ເຫດການ ແລະ ບັນຫາ

ພາບພົດຂອງ ຫວຽດນາມ ຢູ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ

ຫວຽດນາມ ​ໄດ້​ປະສົບຄວາມສຳ​ເລັດ​ ບົດບາດ​ໃນຖານະ​ສະມາ ຊິກບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ (ສປຊ) ອາຍຸການ 2020-2021 ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ, ຂໍ້ສັງເກດ​ທີ່​ດີ​ ຈາກ​ເພື່ອນ​ມິດສາ​ກົນ. 
ຫວຽດນາມ ​ໄດ້​ປະສົບຄວາມສຳ​ເລັດ​ ບົດບາດ​ໃນຖານະ​ສະມາ ຊິກບໍ່ຖາວອນ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ (ສປຊ) ອາຍຸການ 2020-2021 ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ, ຂໍ້ສັງເກດ​ທີ່​ດີ​ ຈາກ​ເພື່ອນ​ມິດສາ​ກົນ. ວາລະສານຂ່າວພາບ ຫວຽດນາມ ຂໍ​ນຳສະເໜີ ​ຕໍ່​ທ່ານຜູ້​ອ່ານ​ ບັນດາຂໍ້ສັງເກດ ຄືດັ່ງລຸ່ມນີ້:

ໃນ​ໄລຍະ 2 ປີ 2020 2021, ສະພາ​ຄວາມ​ໝັ້ນຄົງ ​ໄດ້​ຈັດ​ຕັ້ງ​ປະຕິບັດ ບໍລິມາດ​ວຽກ​ງານ​ທີ່ໃຫຍ່ ​ແລະ ຫຼາກ​ຫຼາຍ ​ດ້ວຍ​ການ​ປະຊຸມ​ເອກ​ອັກຄະ​ລັດຖະທູດ 840 ຄັ້ງ, ການປຶກສາ​ຫາລື ​ຫຼາຍ​ພັນ​ຄັ້ງ​ໃນ​ທຸກ​ຂັ້ນ, ​ຮັບຮອງ​ເອົາ ເອກະສານກວ່າ 254 ສະບັບ ​ໃນ 60 ຫົວ​ຂໍ້​ທີ່ຕ່າງກັນ  ​ຂອງ​ລາຍການດຳເນີນກອງປະຊຸມ.
ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂມຊຳບິກ  Verónica Nataniel ກ່າວວ່າ: ຫວຽດນາມ ​ໄດ້ມີການ​ປະກອບສ່ວນ​ທີ່ສຳ ຄັນ ​ເຂົ້າ​ໃນ​ວຽກ​ງານ ​ຂອງ​ ສະພາ​ຄວາມ​ໝັ້ນຄົງ, ແກ້ໄຂບັນ ຫາຫຼາຍຢ່າງ ກ່ຽວກັບສັນຕິພາບ ແລະ ຄວາມໝັ້ນຄົງ ສາກົນ ທີ່ສຳຄັນ ແລະ ສັບສົນ ບົນ​ພື້ນຖານ​ ຮັບປະກັນ ​ການ​ປະຕິບັດ ​ກົດ​ບັດ​ ສປຊ ​ແລະ ກົດໝາຍ​ສາກົນ ຢ່າງຄ່ອງແຄ້ວ ແລະ ສົມເຫດສົມຜົນ”. ທ່ານ Philippe Kridelka, ເອກອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ແທນ​ປະຈໍາ ​ແບນ​ຊິກ ກ່າວວ່າ ຫວຽດນາມ ມີສຽງທີ່ໜັກແໜ້ນ ແລະ ໄດ້ຮັບຄວາມໄວ້ວາງໃຈ ຈາກສາກົນ, ໂດຍສະເພາະຢ່າງຍິ່ງແມ່ນ ຢູ່ທະວີບ ອາຊີ, ອາຟຣິກກາ ນັບທັງ ເອີຣົບ ແລະ ອາເມລິກາ​. ​

