ຂ່າວສານ

ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ ກົມ​ກ​ຽວ​ກັບ​ທຳ​ມາ​ຊາດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງການຍູ້ແຮງການນຳໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳ 4.0, ນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການເລືອກເອົາແນວປູກ້ ເພື່ອປູກປ່າ ໃຫ້ມີສະມັດຕະພາບ ແລະ ປະສິດທິຜົນສູງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມພິທີປຸກລະດົມໂຄງການປູກຕົ້ນໄມ້ຂຽວ 1 ຕື້ຕົ້ນ ໄລຍະ 2021 – 2025

ຕອນເຊົ້າວັນທີ 23 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີປຸກລະດົມໂຄງການປູກຕົ້ນໄມ້ຂຽວ 1 ຕື້ຕົ້ນ ໄລຍະ 2021 – 2025 “ເພື່ອຫວຽດນາມ ຂຽວ” ແລະ ຕອບສະໜອງວັນບຸນປູກຕົ້ນໄມ້ປີສະຫຼຸ 2021” ເຊິ່ງໄດ້ດຳເນີນຢູ່ນະຄອນ ຕວຽນກວາງ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງການຍູ້ແຮງການນຳໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳ 4.0, ນຳໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການເລືອກເອົາແນວປູກ້ ເພື່ອປູກປ່າ ໃຫ້ມີສະມັດຕະພາບ ແລະ ປະສິດທິຜົນສູງ, ການປູກປ່າຕິດພັນກັບການທ່ອງທ່ຽວທຳມະຊາດ ເພື່ອຮັກສາສີສັດວັດທະນະທຳທີ່ເປັນມູນເຊື້ອເພື່ອໃຫ້ປະຊາຊົນທ້ອງຖິ່ນສ້າງຄວາມຮັ່ງມີຈາກປາ ແລະ ຕວຽນກວາງ ກາຍເປັນທ້ອງຖິ່ນແບບຢ່າງກ່ຽວກັບການພັດທະນາເສດຖະກິດປ່າ. ທ່ານກ່າວວ່າ:

ຂ້າພະເຈົ້າເຊື້ອໝັ້ນວ່າ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າໃນແຂວງ ຕວຽນກວາງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ມານະພະຍາຍາມສູ້ຊົນ, ບື່ນຕົວຂຶ້ນຫຼາຍກ່ວາອີກເພື່ອ ພ້ອມກັບປະເທດຊາດ ປະຕິບັດຄວາມມຸ່ງຫວັງບືນຕົວຂຶ້ນໃຫ້ປະກົດຜົນເປັນຈິງ ເພື່ອນຳຄວາມອີ່ມໜຳສຳລານ, ສົມບູນພູນສຸກມາໃຫ້ປະຊາຊົນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ເຮັດວຽກກັບຄະນະການນຳແຂວງ ຕວຽນກວາງ

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ເຮັດວຽກກັບຄະນະການນຳແຂວງ ຕວຽນກວາງ ກ່ຽວກັບໝາກຜົນແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງຄັ້ງທີ 16 ອາຍຸການ 2015-2020, ວາງທິດທາງໜ້າທີ່ໄລຍະ 2021-2025

(ແຫຼ່ງຄັດຈາກ VOV)


top