ຂ່າວສານ

ພັດ​ທະ​ນາ​ອາ​ຊີບ​ລ້ຽງ​ປາ​ນ້ຳ​ເຢັນ​ຢູ່​ເມືອງ ຕາມ​ເດື່ອງ, ແຂວງ ລາຍ​ເຈົາ

ໂດຍໄດ້ເສີມຂະຫຍາຍທ່າໄດ້ປຽບແມ່ນມີແຫຼ່ງນ້ຳສະອາດ ໃສເຢັນຈາກຫ້ວຍນ້ຳຕ່າງໆນັ້ນ, ໃນໄລຍະຜ່ານມາ, ບາງອົງການຈັດຕັ້ງ, ສ່ວນບຸກຄົນໃນບໍລິເວນເມືອງຕາມເດື່ອງ, ແຂວງລາຍເຈົາ ໄດ້ສຸມໃສ່ລ້ຽງປາຄາເວຍ, ປາເຊມ້ອນ. ນີ້ແມ່ນທິດເດີນໃໝ່ທີ່ໄດ້ນຳມາເຊິ່ງປະສິທິຜົນເສດຖະກິດສູງ. ຊ່ວຍພໍ່ແມ່ ປຊຊ ຫລຸດພົ້ນອອກຈາກຄວາມທຸກຍາກອຶດຫີວ ແລະ ບືນຕົວຂຶ້ນສ້າງຄວາມຮັ່ງມີ.
  ປະຈຸບັນ ຕາແສງ ເຊີນບິ່ງ ມີ 26 ຮາກຖານ, ກ່ວາ 300 ອ່າງລ້ຽງປານ້ຳເຢັນ  

ບ້ານຈູວາ 8, ຕາແສງເຊິນບິ່ງ, ເມືອງຕາມເດື່ອງ, ແຂວງລາຍເຈົາ ແມ່ນແຫ່ງດຳລົງຊີວິດຂອງເກືອບ 200 ຄອບຄົວຊາວເຜົ່າມົ້ງ. ໂດຍນອນໃຕ້ຕີນພູ ຮ່ວາງລຽນ, ບັນດາບ້ານຂອງຕາແສງເຊີນບິງ ໄດ້ອ້ອມຮອບໄປດ້ວຍປ່າແຫ່ງຕ່າງໆນັ້ນ ຊື່ງມີອາກາດທີ່ສະດວກເພື່ອລ້ຽງປານ້ຳເຢັນ. ຊາວທ້ອງຖິ່ນໄດ້ພັດທະນາອາຊີບລ້ຽງປານ້ຳເຢັນ ແລະ ເປີດທິດເດີນໃໝ່ ໃນການຜະລິດກະສິກຳເປັນສິນຄ້າທີ່ມີຄຸນນະພາບສູງຢູ່ທ້ອງຖິ່ນ.

ອ້າຍ ຮ່າງອາຝ່າງ ຊາວບ້ານຈູວາ 8 ໃຫ້ຮູ້ວ່າ ປີ 2019, ເຫັນວ່າຫ້ວຍນ້ຳທີ ມີເງື່ອນໄຂສະດວກເພື່ອລ້ຽງປານ້ຳເຢັນ,  ອ້າຍໄດ້ລົງທຶນເພື່ອລ້ຽງ ປາຄາເວຍ, ປາເຊມ້ອນ ແລະ ຮູບແບບນີ້ໄດ້ນຳມາເຊິ່ງປະສິດທິຜົນເສດຖະກິດສູງໃຫ້ແກ່ຄອບຄົວອ້າຍ ແລະ ປຊຊ ໃນບໍລິເວນ:

ກ່ອນນີ້, ບໍ່ຮູ້ເຕັກນິກລ້ຽງປານ້ຳເຢັນ ແຕ່ເມື່ອໄປຮຽນຮູ້ຢູ່ ຊາປາ ແລະ ເຫັນວ່າການລ້ຽງປາມີລາຍຮັບສູງ ກໍ່ເລີຍກັບບ້ານເຮັດຕາມ. ປະຈຸບັນ ຄອບຄົວຂ້າພະເຈົ້າໄດ້ຫັນປ່ຽນໄປລ້ຽງປານ້ຳເຢັນ, ລາຍຮັບສູງກ່ວາການເຮັດນາ ແລະ ໄປຮັບຈ້າງ. ປີ 2022, ຄອບຄົວຂ້າພະເຈົ້າລ້ຽງປາ 2.500 ໂຕ ແລະ ມີລາຍຮັບກ່ວາ 38.000 ໂດລາສະຫະລັດ, ເມື່ອຫັນໄປລ້ຽງຢູ່ຟາມໃໝ່ມີເນື້ອທີ່ກວ້າງກ່ວາ, ຄອບຄົວຂ້າພະເຈົ້າຈຶ່ງເພິ່ມເປັນ 8.000 ໂຕ ແລະ ຄາດວ່າລາຍຮັບກໍ່ຈະເພີ່ມຂຶ້ນຫຼາຍ.

