ສິລະປະ

ພາບ ປະກອບດ້ວຍ ໃບໄມ້

ງານວາງສະແດງ “ພາບປະກອບດ້ວຍໃບໄມ້” ຂອງຈິດຕະກອນ ເລດຶກຈູງ ຫວ່າງແລ້ວນີ້ ໄດ້ ພາໃຫ້ຜູ້ຊົມມີຄວາມຈັບອົກຈັບໃຈ ເປັນພິເສດ ຍ້ອນຮູບ ພາບທຳມະຊາດເປັນທີ່ຊິນເຄີຍກັບຕົນ ເອງນັ້ນ ມາບັດນີ້ ພັດໂດດເດັ່ນຂຶ້ນ ຢ່າງບ່ໍນຶກບ່ໍຝັນ.

 

ສິ່ງທີ່ຜູ້ຊົມເຫັນໄດ້ຊັດ ຜ່ານພາບປະກອບດ້ວຍໃບໄມ້ແຕ່ລະ ພາບ ຂອງເລດຶກຈູງ ແມ່ນ ຄວາມສະຫງົບສຸກ ຂອງປະເທດໜຶ່ງ ນັບແຕ່ບ້ານນາ ຈົນເຖິງຕົວເມືອງ. ອາດຍ້ອນການສະຫຼັບສີ ເຫຼືອງ, ສີຂີ້ເທົ່າ, ສີດຳ, ສີຂຽວທີ່ເຂັ້ມໆ ຂອງໃບໄມ້ ເຊິ່ງໄດ້ຮັບ ການອົບເອືອບຢ່າງພິຖິພິຖັນ ຫຼື ຍ້ອນສີມືການປະກອບຢ່າງ ຄ່ອງແຄ່ວ ຫຼື ຍ້ອນອັນໃດແທ້ກ່ໍບ່ໍຈັກ ແຕ່ທັງໝົດນັ້ນ ໄດ້ເຮັດໃຫ້ ຮູບພາບແຕ່ລະແຜ່ນມີເອກະລັກ ເຊິ່ງຍາກທີ່ຈະ ພັນລະນາໄດ້ 

ເລດຶກຈູງ ແມ່ນຈິດຕະກອນຜູ້ທຳອິດຈັດຕັ້ງງານ ວາງສະແດງ ພາບ ປະກອບດ້ວຍໃບໄມ້ຢູ່ຫວຽດນາມ.

ຈິດຕະກອນ ເລດຶກຈູງ ຕອບສຳພາດທີ່ງານວາງສະແດງ “ພາບ ປະກອບດ້ວຍໃບໄມ້”.

ງານວາງສະແດງ “ພາບປະກອບດ້ວຍໃບໄມ້” ໄດ້ດຶງດູດຄວາມ ສົນໃຈຂອງໝູ່ມະຫາຊົນ.

«...
         ຈິດຕະກອນ ເລດຶກຈູງ ມີບ້ານເກີດເມືອງນອນ ຢູ່ ແຂວງູບັກນິງ, ປັດຈຸບັນ ພວມມີຊີວິດ ແລະ ເຮັດວຽກຢູ່ຮ່າໂນ້ຍ. ລາວກ່ໍແມ່ນ ຜູ້ປະດິດ ສ້າງພາບ ລຸງໂຮ່ ດ້ວຍການປະກອບ ໃບໄມ້ທຳມະຊາດ ທີ່ມີຂະໜາດ1,5 ແມັດ x 2,5 ແມັດ. ພາບປະກອບດ້ວຍໃບໄມ້ ແມ່ນ ສິລະປະ ປະເພດໃໝ່ອ່ຽມ, ເອກະລັກ ສະທ້ອນໃຫ້ເຫັນ ເຖິງຫົວ ຄິດປະດິດສ້າງ ຂອງ ຊາວຫວຽດນາມ ໃນການຊອກຫາ ວັດຖຸທາດໃໝ່ ພິເສດແມ່ນ ວັດຖຸທາດມາຈາກທຳມະຊາດ ເພື່ອ ສ້າງຄວາມງາມແບບ ບໍ່ຊ້ຳຊ້ອນໃຜໃຫ້ແກ່ພາບ ແລະ ນັ້ນກ່ໍ ແມ່ນວິທີການ ໜຶ່ງດຶງດູດ ຜູ້ໄດ້ຊົມໄດ້ເຫັນ.
ຈິດຕະກອນ ເລດຶກຈູງ ໃຫ້ຊາບວ່າ, ແນວຄວາມຄິດ ຢາກ ສ້າງ ພາບດ້ວຍ ໃບໄມ້ໄດ້ປະກົດຕົວຂຶ້ນ ໂດຍເລີ່ມຈາກ ແບບສະບັບ ຂອງຈິດຕະກອນຊາວ ຍີ່ປຸ່ນຊື່ວ່າ Kazua Akasaki. ຈາກໃບ ໄມ້ອັນເບົາໆ ບາງໆ, ບ່ໍມີຫຍັງ ທີ່ເປັນຕາກ່າວນັ້ນ, ດຶກຈູງໄດ້ຕົບ ແຕ່ງ, ຈັດວາງມັນ ດ້ວຍຫົວຄິດ ຂອງ ຈິດຕະກອນຜູ້ໜຶ່ງ ເຮັດໃຫ້ ມັນມີຊີວິດ ຊີວາ ທັງແອບແຝງໄວ້ຄວາມກົມກືນກັນ ລະຫວ່າງ ດິນຟ້າ, ທິວທັດ ທຳມະຊາດກັບອາລົມຈິດໃຈຂອງຜູ້ຄົນ ທີ່ເຄີຍ ສຳຜັດກັບພາບນັ້ນມາແລ້ວ.

