ຂ່າວສານ

ພາບພົດຂອງເພິ່ນຢູ່ບ້ານຊຽງວາງ

      ໃນໄລຍະເວລາ 90 ປີກ່ອນນີ້, ຍ້ອນໄດ້ຮັບຄວາມອຸ້ມຊູຊ່ວຍເຫຼືອ, ປົກປ້ອງຂອງພໍ່ແມ່ປະຊາຊົນຊາວຫວຽດນາມ ແລະ ລາວ ຢູ່ທ້ອງຖິ່ນ, ລຸງໂຮ່ ໄດ້ໄປບ້ານຊຽງວາງ, ເມືອງໜອງບົກ, ແຂວງຄຳມ່ວນ ເພື່ອສ້າງຮາກຖານເຄື່ອນໄຫວການປະຕິວັດ. 
            ປະຈຸບັນ, ສະຖານທີ່ແຫ່ງນີ້ ໄດ້ກາຍເປັນແຫ່ງທີ່ມີຊື່ສຽງ ແລະ ຕິດພັນກັບລຸງໂຮ່ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ, ຜູ້ມີຄຸນງາມຄວາມດີໃນການເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບລະຫວ່າງສອງຊາດຫວຽດນາມ ແລະ ລາວ.

ເຂດອະນຸສອນສະຖານປະທານໂຮ່ຈີມິນ
      ເຂດອະນຸສອນສະຖານປະທານໂຮ່ຈີມິນ ຕັ້ງຢູ່ເຂດດິນແດນທີ່ສວຍງາມແຫ່ງໜຶ່ງຢູ່ແຄມແມ່ນ້ຳຂອງ, ຂ້າມແມ່ນ້ຳໄປແມ່ນນະຄອນພະນົມຂອງໄທ, ກໍ່ແມ່ນແຫ່ງທີ່ ທ້າວຈິນ (ຊື່ລັບຂອງລຸງໂຮ່) ທຳການເຄື່ອນໄຫວປະຕິວັດໃນຊຸມປີ 1928-1929. ໃນໄລຍະເວລານີ້, ເພິ່ນໄດ້ຂີ່ເຮືອນ້ອຍຂ້າມແມ່ນ້ຳຂອງ ໄປຊຽງວາງເພື່ອເກັບກຳສະພາບການຕ່າງໆ. ເພິ່ນໄດ້ພົບປະກັບພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ທີ່ນີ້, ຕັກເຕືອນເຂົາເຈົ້າ ໃຫ້ດຳລົງຊີວິດດ້ວຍຄວາມສາມັກຄີ, ຊ່ວຍເຫຼືອຊື່ງກັນ ແລະ ກັນ, ພ້ອມກັນຕັດສິນໃຈຂັບໄລ່ພວກລ່າເມືອງຂຶ້ນຝະລັ່ງ ອອກຈາກປະເທດລາວ ແລະ ຫວຽດນາມ. ເພິ່ນໄດ້ບຳລຸງສ້າງພະນັກງານລາວ ໃນນັ້ນຫຼາຍທ່ານໄດ້ກາຍເປັນການນຳຂອງຂະບວນການປະຕິວັດຢູ່ຫຼາຍແຂວງ ນະຄອນຂອງລາວ. ໂດຍໄດ້ຮັບຟັງຄຳສັ່ງສອນຈາກເພິ່ນ, ຊາວບ້ານຊ່ຽງວາງ ໄດ້ເປັນຈິດໜຶ່ງໃຈດຽວໄປຕາມການປະຕິວັດ, ລຸກຮື້ຂຶ້ນຍາດເອົາເອກະລາດ ເສລີພາບ, ປະກອບສ່ວນກຳລັງແຮງ ແລະ ວັດຖຸເພື່ອຮັບໃຊ້ໃຫ້ແກ່ການຕໍ່ຕ້ານ. ພໍ່ຕູ້ ດັ້ງວັນຮົ່ງ, ອາຍຸ 86 ປີ, ນັກປະຕິວັດອາວຸໂສຢູ່ບ້ານຊ່ຽງວາງ ຫວນຄືນວ່າ:
    ບໍ່ມີຫຍັງລຳບາກໄປກ່ວາການເປັນຂ້າທາດ, ຊາວບ້ານຊຽງວາງ 95% ເປັນຈິດໜຶ່ງໃຈດຽວໄປຕາມແນວທາງ ແຜນນະໂຍບາຍຂອງພັກ, ລຸກຮື້ຂຶ້ນເພື່ອປົດປ່ອຍບ້ານເກີດເມືອງນອນ. ພວກຂ້າພະເຈົ້າໄດ້ຜ່ານຜ່າພູຜາ, ປ່າດົງ,  ເປັນຜູ້ຕິດຕໍ່ພາທາງໃຫ້ພະນັກງານປະຕິວັດ, ປະກອບທັນຍາຫານ, ຢຸກຢາ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອສະໜັບສະໜູນການຕໍ່ຕ້ານ. ຍອມເສຍສະຫຼະທຸກສິ່ງທຸກຢ່າງເພື່ອການປະຕິວັດ.

