“ສັງກາດບືນຕົວຂຶ້ນກັບ ອິນເຕີແນັດອຸດສາຫະກຳ” ແມ່ນຫົວເລື່ອງຂອງບັນດາເຫດການເຕັກນິກ, ເຕັກໂນໂລຊີປະຈຳປີ VNNIC Internet Conference 2025 (VIC 2025) ໂດຍສູນ ອິນເຕີແນັດ ຫວຽດນາມ ຫວຽດນາມ (VNNIC) ຈັດຂຶ້ນແຕ່ວັນທີ 22-25 ກໍລະກົດ ຢູ່ ຮ່າໂນ້ຍ
“ສັງກາດບືນຕົວຂຶ້ນກັບ ອິນເຕີແນັດອຸດສາຫະກຳ” ແມ່ນຫົວເລື່ອງຂອງບັນດາເຫດການເຕັກນິກ, ເຕັກໂນໂລຊີປະຈຳປີ VNNIC Internet Conference 2025 (VIC 2025) ໂດຍສູນ ອິນເຕີແນັດ ຫວຽດນາມ (VNNIC) ຈັດຂຶ້ນແຕ່ວັນທີ 22-25 ກໍລະກົດ ຢູ່ ຮ່າໂນ້ຍ. VIC 2025 ມີການເຂົ້າຮ່ວມຂອງຜູ້ແທນ ກ່ວາ 400 ທ່ານທີ່ເປັນການນຳ, ຜູ້ຊ່ຽວຊານແຖວໜ້າກ່ຽວກັບອິນເຕີແນັດພາຍໃນ ແລະ ຕ່າງປະເທດ, ບັນດາອົງການຄຸ້ມຄອງຊັບພະຍາກອນອິນເຕີແນັດ, ພື້ນຖານໂຄງລ່າງ ອິນເຕີແນັດ, ວິສາຫະກິດສະໜອງການບໍລິການ ອິນເຕີແນັດ, ການບໍລິການໂທລະສັບມືຖື, ຄູສອນ, ນັກສຶກສາບັນດາມະຫາວິທະຍາໄລເຕັກໂນໂລຊີ...
ກ່າວຄຳເຫັນທີ່ວາລະຄົບຄະນະ VIC 2025 ທີ່ມີຫົວເລື່ອງ “ວິໃສທັດ ແລະ ຍຸດທະສາດ ອິນເຕີແນັດ ອຸດສາຫະກຳ-ພື້ນຖານໂຄງລ່າງຫຼັກແຫຼ່ງຂອງພື້ນຖານການຜະລິດທັນສະໄໝ” ຈັດຂຶ້ນໃນຕອນເຊົ້າວັນທີ 25 ກໍລະກົດ, ທ່ານ ຫງວຽນເຈື່ອງຢາງ, ຮອງຜູ້ອຳນວຍການ VNNIC ເນັ້ນໜັກວ່າ VNNIC ໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືສາກົນ, ໜູນຊ່ວຍພັດທະນາພື້ນຖານໂຄງລ່າງ ແລະ ຄວາມສາມາດເຕັກນິກພາຍໃນປະເທດ. VNNIC ຮ່ວມເດີນທາງກັບປະຊາຄົມວິສາຫະກິດ, ຜູ້ຊ່ຽວຊານ, ນັກວິສາວະກອນ ຫວຽດນາມ ໃນວິວັດການສ້າງພື້ນຖານໂຄງລ່າງ ອິນເຕີແນັດ ຢ່າງແຮງ, ເປີດ, ໄວ້ເນື້ອເຊື່ອໃຈ ເພື່ອພັດທະນາ ອິນເຕີແນັດ ອຸດສາຫະກຳ ເປັນເຈົ້າຕົນເອງ, ປ່ຽນໃໝ່ ແລະ ເຊື່ອມຕໍ່ກັບທົ່ວໂລກ.