ອາຫານການກິນ

ພາເຂົ້າ ໃນມື້ ເຕັດ ຂອງ ຄົນ ຮ່າໂນ້ຍ ໃນສະໄໝກ່ອນ

ເມື່ອບຸນປີໃໝ່ ປະຈຳຊາດ ວຽນມາເຖິງ, ກໍ່ແມ່ນຊ່ວງເວລາ ລະດູບານໃໝ່ ພໍດີ, ບັນຍາກາດຄຶກຄັກ ໄດ້ແຜ່ ໄປທົ່ວທຸກແຫ່ງ. ສໍາລັບຄົນ ຮ່າໂນ້ຍ, ພາເຂົ້າໃນມື້ບຸນເຕັດ ບໍ່ພຽງແຕ່ເປັນຄາບເຂົ້າ ປະຈຳວັນພຽງຢ່າງດຽວ, ແຕ່ຍັງເປັນຜົນງານ ສິລະປະ, ເປັນການສະແດງອອກເຖິງ ຄວາມລະອຽດອ່ອນ ແລະ ຄວາມເຄົາລົບອີກດ້ວຍ.

ເມື່ອບຸນປີໃໝ່ ປະຈຳຊາດ ວຽນມາເຖິງ, ກໍ່ແມ່ນຊ່ວງເວລາ ລະດູ ບານໃໝ່ ພໍດີ, ບັນຍາກາດຄຶກຄັກ ໄດ້ແຜ່ ໄປທົ່ວທຸກແຫ່ງ. ສໍາ ລັບຄົນ ຮ່າໂນ້ຍ, ພາເຂົ້າໃນມື້ບຸນເຕັດ ບໍ່ພຽງແຕ່ເປັນຄາບເຂົ້າ ປະຈຳວັນພຽງຢ່າງດຽວ, ແຕ່ຍັງເປັນຜົນງານ ສິລະປະ, ເປັນການ ສະແດງອອກ ເຖິງ ຄວາມລະອຽດອ່ອນ ແລະ ຄວາມເຄົາລົບ ອີກດ້ວຍ.

ພາເຂົ້າ​ບຸນ​ເຕັດ ​ແມ່ນ​ຮູບ​ພາບ​ທີ່ມີຊີວິດຊີວາ ​ດ້ານ​ວັດ​ທະ​ນະ​ທຳ ແລະ ຮີດ​ຄອງ​ປະ​ເພ​ນີ​ ຂອງ​ ຊາວ ຮ່າ​ໂນ້ຍ.

ແມ່ຄົວສີມືດີ ແອ໋ງຕວ໋ຽດ ໄດ້ແບ່ງປັນວ່າ: “ພາເຂົ້າ ບຸນປີໃໝ່ ປະ ຈຳຊາດ ຂອງຄົນ ຮ່າໂນ້ຍ ບໍ່ພຽງແຕ່ ເປັນການປະສົມເຂົ້າກັນດີ ລະຫວ່າງອາຫານແຊບໆ ເທົ່ານັ້ນ, ແຕ່ຍັງເປັນຮູບພາບ ທີ່ມີ ຊີວິດຊີວາ ກ່ຽວກັບວັດທະນະທໍາ, ຮີດຄອງປະເພນີ ຂອງເຂົາ ເຈົ້າ”. ອັນແທ້ຈິງແລ້ວ, ອາຫານແຕ່ລະເຍື່ອງ ໃນພາເຂົ້າ ລ້ວນ ແຕ່ມີຄວາມໝາຍຢ່າງເລິກເຊິ່ງ, ສະແດງໃຫ້ເຫັນເຖິງຄວາມເຄົາ ລົບ ຂອງ ຄົນເຮົາ ຕໍ່ທໍາມະຊາດ ແລະ ຊີວິດ.

ລາຍການອາຫານແກງໜໍ່ໄມ້ ເສັ້ນຫຼ້ອນ ແລະ ຕີນຈອບໝູ ໄດ້ ຮັບການປຸງແຕ່ງຢ່າງພິຖີພິຖັນ.

ເຂົ້າຕົ້ມ ເປັນສັນຍາລັກ ຂອງຟ້າດິນ, ຂອງການເຕົ້າໂຮມກັນ, ເຂົ້າຕົ້ມ ຈະປະກົດຕົວ ໃນພາເຂົ້າບຸນເຕັດ ຂອງທຸກໆ ຄອບຄົວ. ການຫໍ່ເຂົ້າຕົ້ມ ແມ່ນພິທີທີ່ສໍາຄັນ, ສະແດງໃຫ້ເຫັນເຖິງ ຄວາມ ຜູກພັນ ລະຫວ່າງສະມາຊິກໃນຄອບຄົວ. ຢໍ່ລົ້ວ ທີ່ມີສີບົວ ສົດ ໃສ, ບໍ່ພຽງແຕ່ເປັນອາຫານແຊບໆ, ແຕ່ຍັງເປັນສັນຍາລັກ ຂອງ ຄວາມໂຊກດີ, ຄວາມຮັ່ງມີ. ໄກ່ຕົ້ມ ທ່ີຖືກເລືອກ ຕ້ອງແມ່ນໄກ່ ຜູ້ທີ່ມີຜິວໜັງສີເຫຼືອງອ່ອນ, ສະຫງ່າງາມ ເປັນສັນຍາລັກ ຂອງ ສຸຂະພາບແຂງແຮງ ແລະ ໂຊກລາບ. ຈ໋າຢໍ່ ທີ່ມີລົດຊາດກອບ ຈໍ້າກັບນໍ້າແຈ່ວສົ້ມຫວານ ໄດ້ກາຍເປັນລົດຊາດ ທີ່ເປັນເອກະ ລັກ ຂອງ ບຸນເຕັດ, ແກງໜໍ່ໄມ້ ເປັນອາຫານ ທີ່ນໍາມາຄວາມຮູ້ ສຶກສົດຊື່ນ, ຊ່ວຍສົມດຸ່ນລົດຊາດ ຫຼັງຈາກຮັບປະທານລາຍ ການ ອາຫານ ທີ່ມີໄຂມັນສູງ…


