ໃນສະພາບການແກ້ງແຍ້ງດ້ານເຕັກໂນໂລຢີທົ່ວໂລກ, ການພັດທະນາລະບົບພື້ນຖານໂຄງລ່າງຄົ້ນຄ້ວາ ແລະ ຫ້ອງທົດລອງແຫ່ງຊາດແມ່ນຈຳເປັນ, ເພື່ອແນໃສ່ເຊື່ອມຕໍ່ລະບົບຄົ້ນຄ້ວາ - ພັດທະນາ - ທົດລອງ - ບູລະນະ - ຫັນເປັນການຄ້າ.
ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມເປັນປະທານກອງປະຊຸມ (ພາບ: VOV)
ຕອນເຊົ້າວັນທີ 23 ມິຖຸນາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານ ໂຮ່ກວັກຢຸງ ຮອງນາຍົກລັດຖະມົນຕີ ຫວຽດນາມເປັນປະທານກອງປະຊຸມກ່ຽວກັບແຜນຮ່າງ “ພັດທະນາລະລົບບັນດາສູນຄົ້ນຄ້ວາ, ການທົດລອງ, ບັນດາຫ້ອງທົດລອງຈຸດສຸມແຫ່ງຊາດ, ສຸມໃສ່ໃຫ້ແກ່ເຕັກໂນໂລຢີຍຸດທະສາດ”.
ແຜນຮ່າງຊີ້ແຈ້ງວ່າກ່ອນນີ້ 26 ປີ (ປີ 2000), ລັດໄດ້ທຶນກໍ່ສ້າງ 16 ຫ້ອງທົດລອງຈຸດສຸມແຫ່ງຊາດ, ປະກອບສ່ວນຍົກສູງຄວາມສາມາດໃນການຄົ້ນຄ້ວາ, ບຳລຸງສ້າງບຸກຄະລາກອນ ແລະ ສ້າງຄວາມສາມາດດ້ານສະເພາະກິດຢ່າງເລິກເຊິ່ງ. ໃນສະພາບການແກ້ງແຍ້ງດ້ານເຕັກໂນໂລຢີທົ່ວໂລກ, ການພັດທະນາລະບົບພື້ນຖານໂຄງລ່າງຄົ້ນຄ້ວາ ແລະ ຫ້ອງທົດລອງແຫ່ງຊາດແມ່ນຈຳເປັນ, ເພື່ອແນໃສ່ເຊື່ອມຕໍ່ລະບົບຄົ້ນຄ້ວາ - ພັດທະນາ - ທົດລອງ - ບູລະນະ - ຫັນເປັນການຄ້າ, ສ້າງຄວາມສາມາດຫຼັກແຫຼ່ງແກ້ໄຂບັນດາບັນຫາໃຫຍ່, ໜ້າທີ່ເຕັກໂນໂລຢີຍຸດທະສາດ, ຍົກສູງປະສິດທິຜົນຂອງແຫຼ່ງກຳລັງສາທາລະນະ ແລະ ໜູນຊ່ວຍວິສາຫະກິດປ່ຽນແປງໃໝ່ເຕັກໂນໂລຢີ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ເນັ້ນໜັກວ່າ:
ພວກເຮົາສຸມໃສ່ສ້າງລະບົບບັນດາຫ້ອງທົດລອງທັນສະໄໝ, ຄົບຊຸດ, ລຸລ່ວງ ແລະ ໃຊ້ລວມ, ມີປະສິດທິຜົນ, ມີຄວາມສາມາດຢ່າງພຽງພໍເພື່ອຮັບໃຊ້ເປົ້າໝາຍພັດທະນາວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ໃນສະເພາະໜ້າແມ່ນ ເຕັກໂນໂລຢີຍຸດທະສາດ.