ທ່ານ​ Nathalie Estival-Broadhurst ເອກ​ອັກຄະ​ລັດຖະທູດ, ຮອງ​ຫົວໜ້າ​ ຄະນະຜູ້ແທນຖາວອນ ​ຝຣັ່ງ ປະຈຳ ​ສປຊ​ ກ່າວວ່າ ຫວຽດນາມ ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຕັ້ງໜ້າ ​ໃນ​ການ​ເຊື່ອມ​ຕໍ່​ ອາ​ຊຽນ ​ແລະ ສະພາ​ຄວາມ​ໝັ້ນຄົງ. ​ພ້ອມດຽວກັນ, ທ່ານ​ Armida Salsiah Alisjahbana ຮອງ​ເລຂາທິການ​ໃຫຍ່ ​ສປຊ, ​ເລຂາທິ ການ ​ບໍລິຫານ​ ຄະນະກຳມະການ ​ເສດຖະກິດ-ສັງຄົມ ປະຈຳ ອາຊີ-ປາຊີ​ຟິກ ຂອງ ສປຊ (ESCAP) ​ໄດ້ຕີລາຄາສູງ ​ຕໍ່​ການ​ປະກອບສ່ວນ​ ຂອງ ຫວຽດນາມ ​ໃນ​ບົດບາດ​ເປັນ​ປະທານ ອາ​ຊຽນ 2020 ​ແລະ ສະມາຊິກບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ອາຍຸການ​ນີ້, ລວມທັງ​ການ​ປະກອບສ່ວນ​ ຊຸກຍູ້​ການ​ພົວ ພັນ​ ຄູ່​ຮ່ວມ​ມື​ຮອບດ້ານ ​ອາ​ຊຽນ-ສປຊ. 




ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫງວຽນ​ຝູຈ້ອງ ​ໄດ້​ສົ່ງ​ສານ​ເຖິງກອງປະຊຸມ

ສົນທະນາຂັ້ນສູງ ​ຄັ້ງທີ 75 ​ສະມັດຊາ​ໃຫຍ່​ ສປຊ. ພາບ: ຈີ໋ຢຸງ/ VNA 


ຕອນຄໍ່າວັນທີ 19 ເມສາ 2021, ໃນຖານະເປັນປະທານ ສະ ພາ ຄວາມໝັ້ນຄົງ ສປຊ, ເດືອນ ເມສາ 2021, ທ່ານ ປະທານປະ ເທດ ຫງວຽນຊວນຟຸກ ໄດ້ເປັນປະທານຊີ້ນຳ ໃນວາລະປະຊຸມເວ ທີ ສົນທະນາເປີດຂັ້ນສູງ ພາຍໃຕ້ຫົວຂໍ້ “ເພີ່ມທະວີການຮ່ວມມືລະ ຫວ່າງ ສປຊ ​ແລະ ບັນດາ​ອົງການ ຈັດຕັ້ງ​ພາກ​ພື້ນ ​ໃນ​ການ​ຊຸກຍູ້​ ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ສົນທະນາ​ ໃນ​ການສະ ກັດກັ້ນ ​ແລະ ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ” ​ໃນ​ຮູບ​ແບບທາງໄກ. ພາບ: ຖົ໋ງເຍິດ/ VNA


ໃນວາລະປະຊຸມເວທີ ສົນທະນາເປີດຂັ້ນສູງ ​ສະ​ມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ (ສປຊ) ​ຄັ້ງ​ທີ 76, ຕອນ​ເຊົ້າ​ວັນ​ທີ 23 ກັນຍາ 2021, ຢູ່ສຳນັກງານ​ ສປຊ ທີ່​ນິວຢອກ, ສ ອາ​ເມ​ລິ​ກາ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ໄດ້ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມເວທີ ສົນທະນາຂັ້ນສູງ ຂອງ​ສະພາ​ຄວາມ​ໝັ້ນຄົງ​ກ່ຽວກັບ ການປ່ຽນແປງຂອງດິນ​ຟ້າ​ອາກາດ. ພາບ: ຖົ໋ງເຍິດ/VNA