ຄົນ ຮ່າໂນ້ຍ ເອົາໃຈໃສ່ທີສຸດ ເຖິງວິທີການ ຈັດວາງ ພາເຂົ້າໃນ ມື້ບຸນເຕັດ. ອາຫານແຕ່ລະຢ່າງ ຖືກຈັດວາງຢ່າງພິຖີພິຖັນ, ສ້າງ ເປັນຮູບພາບ ທີ່ກົມກືນ ແລະ ສວຍງາມ. ສີສັນ ຂອງ ອາຫານ ກໍ່ ຖືກປະສົມປະສານເຂົ້າກັນ ຢ່າງລະອຽດອ່ອນ, ສ້າງເປັນຮູບພາບ ທີ່ມີຊີວິດຊີວາ.

ເພື່ອຮັກສາ ແລະ ສົ່ງເສີມບັນດາ ຄຸນຄ່າທາງວັດທະນະທຳ ພື້ນ ເມືອງ, ແມ່ຄົວ ແອ໋ງຕວ໋ຽດ ໄດ້ກ່າວວ່າ:  “ພວກເຮົາຕ້ອງ ຖ່າຍ ທອດ ຄວາມຮູ້ ກ່ຽວກັບ ສິລະປະ ອາຫານພື້ນເມືອງໃຫ້ຄົນ ຮຸ່ນ ໜຸ່ມ, ຊ່ວຍໃຫ້ພວກເຂົາ ເຂົ້າໃຈ ຄວາມໝາຍ ຂອງ ອາຫານແຕ່ ລະຢ່າງ. ນອກຈາກນັ້ນ, ພວກເຮົາຕ້ອງສ້າງເງື່ອນໄຂ ເພື່ອໃຫ້ ທຸກຄົນ ສາມາດເຂົ້າເຖິງ ອາຫານພື້ນເມືອງ ໄດ້ງ່າຍຂຶ້ນ”.

ແມ່ຄົວສີມືດີ ແອ໋ງຕວ໋ຽດ ໄດ້ເປັນທີ່ຮູ້ຈັກກັນວ່າ ເປັນຜູ້ ອະນຸລັກຮັກສາ ວັດທະນະທຳ ອາຫານການກິນ  ຫວຽດນາມ. 

ເພື່ອຮັກສາ ແລະ ສົ່ງເສີມບັນດາ ຄຸນຄ່າທາງວັດທະນະທຳ ພື້ນ ເມືອງ, ແມ່ຄົວ ແອ໋ງຕວ໋ຽດ ໄດ້ກ່າວວ່າ:  “ພວກເຮົາຕ້ອງ ຖ່າຍ ທອດ ຄວາມຮູ້ ກ່ຽວກັບ ສິລະປະ ອາຫານພື້ນເມືອງໃຫ້ຄົນ ຮຸ່ນ ໜຸ່ມ, ຊ່ວຍໃຫ້ພວກເຂົາ ເຂົ້າໃຈ ຄວາມໝາຍ ຂອງ ອາຫານແຕ່ ລະຢ່າງ. ນອກຈາກນັ້ນ, ພວກເຮົາຕ້ອງສ້າງເງື່ອນໄຂ ເພື່ອໃຫ້ ທຸກຄົນ ສາມາດເຂົ້າເຖິງ ອາຫານພື້ນເມືອງ ໄດ້ງ່າຍຂຶ້ນ”.

ພາເຂົ້າບຸນເຕັດ ໄດ້ປະຕິບັດໂດຍ ແມ່ຄົວສີມືດີ ແອ໋ງຕວ໋ຽດ. 

ພາເຂົ້າໃນໂອກາດບຸນປີໃໝ່ປະຈຳຊາດ ຂອງຄົນ ຮ່າໂນ້ຍ ບໍ່ ພຽງແຕ່ເປັນຄາບເຂົ້າທຳມະດາ ສາມັນເທົ່ານັ້ນ, ແຕ່ຍັງເປັນ ມໍລະດົກ ທາງວັດທະນະທໍາ ອັນລ້ຳຄ່າ. ດັ່ງນັ້ນ, ການອະນຸລັກ ຮັກສາ ແລະ ສົ່ງເສີມຄຸນຄ່າດັ້ງເດີມ ໃນສິລະປະ ອາຫານການ ກິນ ແມ່ນຄວາມຮັບຜິດຊອບ ຂອງ ຊາວ ຫວຽດນາມ ແຕ່ລະຄົນ ເພື່ອໃຫ້ລົດຊາດ ຂອງ ບຸນປີໃໝ່ ແບບດັ້ງເດີມ ໄດ້ຮັບການສືບ ທອດ ແລະ ພັດທະນາ ສູ່ອະນາຄົດ.

              ບົດ: ບິກເວິນ - ພາບ: ແທງຢາງ - ແປໂດຍ: ບິກລຽນ


top