ອາຊີບລ້ຽງປານ້ຳເຢັນໄດ້ຊ່ວຍຫຼາຍຄອບຄົວຊາວເຜົ່າມົ້ງຫລຸດພົ້ນອອກຈາກຄວາມທຸກຍາກ

ຄອບຄົວອ້າຍ ຫງວຽນຢາແອງ ຢູ່ເມືອງບາວທັງ ແຂວງລາວກາຍ ໄດ້ຊື້ດິນກວ່າ 1 ເຮັກຕາຢູ່ບ້ານ ຈູວາ 8, ເມືອງເຊີນບິງ ເພື່ອລ້ຽງປານ້ຳເຢັນນັບແຕ່ປີ 2019.  ດ້ວຍເນື້ອທີ່ໜອງປະມານ 6.000m2, ຄອບຄົວອ້າຍໄດ້ລ້ຽງປາຕາມຂັ້ນຕອນຄົບວົງຈອນ ເພື່ອຮັກສາປະລິມານປາຂາຍອອກຢູ່ທ້ອງຕະຫຼາດ. ອ້າຍ ຫງວຽນຢາແອງ ໃຫ້ຮູ້ວ່າ ຄອບຄົວອ້າຍໄດ້ລົງທຶນຊື້ແນວພັນປາ 1.000 ໂຕ ດ້ວຍມູນຄ່າ 230 ລ້ານດົ່ງ (ເກືອບ 10.000 ໂດລາສະຫະລັດ) ແລະ ຂາຍໄດ້ 540 ລ້ານດົ່ງ (ປະມານ 23.000 ໂດລາສະຫະລັດ). ໂດຍເຫັນໄດ້ປະສິດທິຜົນຈາກອາຊີບລ້ຽງປາຄາເວຍ, ປາເຊມ້ອນ ປີນີ້, ຄອບຄົວອ້າຍໄດ້ເປີດກ້ວາງຮູບແບບ ເຮັດຕື່ມອີກ 7 ໜອງ, ລ້ຽງປາ 7.000-8.000 ໂຕ ແລະ ຄາດວ່າ ແຕ່ລະປີຈະຂາຍປາອອກຕະຫຼາດໄດ້ແຕ່ 25-30 ໂຕນ:

ປາຄາເວຍ, ປາເຊມ້ອນ ແມ່ນປາພິເສດ, ຕ້ອງລ້ຽງຢູ່ແຫ່ງມີນ້ຳເຢັນ ແລະ ສະອາດ. ແຕ່ຫຼາຍປີມານີ້, ປາຊະນິດນີ້ມີລາຄາເປັນປົກກະຕິພໍສົມຄວນ. ຄອບຄົວຂ້າພະເຈົ້າໄດ້ເລືອກລ້ຽງປາຊະນິດນີ້ ຍ້ອນໄດ້ພັດທະນາເສດຖະກິດດີ. ແຕ່ລະປີ, ຮາກຖານຂອງຄອບຄົວຂ້າພະເຈົ້າມີລາຍຮັບແຕ່ 600-700 ລ້ານດົ່ງ (ປະມານ 25.000-30.000 ໂດລາສະຫະລັດ).

