, ມີຄວາມສ່ຽງເກີດດິນເຊາະເຈື່ອນ, ນ້ຳຖ້ວມໃນວົງກວ້າງ.

ຕາມການລາຍງານແບບໄວຂອງກອງບັນຊາການປ້ອງກັນພົນລະເຮືອນແຂວງ ດັກລັກ ໂດຍໃຫ້ຮູ້ວ່າ ໄລ່ຮອດຕອນເຊົ້າວັນທີ 7 ພະຈິກ, ພາຍຸ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ, ຜູ້ຮັບບາດເຈັບ 2 ຄົນ, ເຮືອນກວ່າ 500 ຫຼັງຖືກພັງຖະຫຼົ່ມລົງ, ນ້ຳຖ້ວມ ແລະ ຫຼັງຄາເປີດ, ຫຼາຍເສັ້ນທາງໃນແຂວງ ແລະ ເມືອງ ຖືກດິນເຊາະເຈື່ອນ, ນ້ຳຖ້ວມໃນວົງກວ້າງ, ທ້ອງຖິ່ນຈຳນວນໜຶ່ງຖືກຕັດແຍກຈາກພາຍນອກ.

ຢູ່ແຂວງຢາລາຍ, ຕາມການຮັບຮູ້ໃນເບື້ອງຕົ້ນ ຮອດຕອນເຊົ້າວັນທີ 7 ພະຈິກ, ທົ່ວແຂວງມີຜູ້ເສຍຊີວິດ 2 ຄົນ, ຜູ້ຮັບບາດເຈັບ 2 ຄົນ, ແລະ ເຮືອນກວ່າ 5.400 ຫຼັງຖືກພັງຖະຫຼົ່ມ, ນ້ຳຖ້ວມ ແລະ ຫຼັງຄ່າເປີດ, ເນື້ອທີ່ປູກເຂົ້າ ແລະ ຕົ້ນປູກນັບພັນເຮັກຕາຖືກເສຍຫາຍ, ສັດລ້ຽງຕາຍນັບພັນໂຕ, ທົ່ວແຂວງດັບໄຟໃນວົງກວ້າງ, ການຕິດຕຢູ່ຫຼາຍບ່ອນຖືກຕັດຂາດ.

top