ຢູ່ນອກກອບກອງປະຊຸມສົນທະນາ ຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງ ທີ 76, ຕອນ​ບ່າຍ​ວັນ​ທີ 21 ກັນຍາ​ນີ້, ຢູ່​ນະຄອນ​ນິວຢອກ, ສ ອາເມລິກາ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ມີ​ການ​ພົບ​ປະ ​ກັບ​ທ່ານ​ ເລຂາທິການ​ໃຫຍ່​ ສປຊ Antonio Guterres. ພາບ: ຖົ໋ງເຍິດ/VNA

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ກ່າວ​ຄຳ​ເຫັນ​ທີ່​ວາປະຊຸມເວທີສົນທະນາຂັ້ນສູງ ສະມັດຊາໃຫຍ່ ສປຊ ຄັ້ງທີ 76. ພາບ: ຖົ໋ງເຍິດ/VNA


ຕອນ​ຄ່ຳ​ ວັນ​ທີ 9 ສິງຫາ, ທີ່ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິ໋ງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວປາໄສ ໃນວາລະປະຊຸມ ເວທີ ສົນທະນາເປີດ ຂັ້ນສູງ ຂອງ ​ສະ​ພາ​ຄວາມ​ໝັ້ນ​ຄົງ​ ສປຊ ພາຍໃຕ້ ຫົວ​ຂໍ້ “ຊຸກ​ຍູ້​ຄວາມ​ໝັ້ນ​ຄົງ​ທາງ​ທະ​ເລ ແລະ ບາງ​ຂົງ​ເຂດ​ຮ່ວມ​ມື​ສາ​ກົນ” ໃນຮູບແບບທາງໄກ. ພາບ: ເຢືອງຢາງ/ VNA


ເນື່ອງໃນໂອກາດຢ້ຽມຢາມ ສ ຝຣັ່ງ ຢ່າງເປັນທາງການ, ຕອນ ບ່າຍວັນທີ 5 ພະຈິກ 2021, ຢູ່ນະຄອນຫຼວງ ປາຣີ, ທ່ານນາຍົກ ລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ໄປຢ້ຽມຢາມ ສໍານັກງານໃຫຍ່ອົງ ການ ການສຶກສາ, ວິທະຍາສາດ ແລະ ວັດທະນະທໍາ ສປຊ (UNESCO) ແລະ ໄດ້ພົບປະແລກປ່ຽນຄໍາຄິດເຫັນ ກັບ ທ່ານ ນາງ Audrey Azoulay, ຜູ້ອໍານວຍການໃຫຍ່ອົງການ UNESCO. ພາບ: ເຢືອງຢາງ/VNA

ຕອນ​ບ່າຍ​ວັນ​ທີ 12 ສິງຫາ, ຢູ່​ທີ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ​ໄດ້​ທຳການ​ຕ້ອນຮັບ​ຜູ້​ປະສານ​ງານ​ອົງການ​ສປຊ ​ປະຈຳ ​ຫວຽດນາມ Kamal Malhotra. ພາບ: ຢວ໊ານເຕິ໋ນ/VNA


ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມບິ່ງມິນ ໄດ້ເປັນປະທານຊີ້ນຳ ໃນວາລະປະຊຸມເວທີ ສົນທະນາເປີດຂັ້ນລັດຖະມົນຕີ ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ດ້ວຍ​ຫົວ​ຂໍ້ “ສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນ​ ສປຊ: ປະ​ຕິ​ບັດ​ຕາມ​ກົດ​ບັດ​ ຮັກ​ສາ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ສາ​ກົນ”. ນີ້​ແມ່ນ​ຂໍ້​ລິ​ເລີ່ມ​ທີ່​ໄດ້ຖືກຫາງສຽງຕີລາຄາວ່າ “ຖືກ​ຕ້ອງ, ສົບ​ຜົນ​ສຳ​ເລັດ ແລະ ທັນ​ການ” ໃນ​ເດືອນ​ທຳ​ອິດ​ຂອງ​ປີ 2020. ພາບ: ຄັກຮ໋ຽວ/VNA


ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິນ ໄດ້ກ່າວ​ປາໄສ ຕາມຮູບແບບທາງໄກ, ສົ່ງສານ​ທີ່​ສຳ​ຄັນ​ຕໍ່​ວາລະປະຊຸມເວທີສົນທະນາຂັ້ນສູງ ຂອງ ​ສະ​ມັດ​ຊາ​ໃຫຍ່​ ສປຊ ​ຄັ້ງ​ທີ 75 ເພື່ອ​ສະ​ເຫຼີມ​ສະ​ຫຼອງ ວັນ​ສາ​ກົນ​ ກ່ຽວກັບ ການລົບລ້າງ​ອາ​ວຸດ​ນິວ​ເຄຼຍ​ຢ່າງ​ສິ້ນເຊີງ (26/9). ພາບ: ຫື໊ວແທງ/VNA


ຜູ້​ປະສານ​ງານອົງການ​ ສປຊ ​ປະຈຳ ​ຫວຽດນາມ Kamal Malhotra ມອບ​ ວັກຊີນ ​ຕ້ານ​ໂຄ​ວິດ-19 ​ໃຫ້​ ຫວຽດນາມ. ພາບ: ມິງກວ໋ຽດ/VNA


ວັນທີ 21 ມິຖຸນາ 2021, ສະພາຄວາມໝັ້ນຄົງ ສປຊ ໄດ້ປະ ຊຸມ ປຶກສາຫາລື ກ່ຽວກັບສະພາບການ ຢູ່ ຊູດັງໃຕ້ ແລະ ການ ເຄື່ອນໄຫວ ຂອງ ຄະນະຜູ້ແທນ ຮັກສາສັນຕິພາບ ສປຊ ຢູ່ປະ ເທດນີ້ (UNMIS). ໃນວາລະ ກອງປະຊຸມດັ່ງກ່າວ, ຫວຽດນາມ ຢືນຢັນ​ຈະ​ສະໜັບສະໜູນ ​ແລະ ສືບ​ຕໍ່​ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ ສປຊ ຢູ່ ຊູ​ດັງ​ໃຕ້. ພາບ: ຫື້ວແທງ/ VNA


ວັນ​ທີ 25 ພຶດສະພາ 2021 (ຕາມ​ເວລາ​ທ້ອງ​ຖິ່ນ), ສະພາ​ຄວາມ​ໝັ້ນຄົງ​ ສປຊ ​ໄດ້ຈັດກອງປະຊຸມ ກ່ຽວກັບ​ສະຖານະ​ການ​ຢູ່​ໂຊ​ມາ​ລີ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໋ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ ​ຫວຽດ​ນາມ ປະ​ຈຳ ສປຊ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະ​ຊຸມ. ພາບ: ຫື້ວແທງ/VNA


ວັນ​ທີ 10 ມິຖຸນາ​ 2021 (ຕາມ​ເວລາ​ທ້ອງ​ຖິ່ນ), ສະພາ​ຄວາມ​ໝັ້ນຄົງ​ໄດ້ຈັດກອງປະຊຸມ ກ່ຽວກັບການາຮ່ວມມື ລະຫວ່າງ​ ສປຊ ​ແລະ EU ​ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ. ພາບ: ຫື້ວແທງ/VNA

ຕອນ​ເຊົ້າ​ວັນ​ທີ 15 ກໍລະກົດ 2021 (ຕາມ​ເວລາ​ທ້ອງ​ຖິ່ນ), ສະພາ​ຄວາມ​ໝັ້ນຄົງ​ ສປຊ ​ໄດ້​ປຶກສາ​ຫາລື  ​ກ່ຽວ​ກັບ​ສະຖານະ​ການ ຢູ່ ​ລີ​ບີ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງກຸ໋ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ ຫວຽດ​ນາມ ປະ​ຈຳ​ ສປຊ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ. ພາບ: ຫື້ວແທງ/VNA


