ຂ່າວສານ

ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ມະ​ນຸດ​ເພື່ອ​ເພີ່ມ​ກຳ​ລັງ​ແຮງ​ພາຍ​ໃນ​ຂອງ​ປະ​ເທດ​ຊາດ

ໂດຍເຊື່ອມຊຶມແນວຄິດ “ວັດທະນະທຳເຍືອງທາງໃຫ້ແກ່ປະຊາຊົນ” ໃນຕະຫຼອດໄລຍະຊີ້ນຳນຳພາການປະຕິວັດ, ພັກກອມມູນິດ ຫວຽດນາມ ແລະ ທ່ານປະທານ ໂຮ່ຈີມິນ ຍາມໃດກໍ່ມີຄວາມເອົາໃຈໃສ່ເປັນພິເສດເຖິງການພັດທະນາວັດທະນະທຳ, ມະນຸດ. ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກກ່ຽວກັບການກໍ່ສ້າງ ແລະ ພັດທະນາວັດທະນະທຳ, ມະນຸດ. ຫວຽດນາມ ໄດ້ ແລະ ພວມສືບຕໍ່ກໍ່ສ້າງລະບົບຄຸນຄ່າວັດທະນະທຳ, ມະນຸດໃນຍຸກສະໄໝໃໝ່ເພື່ອແນໃສ່ສ້າງກຳລັງໜູນສຳຄັນຊຸກຍູ້ປະເທດຊາດພັດທະນາ, ຮັ່ງມີ, ເຂັ້ມແຂງ, ວັດທະນາຖາວອນ ແລະ ຜາສຸກ.

ເມືຶ່ອເວົ້າເຖິງການພັດທະນາວັດທະນະທຳກໍ່ແມ່ນເວົ້າເຖິງການພັດທະນາມະນຸດ. ລະອຽດແມ່ນການພັດທະນາແຫຼ່ງກຳລັງມະນຸດ ແມ່ນເຈົ້າກຳຈະສ້າງວັດທະນະທຳ.

ຄຳເຫັນຂອງນັກຄົ້ນຄ້ວາປະຫວັດສາດ, ທ່ານ ປ.ອ ໂງເວືອງແອັງ ສະແດງໃຫ້ເຫັນການພົວພັນຢ່າງສະໜິດແໜ້ນ ສັດຈະວິພາກລະຫວ່າງການພັດທະນາມະນຸດ ແລະ ການພັດທະນາວັດທະນະທຳ. ໃນບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຢູ່ກອງປະຊຸມວັດທະນະທຳທົ່ວປະເທດທີ່ໄດ້ຈັດຂຶ້ນໃນເດືອນພະຈິກ ປີ 2021, ປັດໄຈໜຶ່ງສຳຄັນທີ່ໄດ້ຍົກອອກມາແມ່ນກໍ່ສ້າງໄດ້ລະບົບຄຸນຄ່າວັດທະນະທຳໃນຍຸກສະໄໝໃໝ່. ທ່ານ ຫງວຽນຕວານທັງ, ອະດີດຫົວໜ້າສະຖາບັນວັດທະນະທຳ ແລະ ພັດທະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຖືວ່າ:

  ທ່ານ ຫງວຽນຕວານທັງ, ອະດີດຫົວໜ້າສະຖາບັນວັດທະນະທຳ ແລະ ພັດທະນາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ  

ພວກເຮົາຕ້ອງຈົດຈຳວ່າ ເພື່ອມີວັດທະນະທຳ, ພວກເຮົາຕ້ອງສຶກສາມູນເຊື້ອໃຫ້ແກ່ໄວໜຸ່ມ, ພວກເຮົາຕ້ອງເຂົ້າໃຈວ່າ ຊາດເຮົາ ແມ່ນຊາດໜຶ່ງທີ່ມີມູນເຊື້ອອະລິຍະທຳ, ພວກເຮົາມີຈິດໃຈໂອບອ້ອມອາລີວັດທະນະທຳ. ພວກເຮົາເປີດໃຈຕໍ່ກັບເພື່ອນມິດສາກົນ, ພົວພັນແລກປ່ຽນເຊື່ອມໂຍງເຂົ້າກັບໂລກ, ພວກເຮົາຮຽນຮູ້ສິ່ງຍອດຍິ່ງທາງດ້ານຄຸຄ່າຂອງມວນມະນຸດ ເພື່ອສ້າງຄວາມຮັ່ງມີທາງດ້ານວັດທະນະທຳຂອງ ຫວຽດນາມ. ພວກເຮົາຕ້ອງມີພື້ນຖານການສຶກສາທີ່ດີເດັ່ນ, ຕ້ອງສົມທົບການສອນໜັງສື ແລະ ສອນໃຫ້ເປັນຄົນດີ, ບໍ່ພຽງແຕ່ສອນພູປັນຍາທາງດ້ານວິທະຍາສາດເທົ່ານັ້ນ ຫາກຍັງຕ້ອງຮຽນເປັນຄົນດີກ່ອນ.

