ຂ່າວສານ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.
ທ່ານເລຂາທິການໃຫຍ່ ໂຕເລິມ ມອບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ

ນັ້ນແມ່ນຄຳເຫັນຊີ້ນຳ ຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ ກົມໃຫຍ່ ອຸດສາຫະກຳປ້ອງກັນຊາດ (15/9/1945 - 15/9/2025), ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ.

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ. ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ສະເໜີ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສຸມໃສ່ຊີ້ນຳ, ນຳພາກົມໃຫຍ່ອຸດສາຫະກຳປ້ອງກັນຊາດເຊື່ອມຊືມເປັນປະຈຳ, ປະຕິບັດບັນດາແຜນນະໂຍບາຍ, ຄຳຊີ້ຂອງພັກ, ລັດ, ກອງທັບກ່ຽວກັບການພັດທະນາອຸດສາຫະກຳປ້ອງກັນຊາດ ຢ່າງເຂັ້ມງວດ, ມີປະສິດທິຜົນ; ສົມທົບຢ່າງແໜ້ນແຟ້ນລະຫວ່າງ ການປ້ອງກັນຊາດກັບເສດຖະກິດ ແລະ ກົງກັນຂ້າມ. ທີ່ພິທີ, ໂດຍຕາງໜ້າພັກ, ລັດ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມອບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ກົມໃຫຍ່ອຸດສາຫະກຳປ້ອງກັນຊາດ, ກະຊວງປ້ອງກັນປະເທດ.


top