ວັນທີ 4 ຕຸລາ 2021, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງ ປະຊຸມທົບທວນຄືນ ການຈັດຕັ້ງປະຕິບັດ ມະຕິ 2118 (2013) ທີ່ ກ່ຽວພັນເຖິງ ບັນຫາອາວຸດເຄມີຢູ່ ຊີຣີ. ໃນກອງປະຊຸມ, ຫວຽດນາມ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ ​ຂອງ​ ບັນດາ​ປະ​ເທດ​ຕ້ອງ​ເຄົາລົບ ​ແລະ ປະຕິບັດ​ ສົນທິສັນຍາ​ ຫ້າມ​ອາວຸດ​ເຄມີ​ ຢ່າງ​ຄົບ​ຖ້ວນ. ພາບ: VNA


ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງກຸ໋ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ ຫວຽດ​ນາມ ປະ​ຈຳ​ ສປຊ ໄດ້ປ່ອນບັດເລືອກຕັ້ງ ຕຳແໜ່ງ ປະທານສະມັດຊາໃຫຍ່ ສປຊ ຄັ້ງທີ 75, ສະມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ ສປຊ ແລະ ສະມາຊິກສະພາເສດຖະກິດ ແລະ ສັງຄົມ ສປຊ (ECOSOC).  ພາບ: ຫື້ວແທງ/VNA


ສະພາ​ຄວາມ​ໝັ້ນຄົງ ​ອົງການ ​ສປຊ​ ໄດ້​ຮັບຮອງ​ເອົາ​ມະຕິ ​ຕໍ່​ອາຍຸ​ການ​ ປະຕິບັດ​ໜ້າ​ທີ່ ​ຂອງຄະນະຜູ້ແທນ​ ສປຊ ​ຢູ່ ​ຊາຮາຣາ ຕາ​ເວັນ​ຕົກ (MINURSO) ໄປອີກ 12 ເດືອນ ​ຮອດ​ວັນ​ທີ 31 ຕຸ ລາ 2022, ທ່ານ​ ເອກ​ອັກຄະ​ລັດຖະທູດ ດັ້ງ​ດິ່ງ​ກຸ໋ຍ ​ໄດ້​ຢ້ຳຄືນ​ຫຼັກ​ໝັ້ນ​ຂອງ​ ຫວຽດນາມ ​ໃນການ​ສະໜັບສະໜູນ, ​ແກ້​ໄຂ​ບັນຫາ​ ຊາ​ຮາ​ຣາ ​ຕາເວັນ​ຕົກ ໂດຍຜ່ານ​ການ​ເຈລະຈາ ​ສັນຕິພາບ​ລະຫວ່າງ​ ​ຝ່າຍ​ຕ່າງໆ ທີ່​ກ່ຽວຂ້ອງ​ໂດຍ​ກົງ, ບົນ​ພື້ນຖານ​ກົດໝາຍ​ສາກົນ. ພາບ: ຊິນຮົວ/VNA


ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງກຸ໋ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ ຫວຽດ​ນາມ ປະ​ຈຳ​ ສປຊ ໄດ້ເປັນປະທານໃນກອງປະຊຸມ ທົບທວນຄືນການເຄື່ອນໄຫວຕ່າງໆ ໃນຖານະເປັນປະທານ ສະພາ ຄວາມໝັ້ນຄົງ ສປຊ. ພາບ: ຫື້ວແທງ/VNA


