ຂ່າວສານ

ພັດ​ທະ​ນາ​ສາຍ​ພົວ​ພັນ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່ ແລະ ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລາວ - ຫວຽດ​ນາມ

ເຖິງວ່າຈະຢູ່ໃນສະພາບໃດກໍຕາມ, ພັກ, ລັດ ແລະ ປະຊາຊົນລາວ ຍາມໃດຖະໜຸຖະໜອມ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນຂອງແຕ່ລະປະເທດ.

ຕອນເຊົ້າວັນທີ 18 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ໄດ້ດຳເນີນພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ (05/09/1962 – 05/09/2022) ແລະ ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ (18/07/1977 – 18/07/2022) ຢ່າງສົມກຽດ.

  ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ກ່າວຄຳປາໄສໃນພິທີ (ພາບ: VOV)  

 ກ່າວຄຳເຫັນທີ່ພິທີ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງບັນດາເຫດການປະຫວັດສາດ ເນື່ອງໃນໂອກາດສະເຫຼີມສະຫຼອງສອງວັນປະຫວັດສາດຂອງສອງຊາດ ແລະ ຮັດແໜ້ນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ການຮ່ວມສຳພັນສູ້ຮົບ, ຄວາມສາມັກຄີພິເສດ ຫວຽດນາມ - ລາວ, ແມ່ນພື້ນຖານທີ່ໝັ້ນແກ່ນ, ແມ່ນກຳລັງໜູນຢ່າງແຮງສຳລັບການການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ພ້ອມທັງແມ່ນປັດໄຈສຳຄັນ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ໃນໂລກ. ເຖິງວ່າຈະຢູ່ໃນສະພາບໃດກໍຕາມ, ພັກ, ລັດ ແລະ ປະຊາຊົນລາວ ຍາມໃດຖະໜຸຖະໜອມ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ລາວ - ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນຂອງແຕ່ລະປະເທດ.

  ທ່ານ ຫວໍ້ວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ (ພາບ: VOV)  

ສ່ວນທ່ານ ຫວໍ້ວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ ເລື່ອງສອງປະເທດສ້າງຕັ້ງສາຍພົວພັນທາງການທູດກ່ອນນີ້ 60 ປີ ແລະ ການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືກ່ອນນີ້ 45 ປີ ແມ່ນເຫດການປະຫວັດສາດ, ແມ່ນຂີດໝາຍອັນສະຫງ່າໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງພັກ, ສອງລັດ. ທ່ານ ຫວໍວັນເຖືອງ ກໍໄດ້ຍົກໃຫ້ເຫັນການກຳນົດທິດທາງຮ່ວມມືລະຫວ່າງສອງພັກ, ສອງລັດ ໃນບັນດາຂົງເຂດ ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ, ເຕັກນິກ.

ຕອນບ່າຍຂອງວັນດຽວກັນ, ທ່ານ ຫວ້ວັນເຖືອງ ຕາງໜ້າໃຫ້ການນຳພັກ, ລັດ ຫວຽດນາມ ມອບຫຼຽນໄຊ ດາວຄຳ ໃຫ້ແກ່ທ່ານ ພັນຄຳ ວິພາວັນດ ນາຍົກລັດຖະມົນຕີ ລາວ, ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ລາວ.

ນອກຈາກນັ້ນແລ້ວ, ທ່ານຫວໍວັນເຖືອງ ກໍໄປຢ້ຽມຢາມທ່ານອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ເຂົ້າຮ່ວມພິທີໄຂສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ.


top