ສິ່ງສຳຄັນໃນການພັດທະນາວັດທະນະທຳແມ່ນສ້າງມະນຸດໃຫ້ມີວັດທະນະທຳ, ຮູ້ເຄົາລົບປະຫວັດສາດ, ມີຄວາມເຂົ້າໃຈ ແລະ ເສີມຂະຫຍາຍໄດ້ບັນດາຄຸນຄ່າທາງດ້ານວັດທະນະທຳທີ່ເປັນມູນເຊື້ອອັນລ້ຳຄ່າ, ມີຄວາມເອກອ້າງທະນົງໃຈແຫ່ງຊາດ ແລະ ຄວາມມຸ່ງຫວັງບືນຕົວຂຶ້ນ. ທ່ານ ຮສ.ປອ. ບຸຍຮ່ວາຍເຊີນ, ກຳມະການປະຈຳການກຳມາທິການວັດທະນະທຳການສຶກສາ ຂອງສະພາແຫ່ງຊາດ ຊຸດທີ XV ຖືວ່າ:

ການພັດທະນາວັດທະນະທຳຕ້ອງອີງຕາມສິດວັດທະນະທຳຂອງປະຊາຊົນ, ສິດຊົມໃຊ້ ປະດິດຄິດສ້າງ ແລະ ເຄົາລົບຄວາມຫຼາກຫຼາຍຮູບແບບໃນການຊົມໃຊ້ຂອງປະຊາຊົນ. ທຸກສິ່ງທຸກຢ່າງ ວາງເປົ້າໝາຍໃຫ້ພວກເຮົານັ້ນແມ່ນ ການພັດທະນາບັນດາຂະແໜງອຸດສາຫະກຳວັດທະນະທຳຕ້ອງໄປຄຽງຄູ່ກັບການສ້າງຕະຫຼາດວັດທະນະທຳໃຫ້ສົມບູນແບບ. ທຸກເລື່ອງລາວນີ້ ໄດ້ສະແດງໃຫ້ເຫັນທ່າອ່ຽງຂອງພວກເຮົາໃນການເອົາໃຈໃສ່ຫຼາຍກ່ວາອີກ ຕໍ່ຂົງເຂດວັດທະນະທຳ ແລະ ວິທີການເຊິ່ງພວກເຮົາຈະພັດທະນາວັດທະນະທຳໃນໄລຍະຈະມາເຖິງ. ມັນທັງເຄົາລົບ, ທັງເສີມຂະຫຍາຍລັກສະນະເປັນຫຼາຍຮູບຫຼາຍແບບທີ່ມີຢູ່ແລ້ວຂອງວັດທະນະທຳ ຫວຽດນາມ ແລະ ຈາກຄວາມຫຼາຍຫຼາຍສີສັນອຸດົມສົມບູນນັ້ນ ພວກເຮົາຈະສ້າງກຳລັງແຮງໃຫ້ແກ່ປະເທດຊາດໃນໄລຍະຈະມາເຖິງ.