ຕອນ​ບ່າຍ​ວັນ​ທີ 17 ພະຈິກ 2021, ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະມັດຊາ​ໃຫຍ່ UNESCO ຄັ້ງ​ທີ 41 ຢູ່​ນະຄອນຫຼວງ ປາຣີ (ສ ຝຣັ່ງ), ຫວຽດນາມ ​ໄດ້​ຮັບ​ເລືອກ​ເປັນ​ສະມາຊິກ​ ຄະນະ​ບໍລິຫານ​ງານ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສປຊ (UNESCO) ອາຍຸການ 2021-2025 ດ້ວຍ​​ຄະ​ແນນສູງ​​. ນີ້​ແມ່ນ​ຄັ້ງ​ທີ 5 ຫວຽດນາມ ​ໄດ້​ຮັບ​ເລືອກ​ເປັນ​ສະມາຊິກ​ສະພາ​ບໍລິຫານ UNESCO. ພາບ: ທູຮ່າ/VNA


ຕອນ​ບ່າຍ​ວັນ​ທີ 23 ເມສາ, ຢູ່​ນະຄອນ ​ໂຮ່ຈີ​ມິນ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ຫວຽດນາມ ​ໄດ້​ຈັດ​ພິທີ​ອອກທັບ ​ໂຮງໝໍ​ພາກສະໜາມຂັ້ນ 2 ເລກ 3 ​ເພື່ອ​ປ່ຽນ​ແທນ​ ໂຮງໝໍພາກ​ສະໜາມ ຂັ້ນ 2 ​ເລກ 2 ທີ່​ໄດ້​ປະຕິບັດ​ສຳ​ເລັດ​ໜ້າ​ທີ່ ທີ່ຄະນະປະຕິບັດງານ ຂອງ ສປຊ ຢູ່ Bentiu, ຊູດັງໃຕ້. ໂຮງໝໍພາກສະໜາມຂັ້ນ 2 ເລກ 3 ຈະຖືກ ຈັດອອກເປັນ 2 ຖ້ຽວໂດຍເຮືອບິນຂົນສົ່ງທະຫານ C17 ຂອງ ກະຊວງປ້ອງກັນປະເທດ ອົດສະຕຣາລີຄື: ໄລຍະທີ 1 ໃນວັນທີ 24 ມີນາ, ໄລຍະທີ 2 ວັນທີ 21 ເມສາ 2021. ພາບ: ແທງຫວູ/VNA


ພະນັກງານ, ນັກຮົບໂຮງໝໍ ພາກສະໜາມຂັ້ນ 2 ເລກ 2 ສະ ແດງຄວາມອຳລາ ຍາດຕິພີ່ນ້ອງ ແລະ ເພື່ອນຮ່ວມກົມກອງ ເພື່ອ ເດີນທາງໄປປະຕິບັດໜ້າທີ່ຢູ່ ຊູດັງໃຕ້. ພາບ: ເຢືອງຢາງ/VNA

