ຂ່າວສານ

ພັດ​ທະ​ນາ​ເຮືອນ​ຢູ່​ສັງ​ຄົມ, ເຮືອນ​ຢູ່​ໃຫ້​ແກ່​ກຳ​ມະ​ກອນ ແມ່ນ​ເສົາ​ຄ້ຳ​ຂອງ​ບັນ​ດາ​ນະ​ໂຍ​ບາຍ​​ໜູນຊ່ວຍ​ສັງ​ຄົມ

ການພັດທະນາເຮືອນຢູ່ສັງຄົມ, ເຮືອນຢູ່ໃຫ້ແກ່ກຳມະກອນ ແມ່ນໜຶ່ງໃນບັນດາເສົາຄ້ຳຂອງບັນດານະໂຍບາຍຊ່ວຍໜູນສັງຄົມ, ທັງແມ່ນມາດຕະການທີ່ມີປະສິດທິຜົນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ. ເລື່ອງເບິ່ງແຍງດູແລແກ້ໄຂຄວາມຕ້ອງການເຮືອນຢູ່ໃຫ້ແກ່ປະຊາຊົນ, ພິເສດແມ່ນເປົ້າໝາຍທີ່ມີລາຍຮັບຕ່ຳ ແລະ ກຳມະກອນຢູ່ບັນດາເຂດອຸດສາຫະກຳ, ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານ ແລະ ນາຍົກລັດຖະມົນຕີ.
ກອງປະຊຸມກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການພັດທະນາເຮືອນຢູ່ສັງຄົມ (ພາບ: VOV)

ຕອນເຊົ້າວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ການພັດທະນາເຮືອນຢູ່ສັງຄົມ. ກອງປະຊຸມຖືກຈັດຂຶ້ນແບບທາງໄກ ລະຫວ່າງສຳນັກງານລັດຖະບານ ເຊື່ອມຕໍ່ກັບຄະນະກຳມະການປະຊາຊົນ 63 ແຂວງ, ນະຄອນ ຂຶ້ນກັບສູນກາງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ການພັດທະນາເຮືອນຢູ່ສັງຄົມ, ເຮືອນຢູ່ໃຫ້ແກ່ກຳມະກອນ ແມ່ນໜຶ່ງໃນບັນດາເສົາຄ້ຳຂອງບັນດານະໂຍບາຍຊ່ວຍໜູນສັງຄົມ, ທັງແມ່ນມາດຕະການທີ່ມີປະສິດທິຜົນຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ. ເລື່ອງເບິ່ງແຍງດູແລແກ້ໄຂຄວາມຕ້ອງການເຮືອນຢູ່ໃຫ້ແກ່ປະຊາຊົນ, ພິເສດແມ່ນເປົ້າໝາຍທີ່ມີລາຍຮັບຕ່ຳ ແລະ ກຳມະກອນຢູ່ບັນດາເຂດອຸດສາຫະກຳ, ຍາມໃດກໍໄດ້ຮັບຄວາມເອົາໃຈໃສ່ຈາກລັດຖະບານ ແລະ ນາຍົກລັດຖະມົນຕີ.


top