ຂ່າວສານ

ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ສັງ​ລ​ວມ, ມຸ່ງ​ໄປ​ເຖິງ​ການ​ທ່ອງທ່ຽວ​ສີ​ຂຽວ ແລະ ຍືນ​ຍົງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີການພັດທະນາການທ່ອງທ່ຽວ ຫວຽດນາມ ໃນຊຸມປີຈະມາເຖິງ ຕາມເນື້ອໃນຈິດໃຈບຸກທະລຸພັດທະນາທັງການທ່ອງທ່ຽວສາກົນ ແລະ ທ່ອງທ່ຽວພາຍໃນປະເທດ, ພັດທະນາການທ່ອງທ່ຽວສີຂຽວ ແລະ ຍືນຍົງ.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມຊຸກຍູ້ການດຶງດູດແຂກທ່ອງທ່ຽວສາກົນເຂົ້າມາ ຫວຽດນາມ (ພາບ: TTXVN)  

ຕອນເຊົ້າວັນທີ 21 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຊຸກຍູ້ການດຶງດູດແຂກທ່ອງທ່ຽວສາກົນເຂົ້າມາ ຫວຽດນາມ. ຢູ່ກອງປະຊຸມ, ບັນດາຜູ້ແທນໄດ້ເຕື້ອງເຖິງສະພາບການພັດທະນາການທ່ອງທ່ຽວເວົ້າລວມ ແລະ ດຶງດູດແຂກທ່ອງທ່ຽວສາກົນເຂົ້າມາ ຫວຽດນາມ ເວົ້າສະເພາະ, ຍົກອອກຫຼາຍຄວາມຄິດ, ຂໍ້ລິເລີ່ມທີ່ເປັນໄປໄດ້ ເພື່ອຍູ້ໄວວຽກງານຟື້ນຟູ ຂະແໜງທ່ອງທ່ຽວຢ່າງຮອບດ້ານ, ສະເໜີຫຼາຍມາດຕະການທີ່ແທດຈິງເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດພັນເພື່ອຊຸກຍູ້ການພັດທະນາການທ່ອງທ່ຽວໃນສະພາບການໃໝ່.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີການພັດທະນາການທ່ອງທ່ຽວ ຫວຽດນາມ ໃນຊຸມປີຈະມາເຖິງ ຕາມເນື້ອໃນຈິດໃຈບຸກທະລຸພັດທະນາທັງການທ່ອງທ່ຽວສາກົນ ແລະ ທ່ອງທ່ຽວພາຍໃນປະເທດ, ພັດທະນາການທ່ອງທ່ຽວສີຂຽວ ແລະ ຍືນຍົງ. ເພື່ອເຮັດໄດ້ສິ່ງດັ່ງກ່າວນັ້ນ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຄວນປັບປຸງຂະແໜງທ່ອງທ່ຽວ ຕາມທິດເພີ່ມທະວີການເຊື່ອມຕໍ່ ລະຫວ່າງເຂດພາກ, ຄົບຊຸດ, ຍືນຍົງ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຍູ້ແຮງການກໍ່ສ້າງ, ພັດທະນາ ແລະ ກຳນົດເຄື່ອງໝາຍການຄ້າການທ່ອງທ່ຽວແຫ່ງຊາດ ຕິດພັນກັບປະຫວັດສາດ, ມູນເຊື້ອ, ສີສັນວັດທະນະທຳຂອງຊາດ ຫວຽດນາມ.


top