ພິ​ເສດ, ທ່ານ António Guterres ເລຂາທິການ​ໃຫຍ່​ ສປຊ ​ໃຫ້​ຂໍ້ສັງເກດວ່າ: ຫວຽດນາມ ​ໃນ​ຖານະ​ເປັນ​ປະທານ​ ສະພາຄວາມ​ໝັ້ນຄົງ ​ໄດ້​ສະ​ແດງ​ຄວາມ​ຄ່ອງ​ແຄ້ວ, ​ເປັນ​ຕົວ​ກາງ, ​ເປັນຂົວ​ຕໍ່​ສະໜັບສະໜູນ​ ໄກ່ເກ່ຍຂໍ້​ພິພາດ, ສ້າງ​ບັນຍາກາດ​ສັນຕິພາບ ​ລະຫວ່າງ ​ບັນດາ​ປະ​ເທດ​ໃຫຍ່. ທ່ານ​ເລຂາທິການ​ໃຫຍ່​ ສປຊ Guterres ​ໄດ້​ຮັບ​ຮູ້​ຄວາມ​ສຳຄັນ​ ຂອງ ​ກຸ່ມ​ປະເທດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໃນ​ດ້ານ​ການ​ທູດ ​ເພື່ອ​ຄວາມ​ຖືືກຕ້ອງປອງ​ດອງ​ກັນ, ສະກັດກັ້ນ ຂໍ້ພິພາດ​ ແລະ ການ​ສ້າງ​ສັນຕິພາບ​ສາກົນ. ດ້ວຍເຫດນັ້ນ, ທ່ານ ​ໄດ້​ຕີ​ລາຄາ​ສູງ​ ຫວຽດນາມ ​ເມື່ອ​ສະ​ເໜີ ​ຊຸກຍູ້​ ນໍາການ​ພົວພັນ​ຮ່ວມ​ມື​ນີ້ ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພີ່ມ​ທະວີ​ຈິດ​ໃຈລັດທິ​ຫຼາຍ​ຝ່າຍຍິ່ງຂຶ້ນ.
ທ່ານ Barbara Woodward ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະ ນະປະຈໍາ ອັງກິດ ປະຈໍາ​ ສປຊ, ​ແມ່ນ​ໜຶ່ງ​ໃນ 5 ສະມາຊິກ​ຖາ ວອນ​ ​ສະພາ​ຄວາມ​ໝັ້ນຄົງ ​ເນັ້ນ​ໜັກ​ວ່າ: “ຖ້າ​ບໍ່​ມີ​ ຫວຽດນາມ, ຂ້າພະ​ເຈົ້າ​ຄິດ​ວ່າ ສະພາ​ຄວາມ​ໝັ້ນຄົງ​ ອາດຈະບໍ່ມີທາງອອກ ໃນ​ການແກ້ໄຂ ກັບບັນດາບັນຫາ​ສຸດທີ່ເລັ່ງ​ດ່ວນ​ດັ່ງກ່າວ. ເພາະ ສະນັ້ນ, ການ​ປະ​ກອບ​ສ່ວນ​ຂອງ​ ຫວຽດ​ນາມ ມີ​ຄຸນ​ຄ່າຢ່າງຍິ່ງ ​ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​​ບໍ່​ຖາ​ວອນ ສະພາຄວາມໝັ້ນຄົງ. ຂ້າພະ​ເຈົ້າ​ເຂົ້າ​ໃຈ​ວ່າ ​ໃນ​ຕໍ່ໜ້າ, ​ເຖິງ​ວ່າ ຫວຽດນາມ ຈະ​ບໍ່​ແມ່ນ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​, ​ແຕ່ ຫວຽດນາມ ຈະ​ສືບ​ຕໍ່ ຕາມຫາ ​ບັນດາ​ບັນຫາ ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ຢູ່ເວທີ ປາໄສ ອື່ນໆ ເຊັ່ນ: ສະມັດຊາໃຫຍ່ ສປຊ ຫຼື ​ຄະນະ​ກຳມະການ ຂອງ ສປຊ ອີກດ້ວຍ”.