ໃນການສ້າງລະບົບຄຸນຄ່າວັດທະນະທຳ ແລະ ຊາວຫວຽດນາມ ໃນຍຸກສະໄໝໃໝ່, ໜຶ່ງຄວາມຮຽກຮ້ອງຕ້ອງການທີ່ວາງອອກແມ່ນ ຕ້ອງຕິດພັນການສ້າງລະບົບຄຸນຄ່າວັດທະນະທຳ, ສິລະປະ ໃນນັ້ນ ມະນຸດແມ່ນເຈົ້າກຳຂອງການປະດິດຄິດສ້າງ, ແມ່ນເຄື່ອງມືເພື່ອຖ່າຍທອດ, ແຜ່ຂະຫຍາຍ ແລະ ເຮັດໃຫ້ບັນດາຄຸນຄ່າທາງດ້ານວັດທະນະທຳແຫ່ງຊາດເລິກເຊິ່ງກ່ວາອີກ. ໃນຊຸມປີຜ່ານມາ, ຂົງເຂດນີ້ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ຫວຽດນາມ ດ້ວຍຄວາມຫວັງວ່າ ວັດທະນະທຳ, ສິລະປະ ຫວຽດນາມ ຈະມີການພັດທະນາຢ່າງປອດໄສ, ນັກປະພັນ ຈະປະດິດແຕ່ງໄດ້ຜົນງາມຫຼາຍຢ່າງທີ່ມ່ວນ, ມີຄຸນຄ່າ ແລະ ເປັນຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ປະເທດຊາດ. ທ່ານ ຮສ.ປອ ນາງ ຫງວຽນທິຮຽນ, ຮອງຫົວໜ້າສະຖາບັນວັດທະນະທຳສິລະປະ ແຫ່ງຊາດ ຫວຽດນາມ ຖືວ່າ:

ຂ້າພະເຈົ້າມີຄວາມຫວັງທີ່ວ່າ ເຮັດແນວໃດ ລັດຈະເອົາໃຈໃສ່ເຖິງບັນດານັກສິລະປະການ ແລະ ການປະຕິບັດອະນຸລັກຮັກສາບັນດາສະໂມສອນສະແດງສິລະປະ. ເພື່ອປົກປ້ອງມັນ, ບໍ່ພຽງແຕ່ແມ່ນນະໂຍບາຍເທົ່ານັ້ນ ຫາກພວກເຮົາຕ້ອງການເສດຖະກິດ, ຕ້ອງມີບັນດາວຽກງານຢ່າງແທດຈິງອີກດ້ວຍ, ຍົກຕົວຢ່າງຄືໜູນຊ່ວຍບັນດານັກສິລະປະການອາຍຸສູງທີ່ບໍ່ມີວຽກເຮັດງານທຳ, ບໍ່ພຽງແຕ່ໜູນຊ່ວຍດ້ານການເງິນເທົ່ານັ້ນ ຫາກຍັງຕ້ອງໜູນຊ່ວຍກ່ຽວກັບການສິດສອນ ຖ່າຍທອດອີກດ້ວຍ. ສິ່ງສຳຄັນທີ່ສຸດແມ່ນພວກເຮົາກໍ່ຕ້ອງໜູນຊ່ວຍນັກສິລະປະການໜຸ່ມ, ຜູ້ມີຄວາມສາມາດປະຕິບັດ, ຕ້ອງໜູນຊ່ວຍເຂົາເຈົ້າໃນການປະຕິບັດ ແລະ ການສະແດງ.

      ຢູ່ກອງປະຊຸມວັດທະນະທຳທົ່ວໂລກທີ່ໄດ້ຈັດຂຶ້ນໃນເດືອນພະຈິກ ປີ 2022, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຍົກອອກ 4 ປັດໄຈສຳຄັນລວມມີ ລະບົບຄຸນຄ່າແຫ່ງຊາດ, ລະບົມຄຸນຄ່າວັດທະນະທຳ, ລະບົບຄຸນຄ່າຄອບຄົວ ແລະ ລະບົບຄຸນຄ່າຊາວຫວຽດນາມ ໃນຍຸກສະໄໝໃໝ່. ທຸກຂັ້ນ, ທຸກຂະແໜງການຂອງ ຫວຽດນາມ ໄດ້ ແລະ ພວມຍົກສູງຄວາມຮັບຮູ້ຂອງທົ່ວພັກ, ທົ່ວປວງຊົນທັງຊາດ, ພ້ອມທັງຍົກອອກຫຼາຍວິທີການແກ້ໄຂໃນການກໍ່ສ້າງປັດໄຈເຫຼົ່ານີ້. ຜ່ານນັ້ນກໍເຮັດແຈ້ງທັດສະນະ “ວັດທະນະທຳເຍືອງທາງໃຫ້ແກ່ປະຊາຊົນ” ແລະ “ວັດທະນະທຳຍັງຄົງຕົວ ແມ່ນຊາດຍັງຄົງຕົວ”, ເສີມຂະຫຍາຍໄດ້ບັນດາຄຸນຄ່າທາງດ້ານວັດທະນະທຳ, ຊາວຫວຽດນາມ, ສ້າງກຳລັງແຮງພາຍໃນ ເພື່ອຊຸກຍູ້ການພັດທະນາຂອງປະເທດຊາດ.


top