ຫຼາຍຄອບຄົວໄດ້ຂະຫຍາຍແນວພັນປາເອງ ເພື່ອຂາຍເຂົ້າຕະຫຼາດ

ຕາມທ່ານ ຮ່ວາງດິ່ງກວນ ຮອງປະທານຄະນະກຳມະການ ປຊຊ ຕາແສງ ເຊີນບິ່ງ ແລ້ວ, ຫ້ວຍນ້ຳເຢ ແລະ ຫ້ວຍນ້ຳທີ ທີ່ໄຫຼຜ່ານຕາແສງຖືກຕີລາຄາວ່າ ແມ່ນມີແຫຼ່ງນ້ຳເຢັນເປັນປົກກະຕິ ແລະ ນີ້ແມ່ນເງື່ອນໄຂທີ່ດີເພື່ອໃຫ້ ປາຄາເວຍ, ປາເຊມ້ອນ ພັດທະນາ. ໂດຍໄດ້ໝູນໃຊ້ທ່າໄດ້ປຽບນີ້, ມາຮອດປະຈຸບັນ,  ບັນດາວິສາຫະກິດ, ສ່ວນບຸກຄົນ ໄດ້ລົງທຶນໃນ 26 ຮາກຖານລ້ຽງປານ້ຳເຢັນ ດ້ວຍອ່າງລ້ຽງປາກ່ວາ 300 ອ່າງ ໂດຍສຸມໃສ່ສ່ວນຫຼາຍແມ່ນຢູ່ບ້ານ ຈູວາ 12 ແລະ ຈູວາ 8.

ດ້ວຍປະລິມານການຜະລິດ ແລະ ລາຄາຂາຍສະເລ່ຍແຕ່ 200.000-250.000 ດົ່ງ (700.000-750.000 ໂດລາສະຫະລັດ)/ປີ. ອາຊີບລ້ຽງ ປາຄາເວຍ, ປາເຊມ້ອນ ໄດ້ຊ່ວຍຫຼາຍຄອບຄົວຊາວເຜົ່າມົ້ງ ມີຊີວິດການເປັນຢູ່ເປັນປົກກະຕິ, ບໍ່ພຽງແຕ່ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກເທົ່ານັ້ນ, ຫາກຍັງໄດ້ບືນຕົວຂຶ້ນ ກາຍເປັນເສດຖີເງິນລ້ານ, ເງິນຕື້ອີກດ້ວຍ:

ກ່ອນນີ້, ມີພຽງວິສາຫະກິດ, ສະຫະກອນຈຳນວນໜຶ່ງ ໄດ້ລົງທຶນເພື່ອຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງຂອງທ້ອງຖິ່ນເທົ່ານັ້ນ. ແຕ່ມາຮອດປະຈຸບັນ, ບາງຄອບຄົວຊາວເຜົ່າມົ້ງຢູບ້ານ ຈູວາ 8 ແລະ ຈູວາ 12 ກໍ່ກ້າລົງທຶນເພື່ອລ້ຽງ ປາຄາເວຍ, ປາເຊມ້ອນ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມໃນບໍລິເວນ. ຜ່ານການນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດ, ເຕັກນິກ ແລະ ການຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງສຳລັບເງື່ອນໄຂທຳມະຊາດຂອງຕາແສງນັ້ນ, ຊາວເຜົ່າມົ້ງ ຈຳນວນໜຶ່ງ ໄດ້ບືນຕົວຂຶ້ນກາຍເປັນເສດຖີເງິນລ້ານ ຈາກການລ້ຽງ ປາຄາເວຍ, ປາເຊມ້ອນໃນບໍລເວນ.

ຍ້ອນໄດ້ຫັນປ່ຽນຜົນລະປູກ, ສັດລ້ຽງຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນແຫຼ່ງລາຍຮັບຈາກອາຊີບລ້ຽງປານ້ຳເຢັນນັ້ນ, ມາຮອດປະຈຸບັນ, ລາຍຮັບສະເລ່ຍຢູ່ຕາແສງ ເຊີນບິງ, ເມືອງຕາມເດື່ອງ ໄດ້ບັນລຸກ່ວາ 42 ລ້ານດົ່ງ/ຄົນ/ປີ. ອາຊີບລ້ຽງປານ້ຳເຢັນ ພວມຖືກຖືວ່າ ແມ່ນຂໍ້ກູນແຈເພື່ອໃຫ້ ປຊຊ ຮັກສາ ແລະ ຍົກສູງຄາດໝາຍລາຍຮັບໃນການກໍ່ສ້າງຊົນນະບົດໃໝ່. ນີ້ແມ່ນເງື່ອນໄຂຕັດສິນຊີ້ຂາດ ເພື່ອໃຫ້ທ້ອງຖິ່ນສູ້ຊົນບັນລຸມາດຖານຊົນນະບົດໃໝ່ໃນປີນີ້.


top