ຂ່າວສານ

ພາຍຸ Mocha ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງຢູ່ ເຂດຕາເວັນອອກພາກໃຕ້ຂອງ ບັງກະລາເທດ

ໃນຂະນະນັ້ນ, ມີຕູບ ແລະ ບ່ອນຢູ່ອາໄສຊົ່ວຄາວປະມານ 500 ຫຼັງ ສຳລັບໃຫ້ແກ່ຊາວອົບພະຍົບເກືອບ 1 ລ້ານຄົນຢູ່ Rohingya ກໍ່ຖືກເປ່ເພ.
(ພາບປະກອບຈາກ AFP/ TTXVN)

ພາຍຸ Mocha, ພັດຜ່ານ ມຽນມາ ແລະ ເຂດຕາເວັນອອກພາກໃຕ້ຂອງ ບັງກະລາເທດ ໃນວັນທີ 14 ພຶດສະພາ, ໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງ. ເຊິ່ງແມ່ນພາຍຸລູກໃຫຍ່ທີ່ສຸດທີ່ພັດເຂົ້າເຂດ ອ່າວ Bengal ໃນກ່ວາ 10 ປີຜ່ານມາ, ດ້ວຍແຮງລົມຂຶ້ນເຖິງ 320 ກມ/ຊົ່ວໂມງ, ພາຍຸໄດ້ເຮັດໃຫ້ເຮືອນຊານຢ່າງໜ້ອຍສຸດ 12.000 ຫຼັງຖືກເປ່ເພໝົດ ຫຼື ສ່ວນໜຶ່ງ ເມື່ອພັດເຂົ້າແຂວງ Cox’s Bazar ແລະ ບັນດາເກາະຂອງແຂວງນີ້. ໃນຂະນະນັ້ນ, ມີຕູບ ແລະ ບ່ອນຢູ່ອາໄສຊົ່ວຄາວປະມານ 500 ຫຼັງ ສຳລັບໃຫ້ແກ່ຊາວອົບພະຍົບເກືອບ 1 ລ້ານຄົນຢູ່ Rohingya ກໍ່ຖືກເປ່ເພ, ແຕ່ປະຈຸບັນ, ຍັງບໍ່ທັນມີຕົວເລກກ່ຽວກັບຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບເທື່ອ.

 


top