“ພາບປະກອບດ້ວຍໃບໄມ້” ແມ່ນການສ່ອງແສງ ຊີວິດ ປະຈຳວັນອັນສະໜິດ ຕິດແທດ ແລະ ມີສະເໜໂດຍຜ່ານ ສີຂຽວຂອງທົ່ງ ນາ ກວ້າງສຸດສາຍຕາ, ຂອງແສງຈັນຍາມຄ່ຳຄືນສະຫງົບງຽບ, ຄຸ້ມເມືອງເກົ່າໃນນະຄອນ, ພາບພົດ ຂອງນາງສາວຜູ້ງາມງອນ ໃນຊຸດເສື້ອຍາວ… ອີກຄັ້ງໜຶ່ງ, ຜູ້ຊົມພັດໄດ້ ທົບທວນຄືນເຖິງ ຮູບພາບທີ່ ເຂັ້ມຂຸ້ນໄປດ້ວຍຄຸນລັກສະນະຫວຽດນາມດ້ວຍສາຍ ຕາ ແລະ ໝາກຫົວໃຈຂອງ ຈິດຕະກອນ ໜຸ່ມ.

ເລດຶກຈູງ ເຕີບໃຫຍ່ຂຶ້ນຢູ່ບ້ານເກີດເມືອງນອນທີ່ເປັນດິນຕຳລັບ ຂອງການຂັບລຳ“ກວານຫ້ໍ” ບັກນິງ. ອາດຍ້ອນເຫດນີ້ ມັນພາໃຫ້ການ ປະດິດຄິດແຕ່ງຂອງລາວຕ່າງກ່ໍ ປ່ຽມລົ້ມໄປດ້ວຍລົມ ຫາຍໃຈຂອງຊີວິດ ບ້ານນາ. ຜົນການແຕ້ມແຕ່ງຂອງລາວໄດ້ ມີໜ້າຢູ່ໃນຊຸດສະສົມ ຫຼື ງານວາງສະແດງຈັດຂຶ້ນຢູ່ຍີ່ປຸ່ນ, ສ.ເກົາຫຼີ, ອັງກິດ, ອາເມລິກາ ແລະ ຝຣ່ັງ.

“ໝູ່ບ້ານຊາວປະມົງຫວຽດນາມ”.

“ຍຸວະນາລີຮ່າໂນ້ຍ”.

“ບ້ານນາຫວຽດນາມ”.

“ສາວນັກຮຽນຮ່າໂນ້ຍ”.

“ຄຸ້ມເມືອງເກົ່າຮ່າໂນ້ຍ”.

“ສາວບ້ານນາຢູ່ແຄມໜອງດອກບົວ”.

“ໝູ່ບ້ານຫວຽດນາມ”.

“ເຈ່ຍລູກ”.

“ຍຸວະນາລີຫວຽດນາມ”.

“ສາວຊົນເຜົ່າສ່ວນນ້ອຍ”.

“ສະໄໝໄວໜຸ່ມ”.

“ສາວນັກຮຽນ”.
ຈິດຕະກອນ ເລດຶກຈູງ ເຜີຍຄວາມໃນໃຈວ່າ, ສິ່ງທີ່ເຮັດໃຫ້ລາວ ຮູ້ສຶກຫຼົງໄຫຼກວ່າໝູ່ໃນພາບປະກອບ ດ້ວຍໃບໄມ້ແມ່ນ ວັດຖຸທາດ. ເຖິງວ່າ, ນັ້ນພຽງແມ່ນວັດຖຸທາດທີ່ມີ ຢ່າງບ່ໍອຶດ ບ່ໍຢາກ ໃນທຳມະຊາດ ກ່ໍຕາມ ແຕ່ມັນພັດສ້າງຂຶ້ນໄດ້ເຊິ່ງ ຄວາມງົດງາມທີ່ບ່ໍ ຄາດຄິດກ່ອນ. ໃບໄມ້ ທີ່ແຫ້ງລົ່ນລົງມາ ເມື່ອຖືກສະຫຼັບ, ຈັດວາງເປັນແຜ່ນພາບ ເໝືອນຄືວ່າມັນໄດ້ ຟື້ນຊີບຄືນໃໝ່ ສ້າງເປັນ ຮອບໝູນວຽນໜຶ່ງ. ກ່ໍແມ່ນຄວາມງາມ ດັ້ງເດີມໃນຕົວຂອງມັນເອງ ໄດ້ເຮັດໃຫ້ພາບ ມີລັກສະນະ ຊີນເຄີຍ ແຕ່ກ່ໍແປກໆທີ່ສຸດ…
ພາບປະກອບດ້ວຍໃບໄມ້ 20 ພາບຂອງ ເລດຶກຈູງ ມີລັກສະນະ ງ່າຍດາຍ ແຕ່ເຂັ້ມຂຸ້ນໄປດ້ວຍ ຄວາມໃກ້ຊິດຕິດແທດເປັນຕາ ຮັກ. ລາວມີ ຄວາມໄຝ່ຝັນວ່າ, ຮອດມື້ໃດມື້ໜຶ່ງໃກ້ໆ ນີ້, ພາບ ປະກອບດ້ວຍ ໃບໄມ້ຈະປະກົດສູ່ສາຍຕາຂອງເພື່ອນມິດໃນໂລກ ປະກອບສ່ວນເຮັດໃຫ້ ທຸກຄົນຮູ້ສຶກຮັກແພງ ແລະ ຢາກ ໄດ້ມາ,ໄດ້ເຫັນ ຫວຽດນາມນັບມື້ນັບຫຼາຍຂຶ້ນຕ່ືມ.
ພາບ: ເຈີ່ນເວີນ - ພາບ : ເຈີ່ນແທງຢາງ

top