10 ພາບພົດໃຫຍ່​ສຸດ ​ຂອງ ​ຫວຽດນາມ ຢູ່​ສະພາ​ຄວາມ​ໝັ້ນຄົງ ສປຊ ​ໃນ 2 ປີຜ່ານມາ:
1- ຊຸກຍູ້​ວິທີເຂົ້າເຖິງ​ຫຼາຍ​ຝ່າຍ, ຍຶດໝັ້ນການຖືສຳຄັນ​ກົດໝາຍ​ສາກົນ ​ແລະ ຫຼັກການ​ພື້ນຖານ​ ຂອງ​ກົດ​ບັດ ສປຊ.
2- ຊຸກຍູ້​​ຊອກ​ຫາ​ ວິທີ​ແກ້​ໄຂ ​ຂໍ້ພິພາດ ​ແບບ​ຍືນ​ຍົງ ​ແລະ ຮອບ ດ້ານ.
3- ​ເພີ່ມ​ທະວີ​ການ​ກະທຳເພື່ອ​ມະນຸດສະທຳ, ​ປົກ​ປ້ອງ​ພົນລະ​ເຮືອນໃນການພິພາດ ຢ່າງມີຜົນຕົວຈິງທີສຸດ.
4- ເຮັດໃຫ້ເດັ່ນຂຶ້ນ ​ແລະ ຫັນ​ຄວາມ​ເອົາ​ໃຈ​ໃສ່ ​ຂອງ ​ສະພາ​ຄວາມ​ໝັ້ນຄົງ ​ແລະ ປະຊາ​ຄົມ​ໂລກ ເຖິງ​ຜົນ​ສະທ້ອນ​ອັນ​ຍາວ​ນານ ​ຂອງ​ ການ​ພິພາດ, ສົງຄາມ ​ຕໍ່​ຊີວິດ​ການ​ເປັນ​ຢູ່ ​ຂອງ​ປະ ຊາຊົນ ​ແລະ ຄວາມ​ໝັ້ນຄົງ, ການ​ພັດທະນາ​ ຂອງ ບັນດາ​ປະ​ເທດ, ​ໃນ​ນັ້ນ​ແມ່ນ​ບັນຫາ​ລະ​ເບີດ​ ທີ່​ຍັງ​ເຫຼືອ ​ຫຼັງການພິພາດ.
5- ເປັນ​ຂົວ​ຕໍ່ ​ແລະ ມີ​ຄວາມ​ພະຍາຍາມ ​ຊຸກຍູ້​ເພີ່ມທະວີ ການ​ຮ່ວມ​ມື​ ​ລະຫວ່າງ ສປຊ, ສະພາ​ຄວາມ​ໝັ້ນຄົງ ​ແລະບັນດາ ​ອົງ ການ​​ພາກ​ພື້ນ​ ໃນ​ການ​ຮັກສາ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ ຢ່າງມີຜົນຕົວຈິງ.
6- ຊຸກຍູ້ຄວາມເອົາໃຈໃສ່ ແລະ ວິທີແກ້ໄຂ ນະໂຍບາຍ ມຸ່ງສູ່ ກຸ່ມຄົນທີ່ຖືກກະທົບງ່າຍ ໃນການພິພາດ, ໂດຍສະເພາະຢ່າງຍິ່ງ ແມ່ນແມ່ຍິງ ແລະ ເດັກນ້ອຍ.
7- ຕັ້ງໜ້າຊຸກຍູ້​ ​ການ​ເຄື່ອນ​ໄຫວລວມ ​ກ່ຽວ​ກັບ​ ບັນຫາ​ສິ່ງທ້າທາຍ ຕ່າງໆ ​ທີ່​ຮີບ​ດ່ວນ​ຕໍ່​ປະຊາ​ຄົມ​ໂລກ.
8- ສະ​ແດງ​ໃຫ້​ເຫັນ​ຄວາມ​ດຸ່ນດ່ຽງ, ​ໂປ່​ງ​ໃສ, ມີ​ຄວາມ​ຮັບຜິດ ຊອບ ​ໃນ​ການບໍລິຫານ, ແກ້ໄຂບັນດາວຽກງານລວມ,  ປະກອບ ສ່ວນ ​ຫຼຸດຜ່ອນ​ຄວາມ​ແຕກ​ຕ່າງ, ຊຸກຍູ້​ການ​ເຈລະຈາ ​ແລະ ການ​ຮ່ວມ​ມື.
9- ປະກອບສ່ວນຍົກ​ສູງ ກະບອກສຽງ​ ຂອງ​ບັນດາປະເທດ ສະ ມາຊິກ ບໍ່ຖາວອນ ສະພາຄວາມໝັ້ນຄົງ.
10- ປະກອບສ່ວນ​ເຂົ້າໃນວຽກ​ງານ​ລວມ ຂອງ​​ ສປຊ ຢ່າງເໝາະສົມກັບຄວາມຈິງ.

(ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍແທງເຊີນ)

 



top