ຂ່າວສານ

ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ວັດ​ສະ​ດຸ ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການໃນ​ການ​ເຫັນ​ປະ​ເທ​ດ​ຊາ​ດ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ

ມີບົດລາຍງານການຄົ້ນຄ້ວາ, ບົດກະກອບຄຳເຫັນ14 ສະບັບ ຂອງບັນດາກະຊວງ, ຂະແໜງການ, ນັກຊ່ຽວຊານພາຍໃນປະເທດ ແລະ ສາກົນພ້ອມກັນ ແລະປ່ຽນ, ປຶກສາຫາລື ໂດຍກົງ ຂອງ ນັກຊ່ຽວຊານ 12 ຄົນຢູ່ກອງປະຊຸມສຳມະນາ ໄດ້ສັງລວມ ສະພາບການຕົວຈິງໃນການສຶກສາ ແລະ ຄວາມຈຳເປັນຕ້ອງປ່ຽນແປງໃນການບຳລຸງສ້າງ, ຖ່າຍທອດໝາກຜົນຂອງການຄົ້ນຄ້ວາ ຈາກບັນດາສະຖາບັນ, ໂຮງຮຽນໃນພຶດຕິກຳຕົວຈິງ.
ພິທີລົງນາມການຮ່ວມມືລະຫວ່າງ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ແລະ ມະຫາວິທະຍາໄລນະຄອນ ໂຮ່ຈີມິນ ໃນການບຳລຸງສ້າງຊັບພະຍາກອນ ມະນຸດ

ຕອນເຊົ້າວັນທີ 10 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະເສດຖະກິດສູນກາງພັກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຢີ ແລະ ມະຫາວິທະຍາໄລນະຄອນໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງ ກອງປະຊຸມສຳມະນາສາກົນ “ພັດທະນາແຫຼ່ງຊັບພະຍາກອນມະນຸດຂະແໜງອຸດສາຫະກຳວັດສະດຸ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ ຮອດປີ 2030, ວິໄສທັດຮອດປີ 2045”.

        ມີບົດລາຍງານການຄົ້ນຄ້ວາ, ບົດກະກອບຄຳເຫັນ14 ສະບັບ ຂອງບັນດາກະຊວງ, ຂະແໜງການ, ນັກຊ່ຽວຊານພາຍໃນປະເທດ ແລະ ສາກົນພ້ອມກັນ ແລກປ່ຽນ, ປຶກສາຫາລື ໂດຍກົງ ຂອງ ນັກຊ່ຽວຊານ 12 ຄົນຢູ່ກອງປະຊຸມສຳມະນາ ໄດ້ສັງລວມ ສະພາບການຕົວຈິງໃນການສຶກສາ ແລະ ຄວາມຈຳເປັນຕ້ອງປ່ຽນແປງໃນການບຳລຸງສ້າງ, ຖ່າຍທອດໝາກຜົນຂອງການຄົ້ນຄ້ວາ ຈາກບັນດາສະຖາບັນ, ໂຮງຮຽນໃນພຶດຕິກຳຕົວຈິງ. ທ່ານ ເຈິ່ນຕວັນແອງ, ຫົວໜ້າຄະນະເສດຖະກິດສູນກາງພັກ ເນັ້ນໜັກວ່າ:

        ພວກເຮົາພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ທີ່ສຳຄັນ, ຮຽກຮ້ອງຕ້ອງມີການປ່ຽນແປງໃໝ່ກ່ຽວກັບຈິນຕະນາການ ແລະ ການກະທຳດ້ວຍຄວາມຕັດສິນໃຈຢ່າງສູງ. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການພັດທະນາຂະແໜງອຸດສາຫະກຳຂອງປະເທດຊາດ ໃນໄລຍະໃໝ່, ໃນສະພາບການການແກ້ງແຍ່ງສາກົນນັບມື້ນັບ ແຂງແຮງ ແລະ ເລິກເຊິ່ງ ດ້ວຍການປະຕິບັດບັນດາສັນຍາການຄ້າເສລີໃໝ່ ແລະ ຜົນກະທົບຈາກການປະຕິວັດອຸດສາຫະກຳ ຄັ້ງທີ 4, ຮຽກຮ້ອງໃຫ້ ຫວຽດນາມຕ້ອງມີຈິນຕະນາການ ແລະ ວິທີການສຳຜັດໃໝ່ໃນການພັດທະນາແຫຼ່ງຊັບພະຍາກອນມະນຸດຂະແໜງອຸດສາຫະກຳວັດສະດຸໃນໄລຍະຈະມາເຖິງ.

 (ແຫຼ່ງຄັດຈາກ VOV)


top