ສິລະປະ

ພາບແຕ້ມ ເຄືອບຄຳ LEOPARD

ໃນຕະຫຼາດຕົກແຕ່ງພາຍໃນ ທີ່ຍັງໜຸ່ມນ້ອຍ ຂອງ ຫວຽດນາມ, ເຄື່ອງໝາຍການຄ້າ ພາບແຕ້ມເຄືອບຄຳ Leopard ເປັນຊື່ທີ່ ບັນດາ ນັກສະຖາປະນິກ ແລະ ຜູ້ມີຄວາມນິຍົມຊົມຊອບ ເວົ້າເຖິງ ຫຼາຍກວ່າໝູ່ ໃນເວລາ 2 ປີຜ່ານນີ້.  ດ້ວຍບັນດາປັດໄຈ ທີ່ໂດດເດັ່ນ ແລະ ຄວາມແຕກຕ່າງ, ພາບແຕ້ມເຄືອບຄຳ Leopard ນັບມື້ນັບໄດ້ ຕີລາຄາສູງ ໃນຂົງເຂດທີ່ຍັງໃໝ່ອ່ຽມນີ້.
ຂັ້ນຕອນການເຮັດພາບແຕ້ມເຄືອບຄຳ LEOPARD ຈະຕ້ອງດໍາ ເນີນເທື່ອລະກ້າວ, ຂຶ້ນຢູ່ກັບແຕ່ລະຮູບແຕ້ມ ຈະເພີ່ມ ຫຼື ຫຼຸດ ໃຫ້ ແຕ່ລະຂັ້ນຕອນ. ພື້ນຖານຈະຕ້ອງຮັບປະກັນໃຫ້ຄົບ 7 ຊັ້ນ ລວມ ມີ: ຊັ້ນພື້ນຖານ, ຊັ້ນຮອງພື້ນ, ຊັ້ນສານ, ຊັ້ນປ້ອງກັນສານ, ຊັ້ນ ຜົນກະທົບ, ຊັ້ນແຕ້ມລາຍລະອຽດ ແລະ ຊັ້ນປ້ອງກັນຮັກສາ.    


ນັກສະຖາປະນິກມີແນວຄວາມຄິດ ແລະ ແຕ້ມຮູບໃນເຈ້ຍກ່ອນ ທີ່ຈະດໍາເນີນຂັ້ນຕອນການສໍາເລັດຮູບຂອງພາບແຕ້ມເຄືອບ ຄຳ Leopard. ພາບ: ກົງດາດ/VNP.


ຄຳ ທີ່ນຳໃຊ້ ເພື່ອເຄືອບໃສ່ ພາບແຕ້ມ ແມ່ນຄຳປີວ. ພາບ: ແຄ໋ງລອງ/VNP


ຄຳ ຖືກບົດໃຫ້ເປັນຝຸ່ນ ແລ້ວຢາຍທ່ົວພາບແຕ້ມ. ພາບ: ກົງດາດ/VNP


ຂັ້ນຕອນການເຄືອບຄຳ ໃສ່ພາບແຕ້ມແຜ່ນໜຶ່ງ. ພາບ: ແຄ໋ງລອງ/VNP

ພາບແຕ້ມເຄືອບຄຳ Leopard ມີສອງປະເພດ. ປະເພດທີໜຶ່ງ ແມ່ນ ການປະດິດແຕ່ງມີສິດຜູກຂາດ, ມີຈຳນວນຈຳກັດ. ໝາຍ ຄວາມວ່າ ຮູບພາບທີ່ ບັນດານັກແຕ້ມຂອງ LEOPARD ປະດິດ ແຕ່ງ ຈະມີໃບຢັ້ງຢືນ ລິຂະສິດ. ລາຄາຂາຍແຕ່ 35-55 ລ້ານດົ່ງ ຂຶ້ນກັບແຕ່ລະຂະໜາດ. 

ຮ້ານຄ້າ:  
ສະຖານທີ່ຕັ້ງຢູ່: ຊັ້ນ 7, ເຮືອນເລກທີ 168 ຖະໜົນ ຫຼາງ, ເມືອງ ດົງດາ, ນະຄອນ ຮ່າໂນ້ຍ
ໂທລະສັບ : 094 944 9060
ເວັບໄຊ: www.leopardgallery.com
ປະເພດທີສອງ ແມ່ນການປະດິດແຕ່ງ ແບບບໍ່ຈຳກັດຈຳນວນ ພາບແຕ້ມ, ພາບແຕ້ມ ໄດ້ດັດແກ້ຄືນໃໝ່ ຈາກພາບແຕ້ມ ຈຳ ນວນໜຶ່ງ ຂອງ ບັນດານັກແຕ້ມຕ່າງປະເທດ, ດັດແປງດ້ານຜົນ ກະທົບ ແລະ ນໍາເຂົ້າ ໃນບັນດາຂໍ້ປີກຍ່ອຍສະເພາະ. ຈະມີ ລາ ຄາຂາຍແຕ່ 10-30 ລ້ານດົ່ງ ຂຶ້ນກັບແຕ່ລະຂະໜາດ. 

ກົງກັນຂ້າມກັບບັນດາພາບແຕ້ມ ຈຳນວນຫຼວງຫຼາຍຢູ່ຕາມ ຕະ ຫຼາດ, ພາບແຕ້ມ ແຕ່ລະແຜ່ນ ຂອງ Leopard ໄດ້ແຕ້ມດ້ວຍ ຄວາມພິຖີພິຖັນ, ເອົາໃຈໃສ່ ແຕ່ໂຄງປະກອບ, ສີສັນ ຈົນເຖິງຂະ ໜາດ. ຜົນງານການປະດິດແຕ່ງທັງໝົດ ລ້ວນແຕ່ຕ້ອງຜ່ານຂັ້ນ ຕອນການພັດທະນາຜະລິດຕະພັນ ສະເພາະຕ່າງຫາກ, ໄດ້ທາບ ທາມຄວາມຄິດເຫັນ ຈາກບັນດານັກແຕ້ມ ແລະ ນັກສະຖາປະ ນິກ ເພື່ອຜະລິດອອກມາ ຜະລິດຕະພັນໜຶ່ງ. ຜ່່່ານຝີມືທີ່ ຄ່ອງແຄ່ວ ຂອງບັນດານັກແຕ້ມ, ພາບແຕ້ມ ແຕ່ລະແຜ່ນ ເປັນ ຫົວຄິດປະດິດສ້າງໜຶ່ງ ກ່ຽວກັບ ຮູບແບບ, ມີເນື້ອໃນສົມບູນແບບ ແລະ ມີຈຳນວນຈຳກັດ, ຮັບປະກັນຢ່າງຄົບຖ້ວນ ຄຸນຄ່າ ຂອງ ຜົນງານການປະດິດແຕ່ງແຕ່ລະແຜ່ນ. 

ຕ່າງກັບປະເພດພາບແຕ້ມທົ່ວໄປ ແລະ ປານກາງ, ປະເພດພາບ ແຕ້ມເຄືອບຄຳ ຂອງ LEOPARD ໄດ້ສ້າງຄວາມປະທັບ ໃຈຕໍ່ ລູກຄ້າ ຈາກຄຸນຄ່າ ຂອງ ວັດຖຸດິບ. ບັນດາພາບແຕ້ມ ໄດ້ນຳໃຊ້ ສີສັນ ທີ່ມີລັກສະນະເປັນກາງ, ປະສານສົມທົບກັບບັນດາ ສ່ວນ ປີກຍ່ອຍຄຳ ແລະ ເງິນ ທີ່ໄດ້ຄັດເລືອກຢ່າງລະອຽດຮອບຄອບ, ຕັດຮອນສີສັນໃຫ້ດີຂຶ້ນ, ປະດິດສ້າງຂຶ້ນພາບແຕ້ມ ແຜ່ນໜຶ່ງ ທີ່ ສົມບູນແບບ. 

ເຖິງວ່າ ເລືອກເອົາບັນຫາຫົວຂໍ້ທີ່ມີຄວາມສະໜິດຕິດພັນ ກັບມູນ ເຊື້ອ ວັດທະນະທຳ ຫວຽດນາມ, ແຕ່ວິທີການສະແດງ ເທິງພາບ ແຕ້ມແຕ່ລະແຜ່ນ ເຂັ້ມຂຸ້ນໄປດ້ວຍລັກສະນະ ຂອງ ຍຸກປັດຈຸ ບັນ. ບັນດາລາຍແຕ້ມ ຕ່າງກໍ່ມີຊີວິດຊີວາ, ຫຼັກແຫຼມ, ສ້າງຂຶ້ນ ຄວາມງາມແບບທຳມະຊາດ, ເໝາະສົມ ເພື່ອສ້າງເປັນຈຸດເດັ່ນ ໃນຊີວິດການເປັນຢູ່ດ້ານສິລະປະ. 

ຈາກຄວາມພິຖີພິຖັນ ແລະ ລະອຽດລະອໍ ໃນພາບແຕ້ມແຕ່ລະ ແຜ່ນ, ສະນັ້ນ ຕາມປົກກະຕິ, ປີໜຶ່ງ LEOPARD ພຽງແຕ່ສະ ເໜີ ພາບແຕ້ມ ແຜ່ນໜຶ່ງເທົ່ານັ້ນ ແລະ ພາບແຕ້ມແຕ່ລະແຜ່ນ ຈະມີຈຸດພິເສດສະເພາະ, ໄດ້ປະດິດສ້າງຂຶ້ນ ດ້ວຍຝີມື ທີ່ຄ່ອງ ແຄ້ວ ຂອງບັນດານັກແຕ້ມ, ປະສານສົມທົບກັບ ຄຳປຶກສາຂອງ ບັນດານັກສະຖາປະນິກ ທີ່ມີປະສົບການ ມາຫຼາຍປີ ໃນຂົງເຂດ ອອກແບບເຄື່ອງຟໍນີເຈີຊັ້ນນຳ.  












ຜົນງານການປະດິດແຕ່ງ ຖືເຄື່ອງໝາຍການຄ້າ ພາບແຕ້ມເຄືອບ ຄຳ Leopard ຈໍານວນໜຶ່ງ. ພາບ: ກົງດາດ/VNP




ບັນດາຜົນງານການປະດິດແຕ່ງ ຂອງ Leopard ໄດ້ປະດັບປະດາ ໃນຫ້ອງການ ແລະ ຫ້ອງຮັບແຂກ. ພາບ: ກົງດາດ/VNP

ປະຕິບັດ: ແຄ໋ງລອງ ແລະ ກົງດາດ - ແປໂດຍ: ຢືຟຽນ


top