ພໍ່ຕູ້ ດັ້ງວັນຮົ່ງ ຕອບສຳພາດຕໍ່ນັກຂ່າວ VOV
         ເຖິງວ່າ ພຽງແຕ່ໄດ້ຮັບຟັງເລື່ອງລາວກ່ຽວກັບລຸງໂຮ່ ຜ່ານການເລົ່າຂານຈາກປູ່ຍ່າຕາຍາຍ, ພໍ່ແມ່ກໍ່ຕາມ, ແຕ່ສຳລັບຊາວບ້ານຊຽງວາງແລ້ວ, ລຸງໂຮ່ ຍັງແມ່ນສັນຍາລັກຂອງຊາດ. ຄິດເຖິງລຸງໂຮ່ ກໍ່ແມ່ນຄິດເຖິງບ້ານເກີດເມືອງນອນ ແລະ ປະເທດຊາດຫວຽດນາມ. ປະຊາຊົນໄດ້ປະກອບທີ່ດິນດ້ວຍເນື້ອທີ່ 1.6 ເຮັກຕາ ເພື່ອກໍ່ສ້າງເຂດອະນຸສອນສະຖານປະທານໂຮ່ຈີມິນ. ປະຈຸບັນ, ໃນໂອກາດບຸນເຕັດ ຫຼືວັນສະເຫຼີມສະຫຼອງໃຫ່ຍຕ່າງໆ, ປະຊາຊົນສອງຊາດຫວຽດນາມ, ລາວ ແລະ ແຂກທ່ອງທ່ຽວ ກໍ່ໄດ້ໄປຖະຫວາຍດອກໄມ້, ທູບທຽນ ສະແດງຄວາມຮູ້ບຸນຄຸນ ຕໍ່ຜູ້ນຳຜູ້ທີ່ແສນເຄົາລົບຮັກຂອງຊາດຫວຽດນາມ, ເພື່ອນມິດຜູ້ຮັກຫອມຂອງປະຊາຊົນລາວ.
   ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ ແຂວງຄຳມ່ວນ ໄດ້ກໍ່ສ້າງຂຶ້ນຕາມການອອກແບບສະຖາປັດຕະຍາກຳຂອງທັງຫວຽດນາມ ແລະ ລາວ. ໃນນັ້ນ ໄດ້ວາງສະແດງບັນດາວັດຖຸພັນ, ຮູບພາບ, ປຶ້ມ, ໜັງສືພິມ….ຂຽນກ່ຽວກັບປະທານໂຮ່ຈີມິນ; ພາບຖ່າຍການໄປຢ້ຽມຢາມ ແລະ ເຮັດວຽກຂອງການນຳຂັ້ນສູງສອງປະເທດໃນອະດີດຕະການ ແລະ ໃນປະຈຸບັນຄັ້ງຕ່າງໆ; ວາງສະແດງບັນດາວັດຖຸພັນກ່ຽວຂ້ອງເຖິງລຸງໂຮ່ ໂດຍຊາວຫວຽດນາມ ອາໄສຢູ່ບ້ານຊຽງວາງມອບໃຫ້… ເຂດອະນຸສອນສະຖານແຫ່ງນີ້ ບໍ່ພຽງແຕ່ແມ່ນສັນຍາລັກແຫ່ງນ້ຳໃຈສາມັກຄີມິດຕະພາບ ລະຫວ່າງສອງປະເທດຫວຽດນາມ ແລະ ລາວເທົ່ານັ້ນ, ຫາກຍັງແມ່ນຈຸດນັດພົບແຫ່ງການພົວພັນແລກປ່ຽນຂອງປະຊາຊົນສອງປະເທດອີກດ້ວຍ. 

ນັກບັນລະຍາຍພວມແນະນຳຮູບພາບປະທານໂຮ່ຈີມິນ ກັບປະທານ ໄກສອນ ພົມວິຫານ ໃຫ້ແຂກເຂົ້າຊົມ
      ໂດຍຕັ້ງຢູ່ເຂດບ້ານນາທີ່ສະຫງົບງຽບລຽບຕາມແຄມແມ່ນ້ຳຂອງທີ່ໃສເຢັນຕະຫຼອດປີ, ຫ່າງຈາກໃຈກາງເທດສະບານເມືອງ ທ່າແຂກ-ແຂວງຄຳມ່ວນ ປະມານ 20 ກມ, ເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ບ້ານຊຽງວາງ, ເມືອງໜອງບົກ ໄດ້ກາຍເປັນສະຖານທີ່ແຫ່ງສັກກະລະບູຊາ ເພື່ອໃຫ້ປະຊາຊົນສອງປະເທດຫວຽດນາມ ແລະ ລາວ ສະແດງຄວາມຮູ້ບູນຄູນຕໍ່ປະທານໂຮ່ຈິມິນ ຜູ້ຍິ່ງໃຫ່ຍ, ຜູ້ທີ່ໄດ້ພ້ອມກັບບັນດາຜູ້ນຳປະຕິວັດລາວ ຄືທ່ານປະທານ ສຸພານຸວົງ, ທ່ານປະທານ ໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ນຳເອົາເອກະລາດ, ເສລີພາບມາໃຫ້ປະຊາຊົນສອງປະເທດ, ຜູ້ທີ່ໄດ້ກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການພົວພັນແບບພິເສດຫວຽດນາມ-ລາວ ໃຫ້ຍືນຍົງຄົງຕົວຕະຫຼອດໄປ.
 (ແຫຼ່ງຄັດຈາກ VOV